ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງກຳລັງຢູເຄຣນ ກຽມພ້ອມ ທີ່​ຈະ​ຢຶດ​ເອົາ​ຄືນ ​ເມືອງ Donetsk (ສະໄລດ໌/ວີດີໂອ)


ສະພາ​ປ້ອງ​ກັນຂອງ​ຢູ​ເຄຣນ ກ່າວ​ວ່າ ກຳລັງ​ມີ​ການ​ກະກຽມ
ຕ່າງໆເພື່ອ ທີ່​ຈະ​ຢຶດ​ເອົາ​ຄືນ ​ເມືອງ Donetsk ຢູ່ພາກ​ຕາ​ເວັນ​
ອອກຂອງ​ຢູ​ເຄຣນ ທີ່​ຄວບ​ຄຸມ​ໂດຍ​ພວກ​ກະບົດ ຊຶ່ງ​ເປັນທີ່​ໝັ້ນ
​ແຫ່ງສຸດ​ທ້າຍ​ ຂອງ​ພວກ​ຫົວ​ແບ່ງ​ແຍກດິນ​ແດນ​ນິຍົມຣັດ​ເຊຍ
ຕິດ​ອາວຸດ​ໜັກ​ ທີ່ຕ້ອງການຢາກແຍກ​ຈາກ ລັດຖະບານ Kyiv
​ເພື່ອປົກຄອງ​ຕົວ​ເອງນັ້ນ.

​ໂຄ​ສົກ​ຂອງ​ສະພາ​ປ້ອງ​ກັນ ທ່ານ Andriy Lysenko ບໍ່​ໄດ້​ໃຫ້
​ລາຍ​ລະອຽດ​ໃດໆ. ​ແຕ່​ທ່ານກ່າວ​ວ່າ ກອງທັບ​ໄດ້​ເປີດ​ເສ້ນທາງ
ມະນຸດສະທຳຫລາຍໆ​ທາງ ໃຫ້ປະຊາຊົນ​ຂອງ​ເມືອງ​ດັ່ງກ່າວ
ໄດ້ພາກັນ​ໜີ​ອອກ​ມາ ​ເພື່ອ​ຫລົບໜີການ​ບຸກ​ໂຈມຕີ ທີ່​ໄດ້​ວາງ
​ແຜນ​ໄວ້​ນັ້ນ ​ແລະ​ລັດຖະບານ​ຈະ​ຊ່ວຍ​ເຫຼືອ​ໃນ​ການ​ຫາ​ທີ່ຢູ່​ອາ​ໃສ​ຊົ່ວຄາວ ​ໃຫ້​ພວກ​ໜີ​ໄພ.

ໃນ​ຂະນະ​ທີ່ທ່ານ Lysenko ກຳລັງຖະ​ແຫລ​ງຢູ່ໃນ​ວັນ​ຈັນ​ວານ​ນີ້ ທາງ​ມົສກູ ​ຊຶ່ງໄດ້​ຮ້ຽກ
ຮ້ອງ​ໃຫ້ຢູ​ເຄຣນ ຍຸດຕິ​ການ​ບຸກ​ໂຈມ​ຕີ​ ຢູ່​ໃກ້​ກັບ​ຊາຍ​ແດນ​ຕົນນັ້ນ ກໍ​ໄດ້ສະ​ແດງ​ແສນ​ຍາ ນຸພາບ​ ທາງ​ທະຫານຕົນ​ຢ່າງ​ໃຫຍ່​ ​ໃນ​ການ​ຊ້ອມ​ລົບ ຢູ່​ໃນ​ດິນແດນ​ຂອງຣັດ​ເຊຍ ​ໃກ້ໆ​
ຊາຍ​ແດນ​ຢູ​ເຄຣນ. ບັນດາ​ເຈົ້າໜ້າ​ທີ່ຣັດ​ເຊຍ​ກ່າວ​ວ່າ ການ​ຊ້ອມ​ລົບ​ ລະຍະ 5 ມື້ດັ່ງກ່າວ
ຈະ​ມີ​ເຮືອບິນ​ລົບ ກັບເຮ​ລິ​ຄອບ​ເຕີ ຈຳນວນ 100 ລຳ ​ແລະໜ່ວຍ​ປືນ​ໃຫຍ່ ຕໍ່ຕ້ານອາກາດ ​
ສະຍານ ​ຈຳນວນ​ນຶ່ງ.

ຢູເຄຣນ ວໍ​ຊິງ​ຕັນ ​ແລະ ບັນດາ​ພັນທະ​ມິດ​ໃນ​ຢູ​ໂຣບ ກ່າວ​ຫາ​ມົສກູ ວ່າ​ປະກອບ​ອາວຸດ
​ໃຫ້​ພວກ​ກະບົດ ​ແລ​ະສະໜອງລູກ​ສອນ​ໄຟ ທີ່ພວກ​ກະບົດ​ໃຊ້​ຍິງ​ ເຮືອບິນ​ມາ​ເລ​ເຊຍ​ຕົກ
​ເມື່ອ​ເດືອນ​ແລ້ວ​ນີ້.

ukraine4august14
please wait
Embed

No media source currently available

0:00 0:01:06 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG