ບັນດາເຈົ້າໜ້າທີ່ຣັດເຊຍ ກ່າວວ່າ ທະຫານຂອງຕົນຈະເລີ້ມທຳ
ການຊ້ອມລົບໃນວັນຈັນມືນີ້ ຢູ່ໃນເຂດພາກກາງແລະພາກຕາ
ເວັນຕົກຂອງ ປະເທດ ຊຶ່ງຈະຮວມທັງຂົງເຂດຊາຍແດນ ຕິດກັບ
ຢູເຄຣນ.
ເຈົ້າໜ້າທີ່ກ່າວວ່າ ການຊ້ອມລົບດັ່ງກ່າວທີ່ຈະມີພວກເຮືອບິນລົບ
ໄອພົ່ນ ແລະເຮືອບິນເຮລີຄອບເຕີ ຫຼາຍກວ່າ 100 ລຳເຂົ້າປະ
ກອບສ່ວນນຳ ຈະດຳເນີນໄປຮອດວັນສຸກອາທິດນີ້.
ເຖິງແມ່ນຄຳປະກາດບໍ່ໄດ້ເວົ້າເຖິງຢູເຄຣນ ແຕ່ການຊ້ອມລົບດັ່ງກ່າວກໍອາດສາມາດເຮັດໃຫ້ຄວາມເຄັ່ງຕຶງເພີ້ມທະວີຂຶ້ນໄດ້ ໃນຂົງເຂດທີ່ສະຖານະການປ່ຽນແປງໄດ້ງ່າຍໆຢູ່ແລ້ວນັ້ນ.
ໃນວັນອາທິດວານນີ້ ການປະທະກັນຫລາຍບັ້ນທີ່ມີຜູ້ເສຍຊີວິດ ລະຫວ່າງກຳລັງຂອງຢູເຄຣນ ແລະພວກຫົວແບ່ງແຍກດິນແດນນິຍົມ ຣັດເຊຍ ໄດ້ດຳເນີນຕໍ່ໄປ ໃນຂະນະທີ່ບັນດາເຈົ້າໜ້າທີ່ສືບສວນສອບສວນ ທຳການຊອກຄົ້ນຢູ່ໃນບ່ອນທີ່ເຮືອບິນມາເລເຊຍ
ຕົກນັ້ນ ເປັນມື້ທີສາມ.
ບັນດາເຈົ້າໜ້າທີ່ທ້ອງຖິ່ນໃນເມືອງ Donetsk ກ່າວວ່າ ປະຊາຊົນ 6 ຄົນເສຍຊີວິດຢູ່ທີ່
ນັ້ນ ໃນການລະດົມຍິງປືນໃຫຍ່ໃສ່ກັນລະຫວ່າງສອງຝ່າຍ. ອົງການຂ່າວ Reuters ກ່າວວ່າ ປະຊາຊົນມຕື່ມອີກ 3 ຄົນເສຍຊີວິດ ທີ່ເມືອງ Luhansk.
ໃນເວລາດຽວກັນ ກໍໄດ້ມີການຈັດສົ່ງຊາກສົບຕື່ມອີກຂອງພວກທີ່ໄດ້ຮັບເຄາະຮ້າຍຈາກຖ້ຽວບິນ 17 ຂອງສາຍການບິນມາເລເຊຍ ໄປຍັງ ເມືອງ Kharkiv ໃນວັນອາທິດວານນີ້ ເພື່ອຕຽມສົ່ງຕໍ່ໄປຍັງປະເທດ Netherlands.
ຫົວໜ້າໜ່ວຍງານຂອງຕຳຫຼວດ Netherlands ທີ່ປະຕິບັດງານຢູ່ ບ່ອນເຮືອບິນຕົກ ກ່າວວ່າ ພວກຊອກຄົ້ນໄດ້ເສັດສິ້ນການຊອກຫາຢູ່ບ່ອນນຶ່ງໃນຈຳນວນ 5 ບ່ອນ ທີ່ເຮືອບິນຕົກນັ້ນແລ້ວ ແລະວ່າ ການຊອກຄົ້ນ ຈະໃຊ້ເວລາຕື່ມອີກຢ່າງໜ້ອຍ 3 ອາທິດ ຈຶ່ງຈະສຳເລັດ.