ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ສະໜັບສະໜູ ຂໍ້ຕົກລົງຢຸດຍິງ 48 ຊົ່ວໂມງ ທີ່ເມືອງ Aleppo


ຮູບພາບນີ້ ສະໜອງໂດຍ ກົມປ້ອງກັນພົນລະເຮືອນ ຂອງ ຊີເຣຍ ສະແດງໃຫ້ເຫັນລົດພະຍາບານສຸກເສີນກຸ່ມໜຶ່ງ ທີ່ຮູ້ ກັນດີຄື "White Helmets," ໄດ້ຖືກທຳລາຍ ຢູ່ນອກ ກົມປ້ອງ ກັນພົນລະເຮືອນ ຂອງຊີເຣຍດ້ານທາງເຂົ້າ ຫຼັງຈາກໄດ້ຖືກ
ໂຈມຕີທາງອາກາດ ໃນຄຸ້ມ Ansari ຂອງເມືອງ Aleppo ໃນ
ເຂດປົກຄອງໂດຍ ກຸ່ມຕໍ່ຕ້ານ.
ຮູບພາບນີ້ ສະໜອງໂດຍ ກົມປ້ອງກັນພົນລະເຮືອນ ຂອງ ຊີເຣຍ ສະແດງໃຫ້ເຫັນລົດພະຍາບານສຸກເສີນກຸ່ມໜຶ່ງ ທີ່ຮູ້ ກັນດີຄື "White Helmets," ໄດ້ຖືກທຳລາຍ ຢູ່ນອກ ກົມປ້ອງ ກັນພົນລະເຮືອນ ຂອງຊີເຣຍດ້ານທາງເຂົ້າ ຫຼັງຈາກໄດ້ຖືກ ໂຈມຕີທາງອາກາດ ໃນຄຸ້ມ Ansari ຂອງເມືອງ Aleppo ໃນ ເຂດປົກຄອງໂດຍ ກຸ່ມຕໍ່ຕ້ານ.

ຣັດເຊຍ ໄດ້ກ່າວໃນວັນພະຫັດມື້ນີ້ ວ່າ ຕົນ ສະໜັບສະໜູນ ຂໍ້ຕົກລົງຢຸດຍິງ ​ເປັນ​ເວລາ 48 ຊົ່ວໂມງ ຢູ່ໃນເມືອງ Aleppo ທາງພາກເໜືອຂອງຊີເຣຍ ແຕ່ບໍ່​ແມ່ນ​ການ​ຢຸດ​ຍິງ ​ໄລຍະ​ຍາວທີ່ສະ​ເໜີ​ໂດຍສະຫະລັດ.

ຫີບຊ່ອຍເຫຼືອ ບັນຈຸເຄື່ອງຂອງການແພດ ຂອງອົງການ Red Cross ແລະ Red Crescent ຖືກທຳລາຍ ແຕກກະຈາຍ ຢູ່ນອກສາງໄວ້ເຄື່ອງ ຫຼັງຈາກ ການໂຈມຕີທາງອາກາດ ໃສ່ກຸ່ມຕໍ່ຕ້ານ ທີ່ໄດ້ຄອງເມືອງ Urm al-Kubra ທາງກ້ຳຕາເວັນຕົກ ຂອງເມືອງ Aleppo ຂອງຊີເຣຍ: ວັນທີ 20 ກັນຍາ 2016.
ຫີບຊ່ອຍເຫຼືອ ບັນຈຸເຄື່ອງຂອງການແພດ ຂອງອົງການ Red Cross ແລະ Red Crescent ຖືກທຳລາຍ ແຕກກະຈາຍ ຢູ່ນອກສາງໄວ້ເຄື່ອງ ຫຼັງຈາກ ການໂຈມຕີທາງອາກາດ ໃສ່ກຸ່ມຕໍ່ຕ້ານ ທີ່ໄດ້ຄອງເມືອງ Urm al-Kubra ທາງກ້ຳຕາເວັນຕົກ ຂອງເມືອງ Aleppo ຂອງຊີເຣຍ: ວັນທີ 20 ກັນຍາ 2016.

ຮອງລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານ Sergei Ryabkov ໄດ້ກ່າວວ່າ ການຢຸດຍິງ ໄລຍະໜຶ່ງສັບປະດາ ອາດຈະໃຫ້ເວລາ​ແກ່ພວກຫົວຮຸນແຮງ ເພື່ອ​ເຕົ້າ​ໂຮມ​ກຳລັງຄືນໃໝ່ ແລະ​ໄດ້​ຮັບ​ສຳພາລະຕ່າງໆ​ເພີ້ມຕື່ມ.

ການ​ໃຫ້ຄຳເຫັນຂອງທ່ານ ໄດ້ມີຂຶ້ນຫຼັງຈາກ ລັດຖະມົນຕີການຕ່າງ ປະເທດ ສະຫະລັດ ທ່ານ John Kerry ໄດ້ກ່າວຕໍ່ຄູ່ຕຳແໜ່ງຝ່າຍ ຣັດເຊຍ ທ່ານ Sergei Lavrov ວ່າ ວໍຊິງຕັນ ແມ່ນກຳລັງກຽມພ້ອມທີ່ຈະໂຈະ ການພົວພັນສອງຝ່າຍ ກັບຣັດເຊຍ ກ່ຽວກັບ ຊີເຣຍ ເວັ້ນເສຍແຕ່ ມົສກູ ເອົາມາດຕະການທັນທີ ເພື່ອຍຸຕິ ການໂຈມຕີຕໍ່ເມືອງ Aleppo ແລະ ຟື້ນຟູການຢຸດເຊົາສູ້ລົບ ທີ່ໄດ້ຕົກລົງກັນ ໂດຍມະຫາອຳນາດທັງ​ສອງ ເມື່ອວັນທີ 9 ກັນຍາຜ່ານມາ.

ທ່ານ John Kirby ໂຄສົກຂອງທ່ານ Kerry ເວົ້າວ່າ “ທ່ານລັດຖະ ມົນຕີ ໄດ້ກ່າວຢ່າງ ຈະແຈ້ງວ່າ ສະຫະລັດ ແລະ ພັນທະມິດຂອງຕົນ ຖືເອົາຣັດເຊຍ ເປັນຜູ້ຮັບຜິດຊອບ ກ່ຽວ​ກັບສະຖານະການນີ້ ລວມທັງ ການນຳໃຊ້ລູກລະເບີດໄຟ ແລະ ລະເບີດທຳລາຍ ອຸໂມງ ຢູ່ໃນເຂດ​ເທດສະບານເມືອງ ອັນເປັນການທະວີຄວາມຮຸນແຮງ ທີ່ເຮັດໃຫ້ພວກ ພົນລະເຮືອນ ຕົກ​ຢູ່​ໃນ​ຄວາມສ່ຽງທີ່​ສຸດ.”

ທັງສອງປະເທດ ໄດ້ພະຍາຍາມ ຫຼາຍໆຄັ້ງມາແລ້ວ ໃນລະຫວ່າງການ ຂັດແຫຍ້ງ ​ເປັນ​ເວລາ 5 ປີຢູ່​ໃນຊີເຣຍ ເພື່ອໃຊ້ອິດທິພົນຂອງຕົນ ຕໍ່ຝ່າຍກົງກັນຂ້າມ ​ໃນ​ການທີ່ຈະກົດ ດັນ ໃຫ້ມີການເຈລະຈາສັນຕິພາບ ແລະ ສັນຍາສະງົບເສິກ. ແຕ່​ໃນຂໍ້ຕົກຫຼ້າສຸດ ກ່ຽວກັບ​ເມືອງ Aleppo ນັ້ນ ການ​ຢຸດ​ຍິງ​ໄດ້​ແຕກ​ຫັກລົງ ໃນຂະນະທີ່ການຕໍ່ສູ້ກັນມີຢູ່ຕໍ່ໄປ.

ໃນພາບຖ່າຍ ເມື່ອວັນພຸດ ທີ 21 ກັນຍາ 2016 ທີ່ໄດ້ຖືກເປີດເຜີຍ ໂດຍ ສຳນັກງານປະທານາທິບໍດີ ສະແດງໃຫ້ເຫັນ ປະທານາທິບໍດີ ຊີເຣຍ Bashar Assad ກ່າວຖະແຫລງ ຕໍ່ອົງການຂ່າວ AP ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ Damascus ຂອງຊີເຣຍ.
ໃນພາບຖ່າຍ ເມື່ອວັນພຸດ ທີ 21 ກັນຍາ 2016 ທີ່ໄດ້ຖືກເປີດເຜີຍ ໂດຍ ສຳນັກງານປະທານາທິບໍດີ ສະແດງໃຫ້ເຫັນ ປະທານາທິບໍດີ ຊີເຣຍ Bashar Assad ກ່າວຖະແຫລງ ຕໍ່ອົງການຂ່າວ AP ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ Damascus ຂອງຊີເຣຍ.

ທ່ານ Kirby ຍັງໄດ້ສະເໜີແນະ ໃນວັນພຸດວານນີ້ ວ່າ ການ​ເປັນ​ພັນ ທະ​ມິດຂອງຣັດເຊຍ ແລະ ກອງທັບຂອງປະທານາທິບໍດີຊີເຣຍ ທ່ານ Bashar al-Assad ໄດ້ຂະຫຍາຍ ໄພ ຂົ່ມຂູ່ຂອງການກໍ່ການຮ້າຍຂຶ້ນ ຢູ່ທາງບ້ານພີ້.

ທ່ານເວົ້າວ່າ “ຜົນສະທ້ອນ ກໍແມ່ນວ່າ ສົງຄາມກາງເມືອງ ຈະດຳ​ເນີນຕໍ່ໄປ ຢູ່ໃນຊີເຣຍ ເຊິ່ງພວກຫົວຮຸນແຮງຈັດ ແລະ ກຸ່ມພວກຫົວຮຸນແຮງອື່ນໆ ຈະສືບຕໍ່ສວຍໂອກາດ ໃນຊ່ອງຫວ່າງທີ່ມີຢູ່ ໃນຊີເຣຍນັ້ນ ເພື່ອຂະຫຍາຍການປະຕິບັດການ ຂອງພວກ ເຂົາເຈົ້າ ເຊິ່ງຈະປະກອບດ້ວຍ ບໍ່ຕ້ອງຖາມເລີຍ ການໂຈມຕີຕໍ່ຜົນປະໂຫຍດຕ່າງໆ ຂອງຣັດເຊຍ ອາດຈະແມ່ນກະທັງ ເມືອງຕ່າງໆຂອງຣັດເຊຍ ແລະ ຣັດເຊຍຈະສືບຕໍ່ ສົ່ງທະຫານຂອງຕົນ ກັບຄືນບ້ານໃນຖົງສົບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Syria Cease-Fire
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG