ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ໂຈມຕີນະຄອນຫຼວງ ຂອງຢູເຄຣນ ດ້ວຍຝຸງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຫຼາຍຮອບ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ

ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ລຳນຶ່ງເຫັນໄດ້ ກຳລັງບິນຢູ່ເທິງອາກາດ ບໍ່ເທົ່າໃດວິນາທີ ກ່ອນທີ່ມັນຈະຍິງໃສ່ຕຶກອາຄານຕ່າງໆ ໃນນະຄອນຫຼວງກີຢິບ, ວັນທີ 17 ຕຸລາ 2022.
ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ລຳນຶ່ງເຫັນໄດ້ ກຳລັງບິນຢູ່ເທິງອາກາດ ບໍ່ເທົ່າໃດວິນາທີ ກ່ອນທີ່ມັນຈະຍິງໃສ່ຕຶກອາຄານຕ່າງໆ ໃນນະຄອນຫຼວງກີຢິບ, ວັນທີ 17 ຕຸລາ 2022.

ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ໄດ້ຮຽກຮ້ອງຕໍ່ບັນດາພັນທະມິດໃຫ້ສະໜອງອາວຸດປ້ອງກັ​ນ​ໄພທາງອາກາດ​ໃຫ້ແກ່ຢູເຄຣນ ຫຼັງຈາກຖືກຖະ​ຫລົ່ມໂດຍເຮືອບິນບໍ່ມີຄົນຂັບຫຼືໂດຣນຂອງຣັດເຊຍ ທີ່ບັນຈຸດ້ວຍລະເບີດໃສ່ນະຄອນຫຼວງກີຢິບ ຫຼາຍຮອບ ໃນວັນຈັນວານນີ້ ເຮັດໃຫ້ສີ່ຄົນເສຍຊີວິດ.

ທ່ານເຊເລນສກີ ໄດ້ກ່າວຄຳປາໄສ ໃນວີດີໂອ ໃນຕອນກາງຄືນຂອງວັນຈັນ ວ່າ “ເພື່ອຮັບປະກັນໃນການປົກປ້ອງເຂດນ່ານຟ້າຂອງພວກເຮົາ ແລະຫລຸດຜ່ອນຄວາມເປັນໄປໄດ້ຕ່າງໆ ສຳລັບພວກກໍ່ການຮ້າຍຣັດເຊຍໃຫ້ເປັນສູນ ພວກເຮົາຕ້ອງການລະບົບປ້ອງກັນທາງອາກາດ ທີ່ສຳຄັນຫຼາຍຂຶ້ນຕື່ມ ແລະລູກສອນໄຟຕື່ມອີກສຳລັບລະບົບເຫຼົ່ານັ້ນ.”

ພວກນັກດັບເພີງ ຊ່ອຍແມ່ຍິງຄົນນຶ່ງໃນທ້ອງຖິ່ນ ອອກຈາກຕຶກບ້ານພັກ ທີ່ໄດ້ຖືກທຳລາຍ ໂດຍການໂຈມຕີຂອງເຮືອບິນໂດຣນ ຣັດເຊຍ, ຊຶ່ງເຈົ້າໜ້າທີ່ຂອງທ່ອງຖິ່ນຖືວ່າ ພວກເຮືອບິນບໍ່ມີຄົນຂັບ (UAVs) ລຸ້ນ Shahed-136 ແມ່ນຜະລິດໂດຍອີຣ່ານ, ໃນນະຄອນຫຼວງກີຢິບ, ວັນທີ 17 ຕຸລາ 2022.

ທ່ານກ່າວອີກວ່າ “ໂລກສາມາດ ແລະ ຕ້ອງຢຸດຢັ້ງ ການກໍ່ການຮ້າຍອັນນີ້.”

ໂດຣນບາງລຳ ທີ່ຖະຫລົ່ມນະຄອນຫຼວງກີຢິບ ໃນວັນຈັນວານນີ້ ໄດ້ເຮັດໃຫ້ຕຶກອາຄານຕ່າງໆເກີດໄຟໄໝ້ ໃນຂະນະດຽວກັນອີກລຳນຶ່ງໄດ້ເຈາະອາຄານຫຼັງນຶ່ງເປັນຮູ. ທ່ານເຊເລນສກີ ໄດ້ກ່າວວ່າ ກອງກຳລັງຂອງຢູເຄຣນ ໄດ້ຍິງໂດຣນຕົກ 37 ລຳ ແລະຍິງລູກສອນໄຟນຳວິຖີບາງລູກລົງ ໃນໄລຍະເວລາ 12 ຊົ່ວໂມງ.

ພວກເຈົ້າໜ້າທີ່ຕຳຫຼວດ ຍິ່ງໃສ່ເຮືອບິນໂດຣນລຳນຶ່ງ ໃນລະຫວ່າງທີ່ເກີດການໂຈມຕີດ້ວຍໂດຣນ ຂອງຣັດເຊຍ, ຊຶ່ງອຳນາດການປົກຄອງທ້ອງຖິ່ນ ຖືວ່າ ພວກເຮືອບິນບໍ່ມີຄົນຂັບ (UAVs) ລຸ້ນ Shahed-136 ຜະລິດໂດຍອີຣ່ານ, ໃນນະຄອນຫຼວງກີຢິບ, ວັນທີ 17 ຕຸລາ 2022.

ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນພາຍໃນນຶ່ງອາທິດຫຼັງຈາກທີ່ການໂຈມຕີດ້ວຍລູກສອນໄຟຂີປະນາວຸດຂອງຣັດເຊຍ ໄດ້ທຳລາຍຄວາມສະຫງົບທີ່ມີມາເປັນເວ ລາຫຼາຍເດືອນຢູ່ໃນນະຄອນຫຼວງກີຢິບ.

ໂຄສົກທຳນຽບຂາວ ທ່ານນາງແຄຣິນ ຊອນ-ປີແອຣ (Karine Jean-Pierre) ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ ວ່າ ການໂຈມຕີທັງຫຼາຍນັ້ນ ສືບຕໍ່ “ສະແດງໃຫ້ເຫັນເຖິງຄວາມໂຫດຮ້າຍຂອງປະທານາທິບໍດີ ຣັດເຊຍ ວລາດີເມີຍ ປູຕິນ.” ທ່ານນາງກ່າວຕໍ່ໄປວ່າ ສະຫະລັດ ຈະເຮັດໃຫ້ຣັດເຊຍຮັບຜິດຊອບ ຕໍ່ “ອາຊະຍາກຳສົງຄາມຂອງຕົນ.”

ສ່ວນເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ໄດ້ຮູ້ສຶກ “ບໍ່ສະບາຍໃຈຢ່າງເລິກເຊິ່ງໂດຍການໂຈມຕີຕໍ່ຫົວເມືອງໃຫຍ່ແລະນ້ອຍຕ່າງໆຂອງຢູເຄຣນ ດ້ວຍລູກສອນໄຟຂີປະນາວຸດແລະໂດຣນຢ່າງຕໍ່ເນື່ອງ” ອີງຕາມການກ່າວຂອງໂຄສົກສະຫະປະຊາຊາດ ທ່ານສເຕັບຟານ ດູຈາຣິກ. ທ່ານກູເຕເຣສ ໄດ້ຮຽກຮ້ອງເພື່ອໃຫ້ການໂຈມຕີທັງຫຼາຍ “ຢຸດເຊົາໃນທັນທີ ແລະໃຫ້ຫລຸດຜ່ອນຄວາມຮຸນແຮງຢ່າງຮີບດ່ວນ.”

ບັນດາເຈົ້າໜ້າທີ່ຂອງຢູເຄຮນ ໄດ້ກ່າວວ່າ ໂດຣນ ເປັນລຸ້ນຊາເຮດ (Shahed) ທີ່ໄດ້ຖືກຜະລິດໂດຍອີຣ່ານ. ຣັດເຊຍ ໄດ້ນຳໃຊ້ພວກມັນ ເພື່ອດຳເນີນການ ໃນອັນທີ່ເອີ້ນວ່າ ການໂຈມຕີແບບຄາມີຄາຊີ (kamikaze) ຊຶ່ງໂດ​ຣນພວກນີ້ແມ່ນ ມີເຈດຕະນາບິນເຂົ້າຕຳໃສ່ເປົ້າໝາຍ.

ທ່ານເຊເລນສກີ ກ່າວອ້າງເຖິງໜ່ວຍງານສືບລັບຂອງຢູເຄຣນ ກ່ອນທີ່ຈະກ່າວຫາຣັດເຊຍວ່າ ໄດ້ສັ່ງເອົາເຮືອບິນໂດຣນ ຊາເຮດ 2,400 ລຳ ຈາກອີຣ່ານ ແລະຕໍ່ຈາກນັ້ນ ໄດ້ປ່ຽນຊື່ໃໝ່ມາເປັນໂດຣນເຈີຣານ-2 ທີ່ໝາຍຄວາມວ່າ “ເຈີເຣນຽມ” ໃນພາສາຣັດເຊຍ. ອີຣ່ານ ໄດ້ປະຕິເສດຕໍ່ການສະໜອງໂດຣນໃດໆໃຫ້ກັບຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG