ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະກາດການຊ່ວຍເຫຼືອທາງທະຫານຄັ້ງຫຼ້າສຸດໃຫ້ແກ່ຢູເຄຣນ


ແຟ້ມ-ເຈົ້າໜ້າທີ່ທະຫານອາກາດຄົນນຶ່ງ ຈາກ ທ່າອາກາດສກົວດຣອນທີ່ 436 ໃຊ້ລົດຍົກນ້ອຍ ເຄື່ອນຍ້າຍລູກປືນໃຫຍ່ທີ່ມີພະລັງທີ່ສຸດ 155 ມມ ເພື່ອມອບໃຫ້ແກ່ ຢູເຄຣນ, ຢູ່ທີ່ຖານທັບອາກາດ ໂດບເວີ, ເດລາແວ, ວັນທີ 29 ເມສາ 2022.
ແຟ້ມ-ເຈົ້າໜ້າທີ່ທະຫານອາກາດຄົນນຶ່ງ ຈາກ ທ່າອາກາດສກົວດຣອນທີ່ 436 ໃຊ້ລົດຍົກນ້ອຍ ເຄື່ອນຍ້າຍລູກປືນໃຫຍ່ທີ່ມີພະລັງທີ່ສຸດ 155 ມມ ເພື່ອມອບໃຫ້ແກ່ ຢູເຄຣນ, ຢູ່ທີ່ຖານທັບອາກາດ ໂດບເວີ, ເດລາແວ, ວັນທີ 29 ເມສາ 2022.

ລັດຖະບານທ່ານໄບເດັນ ໄດ້ປະກາດໃນວັນພຸດວານນີ້ ກ່ຽວກັບການເບີກຖອນອາວຸດ ແລະອຸປະກອນທາງທະຫານຄັ້ງສຸດທ້າຍ ອອກຈາກຄັງແສງຂອງສະຫະ ລັດ ເພື່ອມອບໃຫ້ແກ່ ຢູເຄຣນ, ພາຍໃຕ້ການອະນຸມັດຂອງປະທານາທິບໍດີ ທີ່ມີອອກມາແລ້ວ, ພ້ອມດ້ວຍການຊ່ວຍເຫຼືອໃນອະນາຄົດ ຈາກສະພາໃຫ້ແກ່ກີຢິບ.

ການ​ຊ່ວຍ​ເຫຼືອ 250 ລ້ານ​ໂດ​ລາ ລວມມີ​ອາວຸດຍຸດໂທປະກອນ ເພື່ອ​ປ້ອງ​ກັນການ​ໂຈ​ມ​ຕີທາງ​ອາກາດ, ພ້ອມດ້ວຍ​ລູກຈະ​ຫຼວດ​ເພີ້ມຕື່ມ​ສຳລັບ​ລະບົບ​ HIMARS, ລູກ​ປືນ​ໃຫຍ່ 155 ມມ ​ແລະ 105 ມມ. ອີງຕາມການກ່າວຢູ່ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ຂອງລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ທ່ານແອນໂທນີ ບລິງເກັນ.

“ການ​ຊ່ວຍ​ເຫຼືອ​ຂອງ​ພວກ​ເຮົາ​ມີ​ຄວາມ​ສຳຄັນ​ຕໍ່​ການ​ສະໜັບສະໜຸນ​ຄູ່​ຮ່ວມ​ມື ​ຢູ​ເຄຣນ ຂອງພວກເຮົາ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ປົກ​ປ້ອງ​ປະ​ເທດ​ຊາດ ​ແລະ​ອິດ​ສະຫຼະ​ພາບ​ຂອງພວກເຂົາເຈົ້າ ເພື່ອຕໍ່ຕ້ານ​ການ​ຮຸກ​ຮານ​ ຂອງຣັດ​ເຊຍ,” ທ່ານ ບລິງເກັນ ກ່າວ, ​ແລະທ່ານ​ກ່າວຕື່ມອີກ​ວ່າ ອາວຸດ​ແລະ​ອຸປະ​ກອນຕ່າງໆ ​ແມ່ນ​ ໄດ້​ຮັບການສະໜອງ​ໃຫ້ ພາຍ​ໃຕ້​ກາ​ນເບີກຖອນອອກມາໃຫ້ແກ່ ​ຢູ​ເຄຣນ ໂດຍກົງ.

ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ ກ່າວໃນອາທິດແລ້ວນີ້ວ່າ ປະທານາທິບໍດີ ໂຈ ໄບເດັນ ກໍາລັງວາງແຜນການຊ່ວຍເຫລືອ ທາງທະ ຫານອີກຊຸດນຶ່ງໃນເດືອນທັນວານີ້, ແຕ່ວ່າ ການຊ່ວຍເຫຼືອຫຼັງຈາກນັ້ນ ຈະຕ້ອງມີການຕົກລົງເຫັນດີຢູ່ໃນສະພາ, ບ່ອນທີ່ຄວາມຄາດຫວັງສໍາລັບຂໍ້ຕົກລົງແມ່ນບໍ່ແນ່ນອນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG