ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ໂຈມ​ຕີ ຢູ​ເຄ​ຣນ ດ້ວຍ​ໂດ​ຣນ 35 ລຳ

ພາບ​ແຈກ​ຢ້າຍນີ້​ທີ່​ຖືກ​ຖ່າຍ ແລະ ເປີດ​ເຜີຍ​ໂດຍ​ໜ່ວຍ​ສຸກ​ເສີນ ຢູ​ເຄ​ຣນ ໃນ​ວັນ​ທີ 30 ມັງ​ກອນ 2024 ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ນັກ​ກູ້​ໄພ ເຮັດ​ວຽກ​ຢູ່​ທາງ​ຂ້າງ​ຕຶກ​ຫ້ອງ​ການ​ຄຸ້ມ​ຄອງ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ໂຈມ​ຕີ​ຂອງ​ໂດ​ຣນໃນ​ພາກ​ພື້ນ ກີ​ຢິບ.

ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ມື້ນີ້​ວ່າ​ກອງ​ທັບ​ຂອງ ຣັດ​ເຊຍ ໄດ້ທຳ​ການໂຈມ​ຕີ​ດ້ວຍ​ໂດ​ຣນ​ 35 ລຳ ແລະ ລູກ​ສອນ​ໄຟ​ນຳ​ວິ​ຖີ​ສອງ​ລູກ ​ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ ທີ່​ແນ​ເປົ້າ​ໃສ່ຫຼ​າຍ​ພາກ​ພື້ນ​ຂອງ​ປະ​ເທດ.

ກອງ​ທັບ​ອາ​ກາດ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ໄດ້​ທຳ​ລາຍ​ໂດ​ຣນ 15 ລຳ, ລວມ​ທັງ​ການ​ສະ​ກັດ​ກັ້ນ​ຢູ່​ພາກ​ພື້ນ ມີ​ໂຄ​ລາ​ອິບ, ຊູ​ມີ, ເຈີ​ກາ​ຊີ, ດ​ນິບ​ໂປ​ຣ​ເປ​ຕ​ຣອບ, ຄາ​ຄີບ, ເຄີ​ສັນ ແລະ ກີ​ຢິບ.

ກອງ​ທັບ​ອາ​ກາດ​ໄດ້​ກ່າວ​ວ່າ​ສ່ວນ​ນຶ່ງ​ຂອງ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໄດ້​ເພັ່ງ​ເລັງການ​ໂຈມ​ຕີ ໃສ່​ພື້ນ​ຖານ​ໂຄງ​ລ່າງນ້ຳ​ມັນ​ເຊື້ອ​ໄຟ ແລະ ພະ​ລັງ​ງານ.

ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າລະ​ບົບ​ປ້ອງ​ກັນໄພ​ທາງ​ອາ​ກາດ​ຂອງ​ເຂົາ​ເຈົ້າ ​ໄດ້​ທຳ​ລາຍ​ການ​ໂຈມ​ຕີ​ຕ່າງໆ​ໂດຍ​ໂດ​ຣນ 21 ລຳ​ຂອງ​ຢູ​ເຄ​ຣນ.

ອົງ​ການ​ຂ່າວ​ຕ່າງໆ​ຂອງ ຣັດ​ເຊຍ ໄດ້​ລາຍ​ງານ​ວ່າ​ ກອງ​ທັບ​ໄດ້​ສະ​ກັດ​ກັ້ນ ຫຼື ທຳ​ລາຍ​ໂດ​ຣນ​ຂອງ ຢູ​ເຄ​ຣນ ຢູ່​ທ້ອງ​ຟ້າ​ຂອງ​ແຫຼມ ໄຄ​ຣ​ເມຍ ທີ່​ຖືກຍຶດ​ຄອງ​ໂດຍ ຣັດ​ເຊຍ, ພ້ອມ​ກັບ​ພາກ​ພື້ນ ແບ​ລ​ໂກ​ຣອດ, ບ​ຣີ​ອານ​ສ, ຄາ​ລູ​ກາ ແລະ ທູ​ລາ​ ຂອງ ຣັດ​ເຊຍ.

ອ່ານ​ຂ່າວນີ້​ຕື່ມເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG