ກອງທັບຢູເຄຣນກ່າວໃນວັນພະຫັດມື້ນີ້ວ່າ ກອງກຳລັງຂອງຣັດເຊຍໄດ້ທໍາການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ 10 ລຳ ແລະລູກສອນໄຟນຶ່ງລູກ ໃນຕອນກາງຄືນທີ່ຜ່ານມາ.
ກອງທັບອາກາດຢູເຄຣນກ່າວວ່າ ກອງກໍາລັງປ້ອງກັນທາງອາກາດອາກາດຂອງປະເທດ ໄດ້ທຳລາຍເຮືອບິນບໍ່ມີຄົນຂັບ 8 ລຳ ດ້ວຍການສະກັດກັ້ນທີ່ເກີດຂຶ້ນຢູ່ໃນຂົງເຂດ ໂປລຕາວາ (Poltava), ດນີໂປຣເປໂຕຣບສ໌ (Dnipropetrovsk), ຊາໂປຣິສເຊຍ (Zaporizhzhia) ແລະ ຄາກີບ (Kharkiv).
ການບຸກໂຈມຕີຢູເຄຣນຂອງຣັດເຊຍ ໄດ້ເລີ້ມຕົ້ນຂຶ້ນໃນວັນທີ 24 ກຸມພາ ປີ 2022, ແລະໃນຂະນະທີ່ວັນຄົບຮອບ 2 ປີໃກ້ຈະມາເຖິງນີ້ ບັນດາຜູ້ນຳຂອງກຸ່ມ7 ປະເທດອຸດສາຫະກຳຊັ້ນນຳ ກໍຈະໄດ້ຈັດກອງປະຊຸມຜ່ານທາງອອນລາຍໃນວັນເສົານີ້ ເພື່ອຫາລືກ່ຽວກັບການສະໜັບສະໜຸນຢູເຄຣນ.
ໂຄສົກທຳນຽບຂາວ ທ່ານນາງຄາຣີນ ຊັງ-ປີແອ (Karine Jean-Pierre) ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ວ່າ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຍັງຈະເຂົ້າຮ່ວມໃນການເຈລະຈາ, ແລະກຸ່ມດັ່ງກ່າວ ຈະເນັ້ນຢໍ້າເຖິງ “ບາດກ້າວທີ່ພວກເຮົາສາມາດດຳເນີນຮ່ວມກັນ ເພື່ອສືບຕໍ່ຕ້ານ ຣັດເຊຍ.”
ຟໍຣັມສະແດງຄວາມຄິດເຫັນ