ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດເອເຊຍ ຄາດໝາຍວ່າ ຈະມີສາຍພົວພັນ ທີ່ອົບອຸ່ນຂຶ້ນ ກັບຮັດເຊຍ


ພວກສະໜັບສະໜຸນ ສະຫລອງໄຊຊະນະ ຂອງທ່ານພູຕິນ ໃກ້ໆກັບວັງແຄຣມລິນ, ວັນທີ 5 ທັນວາ 2012.
ພວກສະໜັບສະໜຸນ ສະຫລອງໄຊຊະນະ ຂອງທ່ານພູຕິນ ໃກ້ໆກັບວັງແຄຣມລິນ, ວັນທີ 5 ທັນວາ 2012.

ບັນດາ​ປະ​ເທດ​ເພື່ອນ​ບ້ານ​ຂອງຣັດ​ເຊຍ​ໃນຂົງ​ເຂດ​ເອ​ເຊຍກ່າວ​ວ່າ ​ພວກ​ຕົນຄາດໝາຍວ່າ
ສາຍສໍາພັນກັບຣັດ​ເຊຍຈະກະ​ຊັບ​ແໜ້ນ​ຂຶ້ນກວ່າ​ເກົ່າ ຫລັງ​ຈາກ​ທີ່ຣັດ​ເຊຍໄດ້​ເລືອກ​ເອົາ
ນາຍົກລັ​ດຖະມົນຕີ Vladimir Putin ​ເປັນ​ປະທານາທິບໍດີ ອີກ​ຄັ້ງ​ນຶ່ງ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຈີນ ທ່ານ Liu Weimin ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ໃນ​ວັນ​ຈັນ​ມື້​ນີ້​ທີ່​ກຸງ​ປັກ​ກິ່ງວ່າ ຄວາມ​ສໍາພັນ​ຂອງ​ຈີນ​ກັບຣັດ​ເຊຍ​ນັ້ນ ​ແມ່ນໄດ້ມີກາ​ນຂະ​ຫຍາ​ຍ​ໂຕ​ໃນ​ທາງ​ບວກຢ່າງ​ໝັ້ນຄົງມາ​ຕະຫລອດ ​ແລະ​ທາງ ກຸງ​ປັກ​ກິ່​ງ ກໍຄາດຫວັງ​ທີ່​ຈະໃຫ້​ເປັນ​ເຊ່ນ​ນັ້ນສືບ​ຕໍ່​ໄປ ພາຍ​ໃຕ້​ປະທານາທິບໍດີ Putin.

ທ່ານ Liu ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ອີກ​ວ່າ ທັງກຸງ​ປັກ​ກິ່ງ​ແລະ​ກຸງມົສກູ​ນັ້ນ​ ແມ່ນ​ມີ​ມູມມອງແບບ​ດຽວ​ກັນ ທາງດ້ານ​ນະ​ໂຍບາຍຕ່າງປະ​ເທດ.

ຫວ່າງໝໍ່ໆ​ມາ​ນີ້ ຈີນ​ແລະຣັດ​ເຊຍ​ໄດ້ເປັນພຽງສອງສະມາຊິກໃນສະພາຄວາມໝັ້ນຄົງສະຫະ
ປະຊາຊາດ ​ທີ່​ໄດ້​ອອກສຽງ​ຍັບ​ຍັ້ງ​ມະຕິ​ທີ່​ຮຽກຮ້ອງໃຫ້ປະ​ທາ​ນາ​ທິບໍດີຊີ​ເຣຍ ທ່ານ Bashar
al-Assad ກ້າວລົງ​ຈາກ​ອໍານາດ​ນັ້ນ.

ທີ່​ກຸງ​ໂຕ​ກຽວ ຫົວໜ້າ​ຫ້ອງການ​ລັດຖະບານຍີ່​ປຸ່ນ ທ່ານ Osamu Fujimura ​ກໍໄດ້​ບອກ​ກັບ​ບັນດາ​ນັກ​ຂ່າວ​ວ່າ ​ໂດຍ​ພື້ນຖານ​ແລ້ວ ນະ​ໂຍບາຍ​ຂອງປະ​ເທດ​ຂອງ​ທ່ານ​ກ່ຽວ​ກັບ​ຮັດ​ເຊຍ​ນັ້ນ ແມ່ນ​ສົ່ງ​ເສີມການ​ຮ່ວມ​ມືກັນໃນຫຼາຍໆດ້ານ ​ເພື່ອ​ກໍ່ສ້າງການ​ເປັນ​ພາ​ຄີ​ທີ່​ເໝາະ​ສົມ.

ທ່ານ Fujimura ​ໄດ້​ກ່າວ​ອີກວ່າ ໂຕ​ກຽວຫວັງ​ວ່າຈະ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງ​ເລື່ອງດິນ​ແດນກ່ຽວ​ກັບ 4 ​ເກາະ ທີ່ກໍາລັງ​ຂອງຣັດ​ເຊຍ​ໄດ້ຍຶດ​ເອົາໃນໄລຍະ ຫຼາຍ​ໆອາທິດ ຫຼັງ​ຈາກທີ່​ຍີ່ປຸ່ນ​ໄດ້​ປລາ​ໄຊ​ໃນສົງຄາມ​ໂລກ​ຄັ້ງ​ທີ 2 ນັ້ນ. ທ່ານ Putin​ ​ເອງ​ກໍໄດ້ສະ​ແດງຄວາມ​ປາດ​ຖະໜາຢາກ​ຈະ​ຍຸດ​ຕິ​ການ​ຜີ​ດ​ຖຽງ​ກັນ ກ່ຽວ​ກັບໝູ່ເກາະ ​Kuril ນັ້ນ.

XS
SM
MD
LG