ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ເຂົ້າຮ່ວມ ການໂຕ້ຖຽງ ຢູ່ທະເລຈີນໃຕ້ ໂດຍເຮັດຂໍ້ຕົກລົງ ກັບ ກຸ່ມອາຊຽນ

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ຄົນທີສອງຈາກຊ້າຍ) ພົບປະກັບປະທານ ທະນາຄານລົງທຶນ ດ້ານພື້ນຖານໂຄງລ່າງ ຂອງເອເຊຍ ຫຼື Asian Infrastructure Investment Bank (AIIB) ທ່ານ Jin Liqun (ຄົນທີສອງຈາກຂວາ) ທີ່ບ້ານພັກ Bocharov Ruchei ທີ່ນະຄອນ Sochi ຂອງ Russia, ວັນທີ 18 ພຶດສະພາ 2016.

ຣັດເຊຍ ແມ່ນມີກຳນົດ ຈະສະຫລຸບ ຂໍ້ຕົກລົງ ກັບ ບັນດາປະເທດໃນກຸ່ມອາຊຽນ ທີ່ ລວມທັງການອ້າງອິງທີ່​ເປັນບັນຫາຖົກຖຽງກັນ ກ່ຽວກັບ ການເດີນ​ເຮືອ ແລະ ການ​ເຮັດໃຫ້ທະເລຈີນໃຕ້ກາຍ​ເປັນ​ເຂດ​ແຂ່ງຂັນ ທາງ​ທະຫານ ອິງ​ຕາມຮ່າງຂໍ້ຕົກລົງທີ່ ລາຍການຂອງວີໂອເອພະແນກ ພາສາຂະແມ ໄດ້ຮັບມາ.

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ຄົນທີ 5 ຈາກຊ້າຍ) ເຫັນຈັບມືກັບບັນດາຜູ້ນ້ຳ ຂອງອາຊຽນ ຫຼື ASEAN ໃນລະຫວ່າງ ການທາບທາມຕໍ່ກຸ່ມ ໃນເບື້ອງຕົ້ນ ຂອງຣັດເຊຍ, ຢູ່ທີ່ກອງປະຊຸມສຸດຍອດ ທີ່ນະຄອນ Kuala Lumpur ຂອງ Malaysia, ວັນທີ 13 ທັນວາ 2005.

ອິງຕາມ ຮ່າງຂໍ້ຕົກລົງ ຂອງຄຳ​ປະກາດ Sochi ສະບັບວັນທີ 7 ພຶດສະພານັ້ນ ແລະ ໄດ້ຖືກໝາຍວ່າ ເປັນໜັງສືຂໍ້ຕົກລົງ​ແລ້ວນັ້ນ ຣັດເຊຍ ກຳລັງເຄື່ອນໄຫວໄປສູ່ “ການ​ເປັນພາຄີຍຸດທະສາດ ຕ່າງ​ຝ່​າຍຕ່າງ​ມີຜົນປະໂຫຍດ” ໂດຍກວມລວມ ເອົາເລື້ອງ ຄວາມໝັ້ນຄົງ ການຄ້າ ສັງຄົມ ສາທາລະນະສຸກ ແລະ ບັນຫາສະພາບແວດລ້ອມ.

ການດຳເນີນງານທີ່ບໍ່ເຄີຍມີມາກ່ອນ ກັບ 10 ປະ​ເທດສະມາຊິກ ຂອງສະມາຄົມບັນດາ ປະຊາ​ຊາດໃນເອເຊຍຕາເວັນອອກສຽງໃຕ້ ແມ່ນສ່ວນ ນຶ່ງຂອງຄວາມພະຍາຍາມ ຂອງ ປະທານາທິບໍດີຣັດເຊຍທ່ານ Vladimir Putin ເພື່ອທີ່ຈະຂະຫຍາຍ ອິດທິພົນຂອງມົສກູ ອອກໄປສູ່ຂົງເຂດດັ່ງກ່າວ. ມັນໄດ້ມີຂຶ້ນ ໃນຂະນະທີ່ປະທານາທິບໍດີ ບາຣັກ ໂອບາມາ ມີກຳນົດຈະເດີນທາງໄປຢ້ຽມຢາມປະເທດຫວຽດນາມ.

ຄາດກັນວ່າ ຜູ້ນຳສະຫະລັດ ຈະໄປຮອດຫວຽດນາມ ບໍ່ຮອດສອງສັບປະດາ ຫຼັງຈາກ ທີ່ເຮືອພິຄາດ USS William Lawrence ຂອງ ສະຫະລັດ ໄດ້ປະຕິບັດພາລະກິດ ຊົມ​ໃຊ້ສິດເສລີ ໃນການເດີນເຮືອ ຢູ່ໃນເຂດນ້ຳທີ່ມີບັນຫາຂັດແຍ້ງກັນໂດຍ​ໄດ້ແລ່ນຫ່າງ​ຈາກເກາະ Fiery Cross Reef ທີ່ຈີນຄຸ້ມຄອງຢູ່ນັ້ນໃນລັດສະໝີ 12 ມາຍທະເລ. ກະຊວງການຕ່າງປະເທດຂອງຈີນ ໄດ້ຮ້ອງການ​ເຄື່ອນ​ໄຫວຂອງເຮືອລົບສະຫະລັດ ດັ່ງກ່າວວ່າ ເປັນການຂົ່ມຂູ່ຕໍ່ສັນຕິພາບ ແລະ ສະຖຽນລະພາບຢູ່​ໃນຂົງເຂດ.

ຂໍ້ຕົກລົງສະບັບ​ນີ້ ມີກຳນົດຈະຖືກຮັບຮອງເອົາ ໃນວັນສຸກມື້ອື່ນ ຊຶ່ງໄດ້ແຈ້ງວ່າ ກຸ່ມອາຊຽນ ແລະ ຣັດເຊຍ ຕົກລົງທີ່ຈະລົງເລີກການ​ຮ່ວມ​ມືໃນດ້ານການເມືອງ ຄວາມໝັ້ນຄົງ ຕໍ່ຕ້ານ ການກໍ່ການຮ້າຍ ແລະການ ຮ່ວມມືດ້ານເສດຖະກິດ “ບົນພື້ນຖານ ຂອງຫຼັກການຄວາມ ສະເໝີພາບ ຕ່າງ​ຝ່າຍ​ຕ່າງໄດ້ຮັບຜົນປະໂຫຍດ ແລະມີຄວາມຮັບຜິດຊອບຮ່ວມ​ກັນ ​ເພື່ອ​ຊຸກຍູ້​ສັນຕິພາບ ພັດທະນາ ແລະ ຄວາມກ້າວໜ້າທາງ​ດ້ານສັງຄົມ ຢູ່ໃນຂົງເຂດ ເອເຊຍປາຊີຟິກ ດ້ວຍວິ​ໄສ​ທັດ ທີ່ຈະເຮັດວຽກໄປສູ່​ການ ​ເປັນພາຄີຍຸດທະສາດ.”

ປະເທດອາຊຽນຈຳນວນນຶ່ງ ໄດ້ອ້າງເອົາກຳມະສິດກວມກັນ​ໃນທະເລຈີນ​ໃຕ້ ໂດຍສະ ເພາະ ແມ່ນ ຈີນ ຫວຽດນາມ ແລະ ຟີລິບປິນ. ຫຼາຍປະເທດໃນກຸ່ມຂົງເຂດດັ່ງກ່າວ ໄດ້ ສະເໜີແນະ ໃຫ້ມີການແກ້ໄຂບັນຫາ ​ແບບຫຼາຍຝ່າຍ ແຕ່ປັກກິ່ງ ໄດ້ກ່າວວ່າ ຕົນຈະ ພຽງດຳເນີການເຈລະຈາ ສອງຝ່າຍເທົ່ານັ້ນ ກ່ຽວກັບຂໍ້ຂັດແຍ້ງຕ່າງໆ ດ້ານເຂດນ້ຳ ແດນດິນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Russia ASEAN
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG