ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ​ ຈັບ​ຄົນ​ອາ​ເມ​ຣິກັນ​​ ໃນ​ຂໍ້​ຫາ​ຄ້າ​ຢາ​ເສບ​ຕິດ 


ແຟ້ມພາບ - ຮູບ​ນີ້​ຖ່າຍ​ໃນ​ວັນ​ທີ 2 ພຶດ​ສະ​ພາ 2022, ສະ​ແດງ​ໃຫ້​ເຫັນ​ຫໍ​ວັງເຄຣັມລິນ ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ຣັດ​ເຊຍ ຢູ່​ເບື້ອງ​ຫລັງ, ຢູ່​ກາງ​ມົສ​ກູ
ແຟ້ມພາບ - ຮູບ​ນີ້​ຖ່າຍ​ໃນ​ວັນ​ທີ 2 ພຶດ​ສະ​ພາ 2022, ສະ​ແດງ​ໃຫ້​ເຫັນ​ຫໍ​ວັງເຄຣັມລິນ ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ຣັດ​ເຊຍ ຢູ່​ເບື້ອງ​ຫລັງ, ຢູ່​ກາງ​ມົສ​ກູ

ນັກດົນຕີ ແລະອະດີດທະຫານໂດດຈ້ອງ ສະຫະລັດ ໄດ້ຖືກຈັບໃນມົສກູ ໃນຂໍ້ຫາຄ້າຂາຍຢາເສບຕິດ ແລະການ​ປາກົດຕົວໃນສານຂອງລາວ, ເຊິ່ງຖືກຂັງຢູ່ໃນຄອກໂລຫະ, ມີ​ການ​ອອກ​ອາ​ກາດ​ທາງໂທລະພາບຂອງລັດ ອີງຕາມ​ລາຍ​ງານອົງການຂ່າວຣອຍເຕີສ໌.

ລະບົບສານຂອງຣັດເຊຍ ໄດ້ຕັ້ງຊື່ຄົນອາເມຣິກັນ ທີ່ຖືກກັກຂັງນັ້ນວ່າ ໄມເຄິລ ທຣາວິສ ລີຄ (Michael Travis Leake), ອາຍຸ 51 ປີ, ເຊິ່ງເຄີຍເປັນນັກແຕ່ງເພງ ແລະນັກດົນຕີໃນວົງດົນຕີຣັອກ "ໂລວີ ໂນຈ (Lovi Noch)" ("Catch the night") ຂອງຣັດເຊຍ.

ສະຖານີໂທລະພາບຂອງລັດ ຣັອດຊີຢາ 24 (Rossiya 24) ໄດ້ສະແດງໃຫ້ເຫັນລາວຢືນຢູ່ໃນຄອກຂອງສານໃນຂະນະທີ່ REN TV ສະແດງຮູບພາບຂອງລາວທີ່ຖືກກັກຂັງ ໃນວັນທີ 6 ມິຖຸນາ ຢູ່ມົສກູ, ນອນຢູ່ເທິງພື້ນ ໃສ່ໂສ້ງຊ້ອນໃນ ແລະເສື້ອຢືດ ໂດຍທີ່ມືຖືກມັດຢູ່ທາງຫລັງຂອງລາວ.

"ໃນວັນທີ 10 ມິຖຸນາ 2023, ສານເຂດຄາມອຟນິກິ (Khamovniki) ຂອງມົສກູ ໄດ້ອອກມາດຕະການຄວບຄຸມໂຕພົນລະເມືອງສະຫະລັດຄົນນຶ່ງ," ອີງຕາມການຖະແຫຼງການໃນແອັບສົ່ງຂໍ້ຄວາມ Telegram ທີ່ສົ່ງໂດຍສານເຂດທີ່ມີສິດອຳນາດຄົບຖ້ວນຂອງມົສກູ.

"ອະດີດທະຫານໂດດຈ້ອງ ແລະ ນັກດົນຕີ ຜູ້ຖືກກ່າວຫາວ່າ ດຳເນີນທຸລະກິດຄ້າຂາຍຢາເສບຕິດ ທີ່ພົວພັນກັບໄວໜຸ່ມ, ຈະຖືກຄວບຄຸມໂຕຈົນຮອດວັນທີ 6 ສິງຫາ 2023."

ມັນບໍ່ເປັນທີ່ຈະແຈ້ງວ່າ ທ້າວ ລີຄ (Leake) ມີທະນາຍຄວາມຫຼືບໍ່. ອົງການຂ່່າວຣອຍເຕີສ໌ (Reuters) ບໍ່​ສາ​ມາດ​ຕິດ​ຕໍ່ ທ້າວ ລີຄ (Leake) ເພື່ອສະແດງ​ຄໍາ​ຄິດ​ເຫັນໄດ້ ເນື່ອງຈາກລາວຢູ່​ໃນການຄວບຄຸມໂຕຂອງຣັດ​ເຊຍ​. ຂໍ້ ຄວາມທີ່ສົ່ງຫາວົງດົນຕີ ທີ່ລາວມີສ່ວນຮ່ວມນຳ ບໍ່ໄດ້ຖືກຕອບ.

ເຣນ ທີວີ (REN TV) ກ່າວ​ວ່າ ພົບ​ສານ​ເສບ​ຕິດ​ທີ່​ໜ້າ​ສົງ​ໄສ​ຢູ່​ອາ​ພາດ​ເມັນ​ຂອງ ທ້າວ ລີຄ (Leake).

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG