ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວຝ່າຍຄ້ານ ຣັດເຊຍ ຖືກຈັບ ລຸນຫຼັງການ​ທຳ​ນາຍ ກ່ຽວກັບ ທ່ານ ປູຕິນ


ທ່ານ ວລາດິເມຍ ຄາຣາ-ເມີຊາ, ນັກເຄື່ອນໄຫວຝ່າຍຄ້ານ ຣັດເຊຍ, ໃນນະຄອນຫຼວງ ມົສກູ, ຣັດເຊຍ. 27 ກຸມພາ, 2021.
ທ່ານ ວລາດິເມຍ ຄາຣາ-ເມີຊາ, ນັກເຄື່ອນໄຫວຝ່າຍຄ້ານ ຣັດເຊຍ, ໃນນະຄອນຫຼວງ ມົສກູ, ຣັດເຊຍ. 27 ກຸມພາ, 2021.

ນັກເຄື່ອນໄຫວຝ່າຍຄ້ານຊາວຣັດເຊຍທີ່ສຳຄັນຄົນນຶ່ງໄດ້ຖືກຈັບຢູ່ໃກ້ບ້ານຂອງລາວ ໃນນະຄອນຫຼວງມົສກູເມື່ອວັນຈັນທີ່ຜ່ານມາ ແລະ ໄດ້ຖືກຕັດສິນຂັງຄຸກ 15 ວັນສຳລັບການຂັດຂືນຄຳສັ່ງຂອງຕຳຫຼວດ.

ການຈັບກຸມໄດ້ມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກທ່ານ ວລາດິເມຍ ຄາຣາ-ເມີຊາ ໄດ້ໃຫ້ການສຳພາດກັບໂທລະ ພາບ CNN ເຊິ່ງທ່ານໄດ້ເອີ້ນລະບອບການປົກຄອງຂອງປະທານາທິບໍດີຣັດເຊຍ ທ່ານ ວລາດິເມຍ ປູຕິນວ່າ “ຄາດຕະກອນ” ແລະ ຄາດວ່າສົງຄາມໃນຢູເຄຣນຈະນຳໄປສູ່ການຫຼົ້ມຈົມຂອງທ່ານປູຕິນ.

ລາວໄດ້ກ່າວຕໍ່ໂທລະພາບ CNN ວ່າ “ຂ້າພະເຈົ້າບໍ່ມີຄວາມສົງໄສ ຢ່າງແນ່ ນອນວ່າລະບອບການປົກຄອງຂອງທ່ານປູຕິນ ຈະສິ້ນສຸດລົງຍ້ອນສົງຄາມໃນຢູເຄຣນນີ້.” ທ່ານກ່າວຕື່ມວ່າມັນ “ບໍ່ໄດ້ໝາຍຄວາມວ່າມັນຈະເກີດຂຶ້ນໃນມື້ອື່ນ. ຄຳຖາມທີ່ສຳຄັນສອງອັນແມ່ນເວລາ ແລະ ລາຄາ, ຂ້າພະ ເຈົ້າບໍ່ໄດ້ໝາຍເຖິງເລື່ອງເງິນ, ຂ້າພະເຈົ້າໝາຍເຖິງລາຄາ ຂອງເລືອດມະນຸດ ແລະ ຊີວິດຂອງມະ ນຸດ, ແລະມັນໄດ້ເປັນກາຍເປັນສິ່ງຊົ່ວຮ້າຍຫຼາຍ. ແຕ່ລະບອບການປົກຄອງຂອງທ່ານປູຕິນຈະສິ້ນ ສຸດລົງຍ້ອນສິ່ງນີ້, ແລະມັນຈະມີປະຊາທິປະໄຕຣັດເຊຍຫຼັງຈາກທ່ານປູຕິນ.”

ໃນປີ 2015 ແລະ ອີກຄັ້ງນຶ່ງໃນປີ 2017, ທ່ານ ຄາຣາ-ເມີຊາໄດ້ອ້າງວ່າລາວໄດ້ຖືກວາງຢາພິດໃສ່ ໂດຍລັດຖະ ບານຂອງທ່ານປູຕິນ. ລາວໄດ້ກ່າວວ່າການວາງຢາພິດແມ່ນຜົນຂອງຄວາມພະຍາຍາມຂອງລາວທີ່ເຮັດໃຫ້ສະຫະລັດ ແລະ ຢູໂຣບວາງມາດຕະການລົງໂທດຕໍ່ທ່ານປູຕິນ ແລະ ເຈົ້າໜ້າທີ່ຣັດເຊຍຄົນອື່ນໆ.

ໃນກໍລະນີທຳອິດມີລາຍງານວ່າໄດ້ເຮັດໃຫ້ໝາກໄຂ່ຫຼັງຂອງລາວລົ້ມແຫຼວ.

ທ່ານນາງ ເຢັຟເກນີຢາ, ພັນລະຍາຂອງທ່ານຄາຣາ-ເມີຊາ ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ສອງຄັ້ງໃນ 7 ປີທີ່ຜ່ານມາ, ພວກເຈົ້າໜ້າທີ່ຣັດເຊຍໄດ້ພະ ຍາຍາມທີ່ຈະຂ້າທ່ານຄາຣາ-ເມີຊາ ສຳລັບການພະຍາຍາມທີ່ຈະວາງມາດຕະ ການລົງໂທດສ່ວນຕົວຕໍ່ພວກຂີ້ລັກ ແລະ ຄາດຕະກອນ ແລະ ຕອນນີ້ພວກເຂົາຢາກຈະໂຍນລາວເຂົ້າຄຸກສຳລັບການເອີ້ນສົງຄາມທີ່ຊົ່ວຮ້າຍ ແລະນອງເລືອດວ່າສົງຄາມ. ຂ້າພະເຈົ້າຂໍຮຽກຮ້ອງໃຫ້ປ່ອຍຕົວລາວໃນທັນທີ.”

ໃນທວິດເຕີເມື່ອວັນຈັນທີ່ຜ່ານມາ, ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ໄດ້ກ່າວວ່າທ່ານເປັນຫ່ວງກ່ຽວກັບການຈັບກຸມນັ້ນ.

ທ່ານໄດ້ກ່າວຕື່ມວ່າ “ພວກເຮົາກຳລັງຕິດຕາມສະຖານະການນີ້ຢ່າງໃກ້ຊິດ ແລະ ຮຽກຮ້ອງໃຫ້ປ່ອຍຕົວລາວໃນທັນທີ.”

ທະນາຍຄວາມຂອງທ່ານຄາຣາ-ເມີຊາໄດ້ກ່າວວ່າ ທ່ານຈະຂໍອຸທອນການຕັດສິນຄະດີ.

ໃນເດືອນມີນາ, ຣັດເຊຍໄດ້ຮັບຜ່ານກົດໝາຍທີ່ເຄັ່ງຄັດ ເຮັດໃຫ້ການໃຊ້ຄຳສັບ “ສົງຄາມ” ຫຼື “ການບຸກລຸກ” ເພື່ອອະທິບາຍການກະທຳຂອງຣັດເຊຍໃນຢູເຄຣນວ່າ ສາມາດນຳມາດຳເນີນຄະດີໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG