ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ເຮືອບິນຣັດເຊຍ ໂຈມຕີເປົ້າໝາຍ ໃນຊີເຣຍ ຂະນະທີ່ ຊີເຣຍ ຖິ້ມລະເບີດຖັງ ລົງໃສ່


ຮູບຈາກວີດີໂອ ຂອງກະຊວງປ້ອງກັນປະເທດຣັດເຊຽ ທີ່ນຳອອກເຜີຍແຜ່ ເມື່ອວັນທີ 15 ພະຈິກ ສະແດງໃຫ້ເຫັນ ການຍິງລູກສອນໄຟນຳວິຖີ ຈາກເຮືອພິຄາດ Grigorovich ທີ່ຈອດຢູ່ນອກແຄມຝັ່ງຊີເຣຍ.

ເຮືອບິນ​ລົບ​ຈາກ​ກຳ​ປັ່ນ​ບັນທຸກ​ເຮືອບິນ​ພຽງ​ລຳ​ດຽວ​ຂອງຣັດ​ເຊຍແລະ​ເຮືອ​ພິຄາດ​ຕິດ​ລູກ​ສອນ​ໄຟ ​ໄດ້​ທຳ​ການ​ໂຈມ​ຕີ​ເປົ້າໝາຍ​ຕ່າງໆ​ຢູ່​ຊີ​ເຣຍ ​ໃນ​ວັນອັງຄານ​ວານນີ້ ​ໂດຍ​ຖິ້ມລະ​ເບີດ​ໃສ່​ເຂດ​ຕ່າງໆ​ທາງ​ກ້ຳຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເມືອງ Aleppo ​ໃນ​ຂະນະ​ທີ່​ເຮື​ອບິນ​ຂອງ​ລັດຖະບານ​ຊີ​ເຣຍ​ເລີ້ມການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ຖັງ​ຮອບ​ໃໝ່​ໃສ່​ເຂດ​ໃຈກາງ​ເມືອງ.

ການ​ໂຈມ​ຕີ​ເທື່ອ​ທຳ​ອິດ​ຂອງຣັດ​ເຊຍຈາກ​ກຳ​ປັ່ນ​ບັນທຸກ​ເ​ຮື​ອບິນພົນ​ເອກ Kuznetsov ທີ່ ກຳລັງ​ແລ່ນ​ຢູ່​ໃນ​ທະ​ເລ​ເມ​ດີເທີເຣນຽນ ​ໄດ້​ບັນ​ລະ​ຍາຍ ​ໂດຍ​ວັງ​ເຄຣັມລິນ​ ໃນ​ວັນ​ອັງຄານ​ວານ​ນີ້ວ່າ ​ໄດ້​ແນ​ເປົ້າໝາຍ​ໃສ່​ພວກ​ຫົວ​ຮຸນ​ແຮງ​ຈັດ​ ໃນ​ແຂວງ ​Idlib ແລະ Homs.

ຮູບຈາກວີດີໂອ ທີ່ນຳອອກເຜີຍແຜ່ ໂດຍກະຊວງປ້ອງກັນປະເທດຣັດເຊ ເມື່ອວັນທີ 15 ພະຈຶກ 2016​ ສະແດງໃຫ້ເຫັນ ເຮືອບິນພວມບິນຂຶ້ນ ຈາກກຳປັ່ນບັນທຸກເຮືອບິນ Kuznetsov ທີ່ພວມແລ່ນຢູ່ ໃກ້ໆແຄມຝັ່ງຊີເຣຍ.
ຮູບຈາກວີດີໂອ ທີ່ນຳອອກເຜີຍແຜ່ ໂດຍກະຊວງປ້ອງກັນປະເທດຣັດເຊ ເມື່ອວັນທີ 15 ພະຈຶກ 2016​ ສະແດງໃຫ້ເຫັນ ເຮືອບິນພວມບິນຂຶ້ນ ຈາກກຳປັ່ນບັນທຸກເຮືອບິນ Kuznetsov ທີ່ພວມແລ່ນຢູ່ ໃກ້ໆແຄມຝັ່ງຊີເຣຍ.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ວ່າ ​ເຮືອ​ພິຄາດ​ຂອງ​ກອງທັບ​ເຮືອ​ກໍ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ ​ໃສ່​ເປົ້າໝາຍຕ່າງໆ ​ໃນ​ພາກ​ເໜືອ​ຂອງ​ແຂວງ Idlib ຊຶ່ງ​ເປັນບໍລິ​ເວນ​ທີ່​ຕັ້ງຫ່າງ​ ຈາກ​ເມືອງ Aleppo ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ປະມານ 60 ຫລັກ​ກິ​ໂລ​ແມັດ.

​ແຕ່​ແນວ​ໃດ​ກໍ​ຕາມ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຢືນຢັດ​ວ່າການ​ໂຈມ​ຕີ​ຂອງຣັດ​ເຊຍແມ່ນ​ຈຳ ກັດສະເພາະ​ແຕ່​ເປົ້າໝາຍ​ຂອງ​ກຸ່ມ​ລັດ​ອິສລາມແລະ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ​ອື່ນໆ​ແລະ​ໂຄສົກ​ ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດທ່ານ Igor Konashenkov ​ໄດ້​ປະຕິ​ເສດ​ຕໍ່ລາຍ​ງານ​ຂອງ​ສື່​ມວນ​ຊົນ​ທີ່​ໄດ້​ກ່າວ​ຫາ​ວ່າ ​ເຮືອບິນ​ຂອງຣັດ​ເຊຍ ​ມີ​ສ່ວນ​ພົວພັນໃນ​ການ​ໂຈມ​ຕີ​ໂຮງໝໍຢູ່​ເມືອງ Aleppo. ທ່ານ​ກ່າວ​ວ່າ ບໍ່​ມີ​ການ​ໂຈມ​ຕີ​ຂອງຣັດ​ເຊຍ​ ຢູ່​ເມືອງ Aleppo ​ໃນ​ໄລຍະ 28 ມື້ທີ່​ຜ່ານ​ມານີ້.

ທີ່​ນະຄອນຫຼວງວໍ​ຊິງ​ຕັນ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ປະນາມ​ມົສກູ ຕໍ່​ການ​ໂຈມ​ຕີ​ຮອບ​ໃໝ່.

ທ່ານ​ນາງ Elizabeth Trudeau ​ໂຄສົກ​ກະຊວງ​ການ​ຕ່າງປະເທດ​ ກ່າວ​ວ່າ “ພວກ​ເຮົາ​ຂໍ​ປະນາມ​ຢ່າງ​ແຮງຕໍ່​ການ​ໂຈມ​ຕີ​ທາງ​ອາກາດ​ຮອບ​ໃໝ່​ຢູ່​ໃນ​ຊີ​ເຣຍ​ໂດຍຣັດ​ເຊຍ.” ນອກ​ນັ້ນ ທ່ານ​ນາງ​ຍັງ​ໄດ້​ກ່າວ​ຫາຣັດ​ເຊຍ​ວ່າຂັດຂວາງ​ການສົ່ງ​ອາຫານ​ແລະ​ຄວາມ​ຊ່ອຍ​ເຫຼືອອື່ນໆ​ ໄປເມືອງ Aleppo ​ໃນ​ລະຫວ່າງ​ ທີ່ມີ​ການ​ຢຸດ​ເຊົາຖິ້ມລະ​ເບີດ ຊຶ່ງ​ເປັນ​ການ​ກະທຳ​ທີ່​ທ່ານ​ນາງ​ກ່າວ​ວ່າ ປ່ອຍ​ໃຫ້​ປະຊາຊົນ​ອຶດຫິວໃນ​ຂະນະ​ທີ່​ມົສກູ​ຊອກ​ສະ​ແຫວ​ງຫາ​ການ​ຊົມ​ເຊີຍ​ຈາກ​ນາໆ​ຊາດທີ່​ໄດ້​ຍຸຕິ​ການ​ໂຈມ​ຕີ​ແບບ​ບໍ່​ເລືອກ​ໜ້າ.

​ໃນ​ອີກ​ດ້ານ​ນຶ່ງ​ໃນ​ວັນ​ອັງຄານ​ວານ​ນີ້ ອົງການ​ຂ່າວ​ຂອງຊີ​ເຣຍລາຍ​ງານ​ວ່າ ​ເຮືອບິນຂອງ​ລັດຖະບານ​ໄດ້​ໂຈມ​ຕີ​ທີ່​ໝັ້ນຂອງ​ພວກ​ກໍ່​ການ​ຮ້າຍ ​ໃນ​ພາກ​ຕາ​ເວັນ​ອອກ ເມືອງ Aleppo ຊຶ່ງ​ເປັນ​ເຂດ​ ທີ່​ມີ​ພົນລະ​ເຮືອນ​ອາ​ໄສ​ຢູ່​ຫຼາຍ​ເຖິງ 3 ​ແສນ​ຄົນ​ແລະ​ພວກ​ຕໍ່ຕ້ານ​ລັດຖະບານ ທີ່​ພວມ​ຊອກ​ຫາ​ທາງ​ໂຄ່ນລົ້ມລັດຖະບານ​ຂອງປະທານາທິບໍດີ Bashar al-Assad.

Syria Airstrikes
please wait
Embed

No media source currently available

0:00 0:01:40 0:00

ພວກ​ນັກ​ສັງ​ເກດ​ການ​ ຈາກ​ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ ​ໃນ​ຊີ​ເຣຍ ກ່າວ​ວ່າ ການ​ໂຈມຕີ​ດັ່ງ ກ່າວ​ແມ່ນ​ເທື່ອ​ທຳ​ອິດ​ທີ່​ມີ​ຕໍ່ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ Aleppo ນັບ​ແຕ່ວັນ​ທີ 18 ຕຸລາ​ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG