ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ແລະ ຊີເຣຍ ກ່າວວ່າ ປະທານາທິບໍດີ ຫາລືກັນ ກ່ຽວກັບ ການແກ້ໄຂ ທາງການເມືອງ


ປະທານາທິບໍດີຣັດເຊຍ ທ່ານ Vladimir Putin (ຂວາ) ຈັບມືກັບ ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ລະຫວ່າງ ກອງປະຊຸມ ທີ່ວັງ Kremlin ໃນນະຄອນມົສກູ.
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin (ຂວາ) ຈັບມືກັບ ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ລະຫວ່າງ ກອງປະຊຸມ ທີ່ວັງ Kremlin ໃນນະຄອນມົສກູ.

ຊີເຣຍ ແລະຣັດ​ເຊຍ ​ໄດ້​ເປີ​ດ​ເຜີຍ ໃນ​ວັນ​ອັງຄາ​ນມື້​ນີ້ ​ກ່ຽວກັບການພົບປະລະ ຫວ່າ​ງ ປະທານາທິບໍດີ Bashar al-Assad ​ແລະປະທານາທິບໍດີ Vladimir Putin ທີ່ເມືອງ
Sochi ​ໂດຍ​ກວ່າ​ວວ່າ ​ຜູ້ນຳ​ທັງ​ສອງ​ໄດ້​ຫາລືກັນ ​ເຖິງ​ຄວາມ​ຈຳເປັນ ທີ່​ຈະແນ​ໃສ່​ການ
ແກ້ໄຂທາງການ​ເມືອງ ຕໍ່ບັນຫາ​ຂັດ​ແຍ້​ງຊີ​ເຣຍ.

ລາຍ​ງານ​ຈາກ​ວັງ Kremlin ​ແລະ​ອົງການ​ຂ່າວ SANA ຂອງຊີ​ເຣຍ ກ່າວ​ວ່າ ປະທານາ
ທິບໍດີ Putin ​ໄດ້​ກ່າວເຖິງ​ການ​ປະຕິບັດ​ງານທາງທະຫານ​ຢູ່​ໃນ​ຊີ​ເຣຍ ​ວ່າ ເກືອບຈະສິ້ນ
ສຸດລົງແລ້ວ ​ແລະ​ໄດ້ສັນ​ລະເສີນ ທ່ານ Assad ​ເຖິງ​ຜົນສຳ​ເລັດໃນ​ການ​ຕໍ່ສູ້​ຕ້ານ​ພວກ​ກໍ່
​ການ​ຮ້າຍ.

ທ່ານ Assad ຊຶ່ງອີງ​ຕາມ​ສື່​ມວນ​ຊົນຣັດ​ເຊຍແລ້ວ​ ​ຢູ່ທີ່​ເມືອງ Sochi ​ປະມານ ​ສີ່​ຊົ່ວ​ໂມງ​
ໃນ​ວັນຈັນ​ວານ​ນີ້ ກ່າວ​ວ່າ ​ທ່ານ​ເຊື່ອ​ວ່າ ສະພາບຂອງສົງຄາມໄດ້ອະ ນຸຍາດ​ໃຫ້​ຜູ້ນຳ​ທັງ​ສອງຄາດຫວັງ​ເຖິງ​ທີ່ຈະມີຄວາມ​ກ້າວໜ້າໃນດ້ານການ​ເມືອງ.

ຜູ້ນຳ​ຊີ​ເຣຍ​ໄດ້​ໄປຢ້ຽມຢາມຣັດເຊຍເທື່ອຫລ້າສຸດ​ເມື່ອ​ສອງ​ປີ​ກ່ອນ ​ໃນເວລາທີ່ກຳລັງຣັດ
​ເຊຍ​ຫາກໍເລີ້ມການປະຕິບັດ​ງານ​ທາງ​ທະຫານ​ຢູ່​ໃນ​ຊີ​ເຣຍ ທີ່​ໄດ້​ຊ່ວຍ​ຊຸກຍູ້​ກຳລັງ​
ຂອງ​ທ່ານ.

ວັງ Kremlin ກ່່າວ​ວ່າ​ ປະທານ​າທິບໍດີ​ Putin ​ມີ​ແຜນ ​ທີ່​ຈະ​ຫາລືກ່ຽວກັບບັນ ຫາເຫຼົ່ານີ້
ກັບປະທານາທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ແລະ Emir Sheik Tamin bin
Hamad al-Thamin ແຫ່ງກາຕ້າ.

ທ່ານ Putin ຍັງ​ໄດ້​ກຽມ​ທີ່​ຈະ​ເປັນ​ເຈົ້າພາບ​ຕ້ອນຮັບ ປະທານ​າທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ​ແລະ​ປະທານ​າ​ທິບໍດີ​ອີຣ໋ານ ທ່ານ Hassan Rouhani ຢູ່​ກອງ​ປະຊູມ
ສຸດ​ຍອດ​ໃນ​ວັນ​ພຸດ​ມື້​ອື່ນ​ ​ທີ່​ເມືອງ Sochi ຊຶ່ງ​ຈະ​ເພັ່ງ ເລັງໃສ່​ສັນຕິ​ພາບໃນ​ຊີ​ເຣຍ.

ປະ​ເທດ​ທັງ​ສາມ ​ຍັງໄດ້​ຮ່ວມ​ມືກັນ ໃນ​ການ​ເຈລະຈາຫລາຍຮອບ ​ຢູ່ທີ່ເມືອງ Astana
ປະເທດ Kazakhstan ຊຶ່ງໄດ້ຕົກລົງກັນ ສ້າງຕັ້ງ “ຫລຸດຜ່ອນ​ຄວາມເຄັ່ງຕຶງ” ຂຶ້ນ 4
ແຫ່ງ ໃນປະເທດຊີ​ເຣຍ.

ໃນອີກດ້ານນຶ່ງ ການ​ເຈລະ​ຈາສັນຕິພາບ ທີ່ນຳພາ​ໂດຍ​ສະຫະ​ປະຊາ​ຊາດ ມີ​ກຳນົດທີ່ຈະເປີດຂຶ້ນ ​ໃນ​ວັນ​ທີ 28 ພະຈິກ ​ທີ່ນະຄອນ Geneva.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Syria Russia
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG