ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ສະຫະລັດ ແລະ ຣັດເຊຍ ຊຸກຍູ້ ໃຫ້ຟື້ນຟູ ການຢຸດຍິງ ໃນ ຊີເຣຍ


ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov (ຊ້າຍ) ແລະທູດພິເສດ ສປຊ ຮັບຜິດຊອບເລື້ອງຊີເຣຍ ທ່ານ Staffan de Mistura ພວມເຂົ້າໄປໃນຫ້ອງປະຊຸມ.

ຄະນະ​ຜູ້​ແທນ​ຂອງ​ສະຫະລັດ ຣັດ​ເຊຍ ​ແລະ​ອົງການ​ສະຫະ​ປະຊາ​ຊາດ ກຳລັງ​ເຮັດ​ວຽກ​ເພື່ອ​ໃຫ້ການ​ອະນຸມັດ​ຂັ້ນສຸດ​ທ້າຍ​ຕໍ່​ແຜນການ​ທີ່​ອາດ​ນຳ​ໄປ​ສູ່​ການ​ຟື້ນ​ຟູການ​ຍຸຕິ​ຄວາມ​ເປັນ​ປໍ​ລະ​ປັກ​ກັນ ​ຢູ່​ໃນ​ຊີ​ເຣຍ ບ່ອນ​ທີ່​ການ​ສູ້​ລົບ​ລະຫວ່າງ​ກຳລັງ​ລັດຖະບານ ​ແລະ​ພວກ​ຕໍ່ຕ້ານ ອາດ​ເຮັດ​ໃຫ້ ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ນາໆຊາດ ​ເພື່ອ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ​ແຕກ​ຫັກ​ລົງ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າ​ວວ່າ ຄະນະ​ຂອງ​ພວກ​ເຮົາ ພາຍ​ໃຕ້​ພື້ນຖານ​ ລະຫວ່າງ​ກອງທັບ​ກັບ​ກອງທັບ ກຳລັງ​ເຮັດ​ວຽກ ກ່ຽວ​ກັບລາຍ​ລະ ອຽດ​ຕ່າງໆ​ທີ່​ຈຳ​ເປັນ​ໃນ​ການຈັດຕັ້ງປະຕິບັດ​ເພືີ່ອວ່າການ​ຢຸດ​ຍິງສາມາດ​ຟື້ນຟູ​ໄດ້.

ທ່ານ​ໃຫ້​ຄວາມ​ເ​ຫັນ​ດັ່ງກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ນຶ່ງ​ມື້ຫລັງ​ຈາກ​ໄດ້​ທຳ​ການ​ພົບປະສຸ​ກ​ເສີນ​ກັບ​ພວກ​ເຈົ້າໜ້​າທີ່​ກ່ຽວຂ້ອງ ຮວມທັງ​ທູດ​ພິ​ເສດ​ຂອງ​ອົງການ​ສະຫະປ​ະຊາ​ຊາດ​ຮັບ ຜິດ​ຊອບ​ໃນ​ເລື້ອງຊີ​ເຣຍ ທ່ານ Staffan de Mistura.

ນອກ​ນັ້ນ ທ່ານ Kerry ຍັງ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຣັດເຊຍທ່ານ Sergei Lavrov. ສະຫະລັດ ​ແລະຣັດ​ເຊຍ​ແມ່ນ​ປະທານຮ່ວມ​ເພື່ອ​ຄວບ ຄຸມການ​ຢຸດ​ຍິງ​ຢູ່​ໃນ​ຊີ​ເຣຍ.

​ໃນ​ຕອນ​ເ​ຊົ້າວັນ​ອັງຄານ​ວານ​ນີ້ ທ່ານ Lavrov ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ທ່ານ​ຫວັງ​ວ່າຈະ ​ມີ​ການ​ຕົກລົງ​ກັນ​ໄດ້ ​ກ່ຽວ​ກັບ​ການ​ຢຸດ​ຍິງ ​ໃນ​ໄວໆ​ນີ້ ອາດ​ຈະ​ເປັນພາຍໃນ ​ບໍ່ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່ໜ້າ​ກໍ​ເປັນ​ໄດ້. ທ່ານ​ໃຫ້ຄວາມ​ເ​ຫັນ​ດັ່ງກ່າວ​ຂະນະ​ທີ່​ພົບປະ​ກັບ​ທ່ານ de Mistura ທີ່​ນະຄອນຫຼວງມົສກູ.

ການ​ປະຊຸມ​ກັນຫຼາຍໆ​ຮອບ​ມີ​ຂຶ້ນຫຼັງ​ຈາກ​ການ​ຢຸດ​ຍິງ ທີ່​ໄດ້​ປະກາດ​ໂດຍ​ມະຫາ​ອຳນາດ​ຂອງ​ໂລກ ​ເມື່ອ​ເດືອນ​ກຸມພາ​ຜ່ານ​ມານີ້ ເລີ້ມ​ໄດ້​ຮັບ​ການ​ສັ່ນ​ຄອນ ​ໂດຍສະ​ເພາະ​ທີ່​ເມືອງ Aleppo ຫົວ​ເມືອງ​ໃຫຍ່​ສຸດ​ຂອງ​ຊີ​ເຣຍ.

ນັບ​ແຕ່​ທ້າຍ​ເດືອນ​ເມສາ​ເປັນຕົ້ນມາ​ ມີ​ຫຼາຍ​ກວ່າ 270 ຄົນ​ໄດ້​ເສຍ​ຊີວິດ​ຍ້ອນການສູ້​ລົບ​ກັນໃນ​ເມືອງ​ດັ່ງກ່າວ​ຮວມທັງຫລາຍ​ກວ່າ 50 ຄົນ​ໄດ້​ຖືກ​ຂ້າ​ຕາຍໃນການ​ໂຈມ​ຕີ​ທາງ​ອາ ກາດ​ໃສ່​ໂຮງໝໍ​ແຫ່ງ​ນຶ່ງ ​ເມື່ອວັນ​ພະຫັດ​ແລ້ວ ທີ່​ມີ​ການຖິ້ມ​ໂທດ​ໃສ່​ອຳນາດ​ການ​ປົກຄອງ ​ຊີ​ເຣຍນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Syria
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG