ປະທານາທິບໍດີ Dmitry Medvedev ແຫ່ງຣັດເຊຍ ໄດ້
ສັ່ງໃຫ້ເອົາມາດຕະການຮັກສາຄວາມປອດໄພຢ່າງຮັດເຄັ່ງ
ເປັນພິເສດ ຢູ່ສະໜາມບິນແລະສະຖານີລົດໄຟທັງໝົດຂອງ
ຣັດເຊຍ ຫລັງຈາກຜູ້ວາງລະເບີດສະລະຊີບຄົນນຶ່ງລະເບີດ
ໂຕຕາຍທີ່ສະໝາມບິນແຫ່ງໃຫຍ່ທີ່ສຸດໃນກຸງມອສກູໃນວັນ
ຈັນວານນີ້ ຊຶ່ງໄດ້ເຮັດໃຫ້ຜູ້ຄົນເສຍຊີວິດໄປ 35 ຄົນແລະ
ບາດເຈັບສົ່ງເຂົ້າໂຮງໝໍ ຕື່ມອີກ 110 ຄົນ.
ທ່ານ Medvedev ຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ສືບສວນ
ສອບສວນດໍາເນີນການຢ່າງ ຮີບດ່ວນ ໃນຂະນະທີ່ຮ່ອງ
ຮອຍຕ່າງໆຍັງສົດໆຮ້ອນໆຢູ່ ແລະທ່ານເອີ້ນການວາງ
ລະເບີດນີ້ວ່າ ເປັນພຶດຕິການຂອງຜູ້ກໍ່ການຮ້າຍ.
ພວກທີ່ເຫັນເຫດການກ່າວວ່າ ມີຊາຍຄົນນຶ່ງຖືຫີບຍ່າງເຂົ້າ
ໄປໃນບ່ອນທີ່ພວກຄົນໂດຍສານໄປຮັບເອົາຫີບເດີນທາງ
ຂອງເຂົາເຈົ້າທີ່ສະໜາມບິນ Domodedovo ທີ່ອັດແອໄປດ້ວຍຜູ້ຄົນນັ້ນ ແລະອາດຈະເປັນ
ຜູ້ວາງລະເບີດສະລະຊີບຄັ້ງນີ້.
ອົງການຂ່າວ RIA Novosti ຂອງລັດ ກໍອ້າງຄໍາເວົ້າຈາກແຫລ່ງຂ່າວຝ່າຍປະຕິບັດກົດ
ໝາຍວ່າ ອາດມີແມ່ຍິງຄົນນຶ່ງ ຕິດຕາມໄປກັບຊາຍຄົນນີ້ແລະຊ່ອຍໃນການວາງລະເບີດ
ນັ້ນ ກໍໄດ້.
ເຫດລະເບີດດັ່ງກ່າວໄດ້ເຮັດໃຫ້ສະຖານະການທີ່ນອງໄປດ້ວຍເລືອດແລະສັບສົນວຸ້ນວາຍ
ມີຊິ້ນສ່ວນແລະຊີ້ນຂອງພວກໄດ້ຮັບເຄາະ ກະຈັດກະຈາຍໄປໃນທົ່ວທຸກແຫ່ງ.
ຍັງບໍ່ມີຜູ້ໃດອ້າງເອົາຄວາມຮັບຜິດຊອບໃນການວາງລະເບີດຄັ້ງນີ້ເທື່ອ ແຕ່ອົງການຂ່າວ
Interfax ອ້າງແຫລ່ງຂ່າວຂອງເຈົ້າໜ້າທີ່ປະຕິບັດກົດໝາຍແຫ່ງນຶ່ງວ່າ ໄດ້ພົບເຫັນຫົວ
ຂອງຜູ້ວາງລະເບີດ ທີ່ຂາດອອກຈາກໂຕນັ້ນ.
ພວກຜູ້ນໍາໂລກໄດ້ພາກັນປະນາມການວາງລະເບີດຄັ້ງນີ້ ພ້ອມກັບປະທານາທິບໍດີ ບາຣັກ
ໂອບາມາແຫ່ງສະຫະລັດ ທີ່ໄດ້ເອີ້ນເຫດການດັ່ງກ່າວວ່າ ເປັນການກະທໍາທີ່ຊົ່ວຮ້າຍ ແລະ
ທ່ານພັນກິມູນ ເລຂາທິການໃຫຍ່ສະຫະປະຊາຊາດກ່າວວ່າ ທ່ານມີຄວາມຕື່ນສະທ້ານຕົກ
ໃຈເປັນທີ່ສຸດ.