ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼ້າສຸດຈາກຢູເຄຣນ: ກອງປະຊຸມ ຣັດເຊຍ-ອາຟຣິກາ ໄດ້ເປີດຂຶ້ນ ຢູ່ນະ​ຄອນເຊນປີເຕີສ໌ເບີກ


ເດັກ​ຍິງ​ຄົນ​ນຶ່ງ​ເບິ່ງ​ຮູບ​ຂອງ​ທະ​ຫານ​ຢູ​ເຄ​ຣນ​ທີ່​ເສຍ​ຊີ​ວິດ​ໃນ​ສົງ​ຄາມ ລະຫວ່າງຂົງ​ເຂດດັ່ງກ່າວ ກັບ​ຣັດ​ເຊຍ, ຢູ່​ທີ່​ກຳ​ແພງ​ແຫ່ງ​ຄວາມ​ຊົງ​ຈຳ ໃນ​ນະ​ຄອນຫຼວງກີຢິບ (Kyiv), ຢູ​ເຄ​ຣນ, ວັນ​ທີ 27 ກໍ​ລະ​ກົດ, 2023
ເດັກ​ຍິງ​ຄົນ​ນຶ່ງ​ເບິ່ງ​ຮູບ​ຂອງ​ທະ​ຫານ​ຢູ​ເຄ​ຣນ​ທີ່​ເສຍ​ຊີ​ວິດ​ໃນ​ສົງ​ຄາມ ລະຫວ່າງຂົງ​ເຂດດັ່ງກ່າວ ກັບ​ຣັດ​ເຊຍ, ຢູ່​ທີ່​ກຳ​ແພງ​ແຫ່ງ​ຄວາມ​ຊົງ​ຈຳ ໃນ​ນະ​ຄອນຫຼວງກີຢິບ (Kyiv), ຢູ​ເຄ​ຣນ, ວັນ​ທີ 27 ກໍ​ລະ​ກົດ, 2023

ໃນວັນພະຫັດນີ້, ບໍ່ຮອດສອງອາທິດຫຼັງຈາກຣັດເຊຍຖອນຕົວອອກຈາກຂໍ້​ລິ​ເລີ່ມ ​ອາຫານປະ​ເພດ​ເມັດ​ທະ​ເລ​ດຳ (Black Sea Grain Initiative), ກອງປະຊຸມ ຣັດເຊຍ-ອາຟຣິກາ ໄດ້ເປີດຂຶ້ນຢູ່ເມືອງ​ເຊນ​ປີ​ເຕີ​ສ໌ເບີກ (Saint Petersburg).

ກະຊວງ​ປ້ອງ​ກັນ​ປະ​ເທດ​ອັງກິດ ໄດ້​ລາຍ​ງານ​ໃນ​ວັນ​ສຸກນີ້​ວ່າ ມີພຽງ ​ປະມຸກ​ລັດໃນ​ອາ​ຟຣິກາ 17 ຄົນ​ເທົ່າ​ນັ້ນ​ທີ່​ໄດ້​ເຂົ້າ​ຮ່ວມ​ການປະຊຸມ. ຜູ້​ນໍາ​ອາ​ຟຣິ​ກາ ​ສີ່​ສິບ​ສາມ​ຄົນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງຫຼ້າສຸດ.

ກ່ອນ​ໜ້າ​ທີ່​ຣັດ​ເຊຍ​ຈະ​ຖອນ​ຕົວ​ອອກ​ຈາກຂໍ້​ລິ​ເລີ່ມນີ້ ອາຫານປະເພດເມັດ 30 ລ້ານ​ໂຕນ​ຂອງ​ຢູເຄຣນ ​ໄດ້​ຖືກ​ສົ່ງ​ໄປ​ອາ​ຟ​ຣິ​ກາ, ກະ​ຊວງ​ດັ່ງ​ກ່າວ ​ໄດ້​ກ່າວ​ໃນ​ການ​ອັບ​ເດດ​ຂ່າວ​ກອງປະ​ຈຳ​ວັນ​ກ່ຽວ​ກັບ​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ​. ແນວໃດກໍ່ຕາມ, ອີງຕາມກະຊວງ ໃນຂະນະນີ້ ການສະກັດກັ້ນ ບໍ່​ໃຫ້​ສົ່ງ​ອາ​ຫານ​ປະ​ເພດ ເມັດຂອງຢູເຄຣນ ໂດຍມົສກູ (Moscow) ບໍ່ພຽງແຕ່ເຮັດໃຫ້ລາຄາອາ​ຫານ​ປະ​ເພດ​ເມັດສູງຂຶ້ນ, ແຕ່ຍັງມີສ່ວນຮັບຜິດຊອບຕໍ່ຄວາມບໍ່ຫມັ້ນຄົງດ້ານສະບຽງອາ ຫານ ໃນທົ່ວທະວີບອາຟຣິກາ "ຢ່າງຫນ້ອຍໃນອີກ 2 ປີຂ້າງຫນ້າ," ກະຊວງປ້ອງກັນປະເທດອັງກິດໄດ້ກ່າວ.

ໃນ​ອີກ​ດ້ານ​ນຶ່ງ ທະຫານຢູເຄຣນໄດ້ຍຶດເອົາບ້ານ ສະ-ຕາ-ໂຣ-ມາຍ-ຢອສ-ກາ (Staromaiorske) ທາງພາກຕາເວັນອອກສຽງໃຕ້ ຈາກກອງທັບຣັດເຊຍ ຄືນມາໄດ້, ວີດີໂອທີ່​ນຳ​ອອກເຜີຍແຜ່ ໃນວັນພະຫັດວານນີ້ ໂດຍປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ (Volodymyr Zelenskyy) ໃນຂະນະທີ່ຢູເຄຣນຍັງສືບຕໍ່ການບຸກໂຈມຕີຕອບໂຕ້ທາງຕາເວັນອອກສຽງໃຕ້ ທີ່ຣັດເຊຍ ຍຶດຄອງເອົາ.

"ກອງພົນນ້ອຍທີ 35 ແລະ ໜ່ວຍປ້ອງກັນດິນແດນ ’ອາຣິ (Ariy)' ໄດ້ບັນລຸພາລະກິດຂອງຕົນ ແລະ ປົດປ່ອຍໝູ່ບ້ານ ສະ-ຕາ-ໂຣ-ມາຍ-ຢອສ-ກາ (Staromaiorske). ຂໍສະແດງຄວາມນັບຖືຢູເຄຣນ! ທະຫານຄົນນຶ່ງກ່າວໃນວີດີໂອ ທີ່ບໍ່ໄດ້ລະບຸທີ່ຕັ້ງພູມສາດໃນທັນທີ, ອີງຕາມອົງການຂ່າວ ຣອຍເຕີສ໌.

ຮອງລັດຖະມົນຕີກະຊວງປ້ອງກັນປະເທດຢູເຄຣນ ທ່ານນາງຮານນາ ມາເລຍອາ (Hanna Maliar) ໄດ້ປະກາດການປົດປ່ອຍ ບ້ານ ສະ-ຕາ-ໂຣ-ມາຍ-ຢອສ-ກາ (Staromaiorske), ໂດຍກ່າວວ່າ, "ປະຈຸບັນນີ້ຝ່າຍປ້ອງກັນຂອງພວກເຮົາກຳລັງສືບຕໍ່ກວດລ້າງບ້ານ​ດັ່ງ​ກ່າວ."

ບ້ານ ສະ-ຕາ-ໂຣ-ມາຍ-ຢອສ-ກາ (Staromaiorske) ຕັ້ງຢູ່ໃນພາກພື້ນ ໂດ​ເນດ (Donetsk), ຢູ່​ທາງໃຕ້ ຂອງກຸ່ມບ້ານ​ນ້ອຍ ທີ່ຢູເຄຣນ ຍຶດເອົາຄືນ ​ໃນລະຫວ່າງການໂຈມ​ຕີຕອບໂຕ້ ທີ່ໄດ້ເລີ່ມຂຶ້ນໃນເດືອນມິຖຸນາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG