ຢ່າງໜ້ອຍ ໄດ້ມີຜູ້ເສຍຊີວິດ 40 ຄົນ ຈາກເຮືອບິນອາຍພົ່ນ Sukhoi ເກີດໄຟໄໝ້ ເວ
ລາລົງເດີ່ນ ທີ່ມີຜູ້ໂດຍສານ 100 ຄົນ ຢູ່ທີ່ສະໜາມບິນ Sheremetyevo ໃນນະຄອນ
ຫຼວງມົສກູ ໃນວັນອາທິດວານນີ້.
ອີງຕາມສື່ມວນຊົນຣັດເຊຍແລ້ວແມ່ນວ່າ ເຮືອບິນດັ່ງກ່າວບໍລິຫານໂດຍ ສາຍການບິນ
ອາເອໂຣຝລອດຣັດເຊຍ ແລະໄດ້ຂົນສົ່ງຜູ້ໂດຍສານ 73 ຄົນ ແລະລພະນັກງານເຮືອ
ບິນ 5 ຄົນໄປ. ຊາວໜຸ່ມສອງຄົນ ແລະຢ່າງໜ້ອພະນັກງານຄົນນຶ່ງຮວມຢູ່ໃນບັນດາຜູ້
ເສຍຊີວິດ ທີ່ຄະນະກຳມະການສືບສວນຣັດເຊຍໄດ້ກ່າວ.
ເຮືອບິນໄດ້ເດີນທາງອອກຈາກສະໜາມບິນມົສກູ ໃນເວລາ 18:03 ຕາມເວລາທ້ອງຖິ່ນ.
ພຽງໄລຍະສັ້ນໆ ຫຼັງຈາກບິນຂຶ້ນໄປ ພະນັກງານການບິນກໍໄດ້ສົ່ງສັນຍານສຸກເສີນໄປ
ຫາຫໍຄອຍຄວບຄຸມການບິນ ໂດຍກ່າວວ່າເຮືອບິນມີບັນຫາຕິດຄັດດ້ານເທັກນິກ ແລະ
ຮ້ອງຂໍລົງເດີ່ນຢ່າງສຸກເສີນ.
ໃນຄວາມພະຍາຍາມລົງເດີ່ນເທື່ອທີສອງ ເຄື່ອງຈັກເຮືອບິນໄດ້ເກີດໄຟໄໝ້ໃນຂະນະທີ່
ຕີນເຮືອບິນຈຸເຖິງເດີ່ນ ດັ່ງທີ່ສື່ຂ່າວໄດ້ລາຍງານ.
ພວກຄົນໂດຍສານໄດ້ພາກັນອອກຜ່ານທາງນັ່ງຕູດລົງມາ ທີ່ຢູ່ທາງຂ້າງເຮືອບິນ.
ຜູ້ຄົນທີ່ພາກັນລໍຖ້າຢູ່ໃນສະໜາມບິນສາມາດເຫັນເຮືອບິນລົງເດີ່ນສຸກເສີນ ແລະເຫັນ
ເຫດການໄຟໄໝ້.
ຄະນະກຳມະການສືບສວນຂອງຣັດເຊຍກ່າວວ່າ ຕົນໄດ້ເປີດການສືບສວນການກະ
ທຳຜິດໃນເຫດການ ເຖິງແມ່ນວ່າເຫດຜົນຂອງເຮືອບິນຕົກແທ້ໆຍັງບໍ່ທັນຊາບເທື່ອ.
ສະໜາມບິນ Sheremotyevo ໄດ້ປິດລົງເປັນເວລາສັ້ນໆຍ້ອນເຫດການອຸບັດເຫດ
ນັ້ນ. ເຮືອບິນທີ່ບິນເຂົ້າມາລົງເດີ່ນໄດ້ຖືກບັງຄັບໃຫ້ໂຈະໄວ້ໄປຕາມລໍດັບ ແລະຈຳ
ນວນນຶ່ງໄດ້ຖືກສັ່ງປ່ຽນໃຫ້ໄປລົງຢູ່ສະໜາມບິນມົນກູ.