ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ກ່າວຫາ ສະຫະລັດ ຊຸກຍູ້ ໃຫ້ຢູເຄຣນ ທ້າທາຍຕົນ (ສະໄລດ໌/ວີດີໂອ)


ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergey Lavrov
ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergey Lavrov

ລັດຖະມົນຕີການຕ່າງປະເທດຣັດເຊຍທ່ານ Sergei Lavrov ໄດ້
ກ່າວຫາສະຫະລັດວ່າ ຊຸກຍູ້ໃຫ້ຢູເຄຣນທ້າທາຍມົສກູ.

ໃນການໃຫ້ຄວາມເຫັນຕໍ່ໂທລະພາບໃນວັນເສົາມື້ນີ້ ທ່ານ Lavrov
ກ່າວວ່າ ເພື່ອນຮ່ວມງານ ຊາວອາເມຣິກັນຂອງພວກເຮົາ ແມ່ນຍັງ
ຢາກຊຸກຍູ້ໃຫ້ຜູ້ນຳຂອງຢູເຄຣນ ໄປສູ່ເສັ້ນທາງການປະເຊີນໜ້າ.

ທ່ານ Lavrov ເວົ້າວ່າໂອກາດໃນການຈັດສາກກ່ຽວກັບວິກິດການ
ໃນຢູເຄຣນ ອາດຈະດີກວ່ານີ້ ຖ້າການເຈລະຈາ ຫາກຂຶ້ນຢູ່ກັບແຕ່
ນຳຣັດເຊຍແລະປະເທດຢູໂຣບທີ່ເປັນພາຄີ.

ໃນມື້ວັນສຸກວານນີ້ ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ໄດ້ຕໍ່ເວລາ ໃນ ການຢຸດຍິງແຕ່ພຽງຝ່າຍດຽວຂອງລັດຖະບານຢູເຄຣນກັບພວກແບ່ງແຍກດິນແດນນິຍົມ ຣັດເຊຍ ອອກໄປຕື່ມອີກ 3 ມື້.

ພວກກະບົດບາງຄົນເວົ້າວ່າ ຕົນຈະໃຫ້ການເຄົາລົບຕໍ່ການຢຸດຍິງຕາບໃດທີ່ທາງກອງທັບ ຢູເຄຣນ ບໍ່ບຸກໂຈມຕີ.

UKRAINE CNPK
please wait
Embed

No media source currently available

0:00 0:01:38 0:00

ກ່ອນໜ້າການປະກາດນັ້ນ ຢູເຄຣນກ່າວວ່າ ທະຫານຂອງຕົນ 4 ຄົນໄດ້ຖືກສັງຫານແລະ ອີກຫລາຍໆຄົນໄດ້ຮັບບາດເຈັບ ໃນການໂຈມຕີ ໂດຍພວກນັກລົບແບ່ງແຍກດິນແດນທີ່ ນິຍົມຣັດເຊຍ ຢູ່ທີ່ເມືອງ Kramotorsk ທາງພາກຕາເວັນອອກຂອງເຂດ Donetsk.

ສະຫະພາບຢູໂຣບໄດ້ທວງໃຫ້ພວກແບ່ງແຍກດິນແດນແລະພວກໃຫ້ການສະໜັບສະໜຸນ ທີ່ມົສກູເອົາບາດກ້າວ ເພື່ອຜ່ອນຄາຍວິກິດການ ໃນພາກຕາເວັນອອກຂອງຢູເຄຣນຮວມ
ທັງເປີດການເຈລະຈາສັນຕິພາບ ຢ່າງເປັນລ້ຳເປັນສັນ ແລະອະນຸຍາດໃຫ້ຄະນະສັງເກດ ການຂອງຢູໂຣບ ເຂົ້າໄປຕິດຕາມເບິ່ງການຢຸດຍິງ.

XS
SM
MD
LG