ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວັນໄຟຍັງປົກຄຸມໄປທົ່ວ ກຸງມອສກູ


ຄວັນ​ໄຟ​ກຸ້ມ​ໜັກ​ເຮັດ​ໃຫ້ຜູ້​ຄົນ​ໃນ​ນະຄອນຫລວງ​ມອສກູ
ຫາຍ​ໃຈ​ຝືດໃຈ​ຕັນ​ໃນວັນສຸກ​ວານ​ນີ້ ​ເຮັດ​ໃຫ້​ພວກ​ເຮືອບິນ​
ຕ້ອງ​ປ່ຽນ​ໄປ​ລົງ​ຢູ່​ບ່ອນອື່ນ ​ແລະ​ເຮັດ​ພວກ​ຊາວ​ເມືອງ​ຕ້ອງ
ຢູ່​ໃນ​ບ້ານ​ເຮືອນ​ໃນ​ຂະນະ​ທີ່​ໄຟ​ປ່າຍັງ​ສືບ​ຕໍ່ໄໝ້​ລາມ​ຢູ່​ຕໍ່​ໄປ​
ໃນ​ທົ່ວ​ປະ​ເທດ. ຄວັນ​ໄຟ​ກຸ້ມ​ໜັກ​ເຮັດ​ໃຫ້​ກຸງ​ມອສກູ​ຢູ່​ໃນ​
ຄວາມມືດ​ມົນ ​ໃນ​ຂະນະ​ທ່ີ​ນະຄອນ​ຫລວງ​ກຳລັງ​ປະເຊີນ
ກັບ​ອາກາດ​ອົບ​ເອົ້າ​ຮ້ອນ​ໜັກ​ເປົນ​ຄັ້ງປະວັດ​ສາດ​ນັ້ນ.


ບັນດາ​ເຈົ້າ​ໜ້າ​ທ່ີ​ກຸງ​ມອສກູ​ກ່າວ​ວ່າ ອາກາດ​ເປິ​ເປື້ອນ​ເປັນ
ພິດ​ເຊັ່ນທາດ Carbon monoxide ຢູ່​ໃນ​ລະດັບ​ສູງ​ກວ່າ​
ທໍາ​ມະ​ດາ 4 ​ເທົ່າ.


ບັນດາ​ເຈົ້າ​ໜ້າ​ທີ່​ດ້ານ​ສາທາລະນະ​ສຸກ​ເຕືອນ​ປະຊາຊົນ​ໃຫ້​ຈຳກັດ​ການເຄື່ອນ​ໄຫວ​ທາງ
ຮ່າງ​ກາຍ​ຂອງ​ຕົນ ​ແລະ​ໃຫ້​ໃສ່​ເຄື່ອງ​ຄຸມ​ໜ້າ​ຖ້າ​ຫາກອອກ​ໄປ​ຂ້າງ​ນອກ​ເຮືອນ​ເພື່ອ
ຫລີກ​ລ້ຽງ​ຄວັນ​ໄຟ​ທ່ີ​ເປິ​ເປື້ອນນັ້ນ. ອາກາດ​ມືດ​ມົວ​ນີ້​ຍັງ​ສົ່ງ​ຜົນ​ກະທົບ​ຕໍ່​ພວກເດີ່ນ​
ເຮືອບິນ​ແຫ່ງ​ຕ່າງ​ໃນກຸງ​ມອສກູ​ເຊັ່ນ​ກັນ ​ຊຶ່ງເຮັດ​ໃຫ້ຖ້ຽວ​ບິນ​ຫລາຍ​ຖ້ຽວຕ້ອງຢຸດບິນ
ຫລື​ບໍ່​ກໍ​ໃຫ້​ປ່ຽນໄປ​ລົງຢູ່ບ່ອນ​ອື່ນ.

XS
SM
MD
LG