ຄົນວາງລະເບີດສະລະຊີບຄົນນຶ່ງ ໄດ້ຂັບລົດທີ່ເຕັມໄປດ້ວຍວັດຖຸລະເບີດ ບຸກເຂົ້າໄປໃນຄ້າຍທະຫານແຫ່ງນຶ່ງ ໃນສະທາລະນະລັດ Dagestan ຂອງຣັດເຊຍ ແຕ່ໄດ້ຖືກຂັດຂວາງກ່ອນທີ່ຜູ້ກ່ຽວຈະສາມາດຂັບເຂົ້າໄປຮອດບໍລິເວນ ທີ່ມີທະຫານຫລາຍຄົນກໍາລັງນອນຫລັບຢູ່.
ໂຄສົກກະຊວງປ້ອງກັນປະເທດໃນນະຄອນຫລວງມອສໂຄກ່າວວ່າ ການໂຈມຕີໃນວັນອາທິດມື້ນີ້ ໄດ້ສັງຫານຫະຫານ 3 ຄົນແລະເຮັດໃຫ້ໄດ້ຮັບບາດເຈັບຫລາຍກວ່າ 30 ຄົນ. ກ່ອນໜ້ານັ້ນ ເຈົ້າໜ້າໃນ Dagestan ກ່າວວ່າ ມີທະຫານຢ່າງນ້ອຍ 5 ຄົນເສຍຊີວິດ. ທັງສອງລາຍງານເວົ້າວ່າ ພວກໄດ້ຮັບບາດເຈັບ ມີຫລາຍຄົນອາການສາຫັດ.
ເຈົ້າໜ້າທີ່ໃນ Dagestan ກ່າວວ່າ ຜູ້ວາງລະເບີດສະລະຊີບໄດ້ແນເປົ້າໝາຍໃສ່ເຂດ ບ່ອນທີ່ພວກທະຫານຫລາຍຄົນກໍາລັງນອນຫລັບຢູ່ໃນຕູບຜ້າຕັ້ງຂອງເຂົາເຈົ້ານັ້ນ. ເຈົ້າໜ້າທີ່ກ່າວວ່າພວກທະຫານ ສາມາດຂວາງທາງລົດຂອງຄົນຮ້າຍໄວ້ໄດ້ ເຮັດໃຫ້ຜູ້ກ່ຽວຂັບລົດໄປຕໍາລົດບັນທຸກຂອງກອງທັບຄັນນຶ່ງແທນ. ເຈົ້າໜ້າທີ່ກ່າວອີກວ່າ ຫລັງຈາກນັ້ນ ໄດ້ມີລະເບີດອີກລູກນຶ່ງແຕກຂຶ້ນຢູ່ໃກ້ໆລົດທີ່ບັນທຸກພວກເຈົ້າໜ້າທີ່ສືບສວນ ໄປຍັງຄ້າຍທະຫານບ່ອນເກີດເຫດ.
ການໂຈມຕີໃນວັນອາທິດມື້ນີ້ ມີຂຶ້ນ 1 ມື້ຫລັງຈາກພວກຫົວຮຸນແຮງຈໍານວນນຶ່ງໄດ້ພະຍາຍາມລອບສັງຫານລັດຖະມຸນຕີວ່າດ້ວຍນະໂຍບາຍດ້ານຈັນຍາບັນ ຖະແຫລງຂ່າວແລະຄວາມສໍາພັນຕ່າງປະເທດຂອງສາທາລະນະລັດ Dagestan.
ຕໍາຫລວດກ່າວວ່າ ທ່ານ Bekmuza Bekmurzayev ກໍາລັງນັ່ງລົດໄປການໃນວັນເສົາວານນີ້ ເວລາລະເບີດລູກນຶ່ງທີ່ຫ້າງໄວ້ຢູ່ກ້ອງລົດຂອງທ່ານລະເບີດຂຶ້ນ. ທ່ານ Bekmurzayev ລອດຊີວິດມາໄດ້ ແຕ່ຄົນຂັບລົດຂອງທ່ານເສຍຊີວິດແລະຜູ້ອາລັກຂາ ທ່ານຄົນນຶ່ງໄດ້ຮັບບາດເຈັບ.