ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ກ່າວ​ວ່າ ມີ​ຜູ້​ລອດ​ຊີ​ວິດ​ມາ​ໄດ້ 4 ຄົນ ຈາກ​ອຸ​ບັດ​ຕິ​ເຫດ ເຮືອ​ບິນ​ຮັບ​ເໝົາ​ຕົກ ຢູ່​ອັ​ຟ​ກາ​ນິ​ສ​ຖານ


ແຜນ​ທີ່​ອັ​ຟ​ກາ​ນິ​ສ​ຖານ ບ່ອນ​ທີ່​ເຮືອ​ບິນ​ຕົກ
ແຜນ​ທີ່​ອັ​ຟ​ກາ​ນິ​ສ​ຖານ ບ່ອນ​ທີ່​ເຮືອ​ບິນ​ຕົກ

ອົງ​ການ​ຄຸ້ມ​ຄອງ​ການ​ບິນ ​ຂອງ​ຣັດ​ເຊຍ ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ມີ 4 ຄົນ​ລອດ​ຊີ​ວິດ​ມາ​ໄດ້​ຈາກ​ອຸ​ບັດ​ຕິ​ເຫດ​ເຮືອ​ບິນ​ຮັບ​ເໝົາ​ຕົກ ທີ່​ພວມ​ມຸ່ງ​ໜ້າ​ໄປ​ຣັດ​ເຊຍ​ຈາກ​ພາກ​ເໜືອ​ອັ​ຟ​ກາ​ນິ​ສ​ຖານ ທີ່​ອ້າງ​ແຫຼ່ງ​ຂ່າວ ​ຈາກ​ສະ​ຖານ​ທູດ​ຣັດ​ເຊຍ ​ໃນ​ປະ​ເທດ​ດັ່ງ​ກ່າວແລະ​ເວົ້າ​ວ່າ ສະ​ພາບ​ກາ​ນ​ຂອງ​ຜູ້​ໂດຍ​ສານ 2 ຄົນ​ທີ່​ເດີນ​ທາງ​ໄປ​ນຳ​ເຮືອ​ບິນ​ແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ເຈົ້າ​ໜ້າ​ທີ່​ລະ​ດັບ​ແຂວງ​ຂອງ​ຕາ​ລີ​ບານ 2 ຄົນ ກ່າວ​ວ່າ ຜູ້​ລອດ​ຊີ​ວິດ​ມາ​ໄດ້ 2 ຄົນ ເວ​ລານີ້​ແມ່ນ​ຢູ່​ກັບ​ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ທີ່​ໄດ້​ເດີນ​ທາງ ​ໄປ​ເຖິງ​ບ່ອນ​ທີ່​ເຮືອ​ບິນ​ຕົກ ຊຶ່ງ​ເປັນ​ເຂດ​ພູ​ຜາ​ທີ່ສອກ​ຫຼີກຫ່າງ​ໄກ. ເຂົາ​ເຈົ້າ​ກ່າວ​ວ່າ ຜູ້​ໂດຍ​ສານ​ອີກ 2 ຄົນ​ໄດ້​ເສຍ​ຊີ​ວິດ​ແລ້ວ.

ຫົວ​ໜ້າໂຄ​ສົກ​ຂອງລັດ​ຖະ​ບານ​ຕາ​ບານ ຊາ​ບີ​ອູ​ລ​ລາ ມູ​ຈາ​ຮີດ ກ່າວ​ວ່າ ນັກ​ບິນ​ຜູ້​ທີ່​ຂັບ​ເຮືອ​ບິນ ແມ່ນ​ຮວມ​ຢູ່​ໃນ 4 ຄົນ​ທີ່​ລອດ​ຊີ​ວິດ​ມາ​ໄດ້.

“ການ​ສືບ​ສວນ​ ຂອງ​ລັດ​ຖະ​ບານ​ເອ​ມີ​ເຣດ​ອິ​ສ​ລາມ ຍັງ​ສືບ​ຕໍ່​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ ໃນ​ກາ​ນ​ຊອກ​ຄົ້ນ​ຫາ ​ແລະ​ສະ​ໜອງ​ຄວາມ​ຊ່ວຍ​ເຫຼືອ​ ສຳ​ລັບ​ສ່ວນ​ບຸກ​ຄົນ ​ທີ່​ລອດ​ຊີ​ວິດ​ມາ​ໄດ້” ທ່ານ​ກ່າວ​ຢູ່​ໃນ​ຍ​ຖະ​ແຫຼງ​ການ.

ເຮືອ​ບິນ​ຮັບ​ເໝົາ ​ທີ່​ຈົດ​ທະ​ບຽນ​ເປັນ​ຂອງ​ຣັດ​ເຊຍ ພ້ອມ​ກັບ​ຜູ້​ໂດຍ​ສານ 6 ຄົນ​ທີ່​ເດີນ​ທາງ​ໄປ​ນຳໄດ້​ຫ​າຍ​ສາບ​ສູນ​ໄປ​ຈາກ​ຈໍ​ເຣ​ດ້າ ຢູ່​ເໜືອ​ດິນ​ແດນ​ອັ​ຟ​ກາ​ນິ​ສ​ຖານ​ນຶ່ງມື້​ກ່ອນນັ້ນ ອົງ​ການ​ຄຸ້ມ​ຄອງ​ການ​ບິນ​ຣັດ​ເຊຍ Rosaviatsia ກ່າວ​ໃນ​ວັນ​ອາ​ທິດ​ວານນີ້ ຫຼັງ​ຈາກ​ຕຳ​ຫຼວດ​ອັ​ຟ​ກາ​ນິ​ສ​ຖານ​ກ່າວ​ວ່າ ຕົນ​ໄດ້​ຮັບ​ລາຍ​ງານ​ກ່ຽວ​ກັບ​ເຮືອ​ບິນ​ຕົກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG