ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພຂອງສະຫະລັດ ບໍ່ໄດ້ພາກັນຮຸ້ສຶກຢາກຫົວຕໍ່ຄໍາເຫັນທີ່ປະທານາທິບໍດີວລາດິເມຍ ປູຕິນ (Vladimir Putin) ຂອງຣັດເຊຍ ເວົ້າກ່ຽວກັບຄວາມພະຍາຍາມຂອງແຄຣມລິນທີ່ຈະແຊກແຊງເຂົ້າໃນການເລືອກຕັ້ງຂອງສະຫະລັດ.
ທ່ານ ປູຕິນໄດ້ກ່າວຢູ່ໃນກອງປະຊຸມເສດຖະກິດໃນວັນພຸດວານນີ້ ຢູ່ນະຄອນຫລວງມົສກູ ໂດຍໄດ້ປະຕິເສດຕໍ່ການກ່າວຫາຂອງສະຫະລັດທີ່ເວົ້າວ່າ ຣັດເຊຍໄດ້ແຊກແຊງເຂົ້າທັງໃນການເລືອກຕັ້ງປະທານາທິບໍດີຂອງສະຫະລັດໃນປີ 2016 ແລະການເລືອກຕັ້ງກາງສະໄໝໃນປີ 2018 ນັ້ນ ໂດຍເວົ້າວ່າມັນ "ເປັນເລື້ອງທີ່ເປັນຕາຢາກຫົວ."
ທ່ານ ປູຕິນເວົ້າວ່າ "ຫລື ມັນອາດຈະເປັນເລື້ອງທີ່ໜ້າຢາກຫົວ ຄັນມັນບໍ່ເປັນເລື້ອງທີ່ໜ້າເສຍໃຈຫລາຍກໍດີ ເພາະວ່າ ສິ່ງທີ່ພວກເຮົາເຫັນທັງໝົດຢູ່ໃນເວລານີ້ກໍຄື ການເມືອງພາຍໃນຂອງສະຫະລັດກໍາລັງທຳລາຍສາຍພົວພັນລະຫວ່າງ ຣັດເຊຍກັບສະຫະລັດ ແລະຂ້າພະເຈົ້າແນ່ໃຈວ່າ ມັນກໍໄດ້ສ້າງຜົນເສຍຫາຍໃຫ້ແກ່ສະຫະລັດເຊັ່ນກັນ.
"ຂ້າພະເຈົ້າຈະເວົ້າຄວາມລັບສູ່ທ່ານຟັງເດີ້, ແມ່ນ ພວກເຮົາ (ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີຂອງສຫະລັດໃນປີໜ້າ) ນີ້ແທ້ ເພື່ອຈະນຳເອົາເລື້ອງຕະຫລົກທີ່ມ່ວນທີ່ສຸດມາເລົ່າໃຫ້ທ່ານຟັງ” ນັ້ນຄືຄຳເວົ້າຂອງທ່ານປູຕິນທີ່ເວົ້າເບບຕະຫລົກ ໃຫ້ພວກເຂົ້າຮ່ວມກອງປະຊຸມຟັງ. ທ່ານກ່າວຕໍ່ໄປວ່າ "ແລ້ວຢ່າບອກໃຜເດີ້."
ເຖິງແມ່ນທ່ານ ປູຕິນ ຈະເວົ້າແນວນັ້ນກໍຕາມ, ບັນດາເຈົ້າໜ້າທີ່ສືບລັບ ແລະ ຮັກສາຄວາມປອດໄພຂອງສະຫະລັດ, ໄດ້ກ່າວຢ່າງສະໝ່ຳສະເໝີວ່າ, ເຂົາເຈົ້າໄດ້ເຫັນສິ່ງທີ່ສະແດງໃຫ້ເຫັນວ່າຣັດເຊຍ ຈະພະຍາຍາມແຊກແຊງເຂົ້າໃນການເລືອກຕັ້ງປະທານນາທິບໍດີ 2020 ທີ່ໃກ້ຈະມາເຖິງນີ້ແທ້.