ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ບໍ່ສົນໃຈ ຕໍ່ການຕໍາໜິ ຂອງປະເທດຕາເວັນຕົກ ກ່ຽວກັບ ການຕັດສິນລົງໂທດຕໍ່ທ່ານນາວາລນີ


ເຈົາໜ້າທີ່ຮັກສາຄວາມສະຫງົບຢືນຍາມ ຂະນະທີ່ມີການເດີນຂະບວນປະທ້ວງ ໃນນະຄອນຫລວງມົສກູ ພາຍຫລັງທີ່ທ່ານ Alexei Navalny, ຜູ້ນໍາຝ່າຍຄ້ານຂອງຣັດເຊຍ ຖືກຕັດສິນລົງໂທດຈໍາຄຸກ 3 ປີເຄິ່ງ, ວັນທີ 2 ກຸມພາ, 2021
ເຈົາໜ້າທີ່ຮັກສາຄວາມສະຫງົບຢືນຍາມ ຂະນະທີ່ມີການເດີນຂະບວນປະທ້ວງ ໃນນະຄອນຫລວງມົສກູ ພາຍຫລັງທີ່ທ່ານ Alexei Navalny, ຜູ້ນໍາຝ່າຍຄ້ານຂອງຣັດເຊຍ ຖືກຕັດສິນລົງໂທດຈໍາຄຸກ 3 ປີເຄິ່ງ, ວັນທີ 2 ກຸມພາ, 2021

ລັດຖະບານຣັດເຊຍບໍ່ສົນໃຈຕໍ່ການຕໍາໜິຂອງປະເທດຕາເວັນຕົກໃນວັນພຸດວານນີ້ ກ່ຽວກັບການຕັດສິນລົງໂທດ ນັກການເມືອງຝ່າຍຄ້ານ, ທ່ານອາເລັກເຊ ນາ ວາລນີ (Alexey Navalny) ແລະການໂຮມຊຸມນຸມປະທ້ວງຂະໜາດໃຫຍ່ ທີ່ເກີດຂຶ້ນຫຼັງຈາກນັ້ນມາ ທີ່ໄດ້ສົ່ງຜົນໃຫ້ມີການຈັບກຸມພວກປະທ້ວງຫຼາຍຮ້ອຍຄົນນັ້ນ.

ສານຣັດເຊຍໄດ້ຕັດສິນໂທດ ໃນວັນອັງຄານນີ້ ໃຫ້ທ່ານນາວາລນີ (Navalny) ຖືກຈຳຄຸກສາມປີເຄິ່ງ, ໂດຍບໍ່ສົນໃຈຕໍ່ການກ່າວປະນາມ ຢູ່ຕ່າງປະເທດ ແລະການຮ້ອງທຸກຂອງປະຊາຊົນຢູ່ໃນປະເທດທີ່ໄດ້ສົ່ງນັກວິຈານທີ່ໃຊ້ສິດໃຊ້ສຽງຢ່າງແຮງທີ່ສຸດຕໍ່ວັງເຄຣັມລິນ ໄປຈຳຄຸກ.

ບັນດາປະເທດຕາເວັນຕົກໄດ້ຮຽກຮ້ອງໃຫ້ມົສກູ ປ່ອຍທ່ານນາວາລນີ, ແຕ່ວ່າຣັດເຊຍໄດ້ບອກພວກເຂົາເຈົ້າວ່າ ບໍ່ໃຫ້ແຊກແຊງເຂົ້າໃນວຽກງານທີ່ຢູ່ໃນເຂດອະທິປະໄຕຂອງຕົນ. ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ເຊີເກ ລາວຣອຟ (Sergey Lavrov) ກ່າວຕໍ່ບັນດານັກຂ່າວທີ່ນະຄອນຫຼວງມົສກູວ່າ ຄວາມຮຽກຮ້ອງຂອງຝ່າຍຕາເວັນຕົກແມ່ນ “ອວດດີ ແລະບໍ່ຖືກຕ້ອງ,” ແລະໂຕ້ແຍ້ງວ່າ ວັງເຄຣັມລິນຈະບໍ່ຮັບເອົາອິດທິພົນຂອງ “ການຕີໂພຍຕີພາຍ” ຈາກປະເທດຕາເວັນຕົກ.

ຄຳຕັດສິນລົງໂທດຕໍ່ທ່ານນາວາລນີໄດ້ກໍ່ໃຫ້ເກີດການປະທ້ວງຄັ້ງໃໝ່ໃນນະຄອນ ຫລວງມົສກູ ແລະເຊນທ໌ ປີເຕີສ໌ເບີກ (St. Petersburg) ທີ່ເກີດຂຶ້ນພາຍຫລັງມີການປະທ້ວງຂະໜາດໃຫຍ່ໃນສອງອາທິດທີ່ຜ່ານມາເຊິ່ງເຮັດໃຫ້ມີການຈັບກຸມຜູ້ປະທ້ວງຫລາຍກວ່າ 1,400 ຄົນ.

ຕຳຫຼວດຣັດເຊຍໄດ້ຕີພວກທີ່ພາກັນປະທ້ວງແບບສັນຕິຫຼາຍຄົນ ແລະໃຊ້ປືນໄຟ ຟ້າຊັອດພວກປະທ້ວງຈໍານວນນຶ່ງ ໃນຄວາມພະຍາຍາມທີ່ຈະປາບປາມຝ່າຍຄ້ານ.

ທ່ານລາວຣອຟ ໄດ້ກ່າວປ້ອງກັນການຕອບໂຕ້ຂອງຕຳຫຼວດຣັດເຊຍຕໍ່ການປະທ້ວງ, ໂດຍກ່າວວ່າມັນມີຄວາມຮ້າຍແຮງໜ້ອຍໄປກວ່າການກະທຳຂອງຕຳຫຼວດບາງຄົນຕໍ່ພວກປະທ້ວງ ໃນບັນດາປະເທດຕາເວັນຕົກຫລາຍ.

ເນື່ອງຈາກວ່າຜູ້ຕໍ່ຕ້ານລັດຖະບານທີ່ສໍາຄັນຄົນນັ້ນໃນເມື່ອກ່ອນໄດ້ໃຊ້ເວລາ 10 ເດືອນຢູ່ໃນການກັກບໍລິເວນ ໃນໄລຍະການໄຕ່ສວນຄະດີກ່ອນໜ້ານີ້ແລ້ວ ສະ ນັ້ນຄຳຕັດສິນໂທດດັ່ງກ່າວ ໝາຍຄວາມວ່າທ່ານ ນາວາລນີ ຈະໃຊ້ເວລາ 2 ປີ ກັບ 8 ເດືອນຕໍ່ໜ້ານີ້ໄປຢູ່ໃນບ່ອນຄຸມຂັງໃຫ້ອອກແຮງງານຢູ່ເຂດຫ່າງໄກສອກຫລີກຂອງຣັດເຊຍ.

ສານໄດ້ພົບເຫັນວ່າທ່ານ ນາວາລນີ ໄດ້ລະເມີດການຝາກໂທດຂອງຕົນໃນການຕັດສິນ ທີ່ຖືກໂຈະໄວ້ ກ່ອນປີ 2014 ໂດຍບໍ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ຄຸກຊາບກ່ຽວກັບບ່ອນຢູ່ຂອງທ່ານໃນເວລາທີ່ທ່ານໄດ້ຖືກສົ່ງໄປຢູ່ໃນນະຄອນເບີລິນ ເພື່ອຮັບການປິ່ນປົວພາຍຫຼັງຖືກການໂຈມຕີທີ່ໃຊ້ຢາພິດທີ່ເປັນອັນຕະລາຍເຖິງຊີວິດນັ້ນ. ທ່ານໄດ້ຖືກຈັບຢ່າງໄວວາ ຫລັງຈາກໄດ້ກັບມາມົສກູ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG