ຊາວກຳປູເຈຍໃນເຂດຊົນນະບົດ ໄດ້ພາກັນສະແດງຄວາມໂກດ
ແຄ້ນຕໍ່ບັນດາບໍລິສັດກໍຄືພວກເຈົ້າໜ້າທີ່ກ່ຽວກັບການຕັດໄມ້ຂະ
ໜາດໃຫຍ່ ຢູ່ໃນປະເທດດັ່ງກ່າວ. ຜູ້ສື່ຂ່າວວີໂອເອ Say Mony
ໄດ້ເດີນທາງ ເລິກເຂົ້າໄປ ໃນປ່າດົງ ຂອງກຳປູເຈຍ ເພື່ອເບິ່ງໃຫ້
ເຫັນກັບຕາ ແລະສົ່ງລາຍງານເລື່ອງນີ້ມາ ດັ່ງໄພສານ ຈະນຳມາ
ສະເໜີທ່ານ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
ທີ່ບ້ານ Pou Kong ຊຶ່ງຕັ້ງຢູ່ສອກຫຼີກຫ່າງໄກໃນແຂວງ Mondukiri ທາງພາກຕາເວັນ
ອອກສຽງເໜືອ ຂອງກຳປູເຈຍ ພວກຊາວບ້ານເວົ້າວ່າ ວີທີການດຳລົງຊີວິດຂອງພວກ
ເຂົາເຈົ້າພວມໄດ້ຮັບການຂົ່ມຂູ່ ຍ້ອນການສູນເສຍປ່າໄມ້ທີ່ຢູ່ອ້ອມແອ້ມໝູ່ບ້ານຂອງ
ພວກເຂົາເຈົ້າ.
ຄືກັນກັບພວກຊາວບ້ານຫຼາຍໆຄົນ ທ້າວ Vanna Khveurk ເວົ້າວ່າ ພວກຊາວບ້ານ
ໃນເຂດ ທ້ອງຖິ່ນບໍ່ສາມາດເຮັດຫຍັງໄດ້ ເພື່ອຍຸດຕິການປະຕິບັດງານ ຂອງບໍລິສັດ
ຫວຽດນາມ ທີ່ມີຊື່ ວ່າ Bin Peuk 1.
ທ້າວ Vanna Khveurk ກ່າວວ່າ “ພວກເຂົາ ກ່າວວ່າ ລັດຖະບານ ໄດ້ໃຫ້ອະນຸຍາດ ພວກເຂົາເຈົ້າຕັດໄມ້ແລ້ວ ພວກເຮົາຈະປະທ້ວງພວກເຂົາໄດ້ແນວໃດ? ພວກເຮົາ ຈະສາມາດເຮັດຫຍັງໄດ້ ໃນນາມປະຊາຊົນ? ຍ້ອນການສູນເສຍປ່າໄມ້ເຫລົ່ານີ້ ພວກເຮົາກໍມີແຕ່ ຈະດຳລົງຊີວິດ ຢູ່ຕາມຖະໜົນຫົນທາງ ແລະປ່ອຍໃຫ້ລົດຢຽບ ພວກເຮົາຕາຍເທົ່ານັ້ນແຫລະ ເພາະວ່າ ພວກເຮົາ ບໍ່ມີຄວາມເຊື່ອໝັ້ນ ນຳລັດຖະ ບານຕໍ່ໄປອີກແລ້ວ.”
ທ່ານ Treup Theurm ຮອງຫົວໜ້າຄຸ້ມຄອງດິນຂອງພວກຊົນເຜົ່າພື້ນເມືອງ ກ່າວວ່າ ຕຳ ຫຼວດ ເຈົ້າໜ້າທີ່ປ່າໄມ້ ແລະພວກເຈົ້າໜ້າທີ່ທ້ອງຖິ່ນ ບໍ່ພຽງແຕ່ ໄດ້ເຮັດຫູໜວກຕາບອດ ກ່ຽວກັບບັນຫາດັ່ງກ່າວນີ້ເທົ່ານັ້ນ.
ທ່ານ Treup Theurm ເວົ້າວ່າ “ເຈົ້າໜ້າທີ່ແມ່ນພວກທີ່ຕ້ອງການ ທຳລາຍປະຊາຊົນ. ເຂົາເຈົ້າເປັນພວກທີ່ ສໍ້ລາດບັງຫຼວງຫຼາຍທີ່ສຸດ ໂດຍຮັບເງິນສິນບົນຈາກ ຈາກບໍລິ ສັດຕັດໄມ້. ພວກເຮົາບໍ່ໄດ້ຖືເຂົາເຈົ້າວ່າ ເປັນເຈົ້າໜ້າທີ່ຕໍ່ໄປອີກແລ້ວ.”
ໃນລະຫວ່າງການເດີນທາງໄປເບິ່ງບ່ອນທີ່ມີການຕັດໄມ້ເມື່ອໄວໆມານີ້ຕາມທີ່ຊາວບ້ານກ່າວຫານັ້ນ ພວກນັກຂ່າວກຸ່ມນຶ່ງຮວມທັງນັກຂ່າວວີໂອເອນຳ ໄດ້ຖືກຂັດຂວາງໂດຍເຈົ້າໜ້າທີ່ຕຳ ຫຼວດທ້ອງຖິ່ນ ທີ່ມີປືນອາກ້າ 47 ເປັນອາວຸດ.
ໃນຕອນເຊົ້າຂອງມື້ຕໍ່ມາ ນັກຂ່າວວີໂອເອໄດ້ພະຍາຍາມຈະໄປເບິ່ງບໍລິເວນທີ່ມີການຕັດໄມ້ດັ່ງກ່າວ ອີກຄັ້ງໃໝ່ ແຕ່ກໍບໍ່ສຳເລັດຜົນຍ້ອນຕຳຫຼວດທີ່ມີອາວຸດຄົບມືຍັງພາກັນຢືນຕັນທາງ ຢູ່.
ທ່ານແກ້ວ ສວັດ ຜູ້ບັນຊາການຕຳຫຼວດທ້ອງຖິ່ນກ່າວວ່າ ລາວພຽງແຕ່ປະຕິບັດຕາມ ຄຳສັ່ງ ຜູ້ບັງຄັບບັນຊາເທົ່ານັ້ນ.
ທ່ານ Pcheub Pe ຫົວໜ້າປະຊາຄົມໃນເຂດ Sre Preah ກ່າວວ່າ ລາວໄດ້ຂັດຂວາງພວກ ນັກຂ່າວ ຍ້ອນພວກເຂົາເຈົ້າບໍ່ມີໃບອະນຸຍາດ ຈາກຜູ້ເປັນນາຍຂອງລາວ.
ເມື່ອຖືກປະເຊີນໜ້າແລະຊັກຖາມ ໂດຍພວກນັກເຄື່ອນໄຫວຊົນເຜົ່າພື້ນເມືອງ ທ່ານຢິ້ມລຸກ ຮອງເຈົ້າແຂວງໆ Mondukiri ກ່າວວ່າ ບໍລິສັດຫວຽດນາມໄດ້ຮັບສິດໃນການຕັດໄມ້ຈາກລັດ ຖະບານແລ້ວ.
ຮອງເຈົ້າແຂວງຢິ້ມລັກເວົ້າວ່າ “ການຕັດໄມ້ຂອງບໍລິສັດເຫຼົ່ານີ້ ແມ່ນຖືກຕ້ອງ ຕາມກົດ ໝາຍ ຍ້ອນວ່າ ເຂົາເຈົ້າໄດ້ຮັບອະນຸຍາດຈາກລັດຖະບານ ດັ່ງນັ້ນເຂົາ ເຈົ້າຈຶ່ງບໍ່ມີ ຄວາມຜິດ. ແຕ່ເວລາໃດ ພວກທ່ານປະຊາຊົນ ໄປຕັດໄມ້ ໂດຍບໍ່ໄດ້ຮັບອະນຸຍາດ ນັ້ນແມ່ນຜິດກົດໝາຍ.”
ທ່ານໄດ້ປະຕິເສດໃນເວລາຕໍ່ມາວ່າ ບໍ່ຮູ້ເລື່ອງໃດໆກ່ຽວກັບຄຳສັ່ງໃຫ້ຂັດຂວາງ ບັນດາອົງ ການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ແລະພວກນັກຂ່າວ ບໍ່ໃຫ້ເຂົ້າໄປ ໃນເຂດທີ່ຊາວບ້ານ ກ່າວຫາວ່າ ມີການຕັດໄມ້ແບບຜິດກົດໝາຍນັ້ນ.
ວີໂອເອບໍ່ສາມາດຕິດຕໍ່ໄປຫາບໍລິສັດຕັດໄມ້ຫວຽດນາມ ເພື່ອຂໍຄວາມເຫັນ ກ່ຽວກັບເລື່ອງນີ້.