ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການເລືອກຕັ້ງຂັ້ນຊີ້ຂາດ ອາດມີຂຶ້ນ ໃນອາເຈັນຕີນາ


ຜູ້ສະໝັກແຂ່ງຂັນ ຝ່າຍຄ້ານ ອັນດັບສູງ ທ່ານ Mauricio Macri ເຕັ້ນລຳ ແລະ ຮ້ອງເພງ ຫຼັງຈາກກ່າວປາໄສ ຕໍ່ບັນດາຜູ້ສະໜັບສະໜູນ ໃນນະຄອນຫຼວງ Buenos Aires ປະເທດອາເຈັນຕີນາ, ວັນອາທິດ ທີ 25 ຕຸລາ 2015.
ຜູ້ສະໝັກແຂ່ງຂັນ ຝ່າຍຄ້ານ ອັນດັບສູງ ທ່ານ Mauricio Macri ເຕັ້ນລຳ ແລະ ຮ້ອງເພງ ຫຼັງຈາກກ່າວປາໄສ ຕໍ່ບັນດາຜູ້ສະໜັບສະໜູນ ໃນນະຄອນຫຼວງ Buenos Aires ປະເທດອາເຈັນຕີນາ, ວັນອາທິດ ທີ 25 ຕຸລາ 2015.

ການ​ຢັ່ງ​ຫາງ​ສຽງ​ທີ່​ນຳ​ໄປ​ສູ່​ການ​ເລືອກ​ຕັ້ງ​ປະທານາທິບໍດີຂອງ
ອາ​ເຈັນ​ຕີ​ນາ ​ໃນ​ວັນ​ອາທິດ​ວານ​ນີ້​ໄດ້​ເປັນ​ໄປ​ໃນ​ທາງ​ທີ່​ຜິດ​ໝົດ.
ການ​ສຳ​ຫຼວດ ຫຼາຍ​ຄັ້ງໄດ້​ລະບຸ​ວ່າ ຜູ້​ລົງ​ແ​ຂ່ງຂ​ອງ ພັກ​ການ​ເມືອງ
​ທີ່ປົກ​ຄອງ​ປະ​ເທດ​ຢູ່ ທ່ານ Daniel Scioli, ຜູ້​ທີ່ປະ​ທາ​ນາ​ທິບໍດີ
Cristina Fernandez Kirchner ​ເລືອກ​ໃຫ້​ເປັນ​ຜູ້​ສຶບທອດ,
ອາດຈະໄດ້ຊະນະ ໃນການລົງຄະແນນສຽງທີ່ພຽງພໍ ສຳລັບ
ໄຊຊະນະທີ່ສົມບູນ.

ແທນທີ່ຈະເປັນແນວນັ້ນ​, ທ່ານ Mauricio Macri ອາຍຸ 50 ປີ,
​ເຈົ້າ​ຄອງ​ນະຄອນຫຼວງ Buenos Aires ທີ່​ນິຍົມ​ຂວາ​ຈັດ ​ແລະ
ປານ​ກາງ ​ແລະ ອະດີດ​ຫົວໜ້າ​ຂອງສ​ະ​ໂມ​ສອນເຕະ​ບານ,
Boca Junior, ​ທີ່ມີ​ຊື່​ສຽງ​ແມ່ນໄດ້​ຮັບ 35.2 ​ເປີ​ເຊັນ​ຂອງ​ການ​ຢັ່ງ​ຫາງ​ສຽງ ຕໍ່ ​35.9 ເປີເຊັນ
ສຳລັບທ່ານ Scioli, ພ້ອມດ້ວຍ 86 ​ເປີເຊັນຈາກການລາຍງານ ຂອງສະຖານທີ່ເລືອກຕັ້ງ,
ເຊິ່ງຮັບປະກັນການເລືອກຕັ້ງ ຂັ້ນຊີ້ຂາດຄັ້ງທຳອິດ ຂອງປະເທດໃນວັນທີ 22 ເດືອນພະຈິກ
ທີ່ຈະມາເຖິງນີ້.

ທ່ານ Scioli ໄດ້ປະຕິຍານວ່າຈະຍົກສູງອົງປະກອບທີ່ສຳຄັນທີ່ສຸດຂອງ “ລັດທິ Kirchner,” ລັດທິປະຊານິຍົມຖືກສ້າງຂຶ້ນອ້ອມຮອບລັດທິປົກປ້ອງການຄ້າ, ສະຫວັດດີການສັງຄົມ ແລະ ການປົກປ້ອງຊົນຊັ້ນກຳມະກອນ. ເຈົ້າຄອງແຂວງ ໃນນະຄອນຫຼວງ Buenos Aires ອາຍຸ 58 ປິີ ແລະ ເປັນຜູ້ຫຼົງໄຫຼ ໃນເຮືອຄວາມໄວສູງ ເຊິ່ງທ່ານໄດ້ເສຍແຂນເບື້ອງຂວາຂອງທ່ານ
ໃນອຸບັດຕິເຫດໃນການແຂ່ງຂັນປີ 1989, ຊຶ່ງໄດ້ສັນຍາວ່າ ຈະປ່ຽນແປງຢ່າງມີລີລາ ເພື່ອ
ດຶງດູດການລົງທຶນ ເພີ່ມຂຶ້ນ ແລະ ເພີ່ມຜົນຜະລິດ, ແລະ ກໍ່ຕັ້ງໜ່ວຍງານເສດຖະກິດ ທີ່
ສະໜັບສະໜູນຕະຫຼາດເສລີ. ທ່ານໄດ້ກ່າວໃນແນວທາງເຊິ່ງເກີດຂຶ້ນ ເທື່ອລະນ້ອຍ ເພື່ອ
ຟື້ນຟູທາງດ້ານການເງິນ, ໃນຂະນະທີ່ຍັງຮັກສາຕາໜ່າງຄວາມປອດໄພ ທາງດ້ານສະຫວັດ
ດີການສັງຄົມທົ່ວໄປໄວ້ຢູ່.

ພາຍໃຕ້ກົດໝາຍການເລືອກຕັ້ງຂອງ ອາເຈັນຕີນາ, ເພື່ອທີ່ຈະໄດ້ຮັບ ໄຊຊະນະ ຢ່າງ
ຖ້ວມລົ້ນ ໃນການເລືອກຕັ້ງຮອບທຳອິດນັ້ນ ຜູ້ລົງແຂ່ງຕ້ອງໄດ້ຮັບ ຄະແນນສຽງ ຫຼາຍ
ກວ່າ 45 ເປີເຊັນ, ຫຼື ຢ່າງໜ້ອຍ 40 ເປີເຊັນ ພ້ອມດ້ວຍຄະແນນຫ່າງຈາກ ຜູ້ທີ່ໄດ້ຮັບ
ຄະແນນຕິດຕາມມາ 10 ຄະແນນ.

XS
SM
MD
LG