ຫລາຍຄົນຄົງບໍ່ຢາກເຊື່ອເນາະວ່າ ການເຮັດກະສິກໍາກ່ຽວກັບການປູກຜັກ ກໍ່ສ້າງລາຍໄດ້ມະຫາສານໃຫ້ແກ່ຄອບຄົວ? ຊຶ່ງຢູ່ໃນສະຫະລັດນີ້ ແມ່ນມີຈິງ ຊຶ່ງທິບສຸດາມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຜັກທີ່ພວກເຮົາຊື້ກິນຢູ່ຕາມຕະຫຼາດນ້ອຍ ຫຼືໃຫຍ່ ແມ່ນອາດຈະມີລາຄາເລັກໆ ນ້ອຍໆ ຫລືບໍ່ແພງຫຼາຍ, ແຕ່ຜູ້ຂາຍກໍສາມາດສ້າງລາຍຮັບຈາກການປູກຜັກຂາຍໄດ້. ຫລາຍທ່ານອາດຈະບໍ່ຮູ້ເນາະວ່າ ຍ້ອນການປູກຜັກຂາຍ ກໍ່ສາມາດ ສ້າງລາຍໄດ້ໃຫ້ແກ່ຜູ້ປະກອບການໄດ້ດີ ເໝືອນດັ່ງກັບການເຮັດທຸລະກິດ ດ້ານອື່ນໆ.
ການເຮັດທຸລະກ່ຽວກັບຟາມການສິກໍາ ແມ່ນບໍ່ຍາກເລີຍ ບໍ່ຈໍາເປັນຈະຕ້ອງຜ່ານ ການຮຽນຮູ້ທີ່ສັບສົນຫຼາຍຢ່າງ, ສິ່ງສໍາຄັນ ພຽງແຕ່ທ່ານມີພື້ນທີ່ເລັກໜ້ອຍ ບວກກັບຄວາມດຸໝັ້ນ ແລະອົດທົນ ທ່ານກໍສາມາດເລີ້ມຕົ້ນເຮັດທຸລະກິດປະເພດນີ້ໄດ້ແລ້ວ.
ຢ່າງໃດກໍຕາມ, ບໍ່ວ່າຈະເລີ້ມຕົ້ນເຮັດທຸລະກິດດ້ານໃດດ້ານນຶ່ງ ທ່ານຄວນມີເອກະສານທີ່ກ່ຽວຂ້ອງໃນການປະກອບທຸລະກິດໃຫ້ຄົບຖ້ວນເຊັ່ນວ່າ ໃບອະນຸຍາດ ແລະໃບປະກອບການທຸລະກິດຂະໜາດນ້ອຍຂອງສະຫະລັດ (ຈຸດນີ້ ມັນກໍຂຶ້ນຢູ່ກັບການເລີ້ມຕົ້ນຂອງຜູ້ປະກອບການກ່ຽວກັບຂະໜາດທຸລະກິດຂອງຕົນເອງ), ທ່ານຄວນເລີ້ມຕົ້ນທຸລະກິດຂະໜາດນ້ອຍກ່ອນຈະເປັນການດີທີ່ສຸດ. ສໍາລັບທຸລະກິດກ່ຽວກັບການກະເສດ ແລະປູກຝັງ ຄວນຈະດໍາເນີນການພົວພັນກັບໜ່ວຍງານການກະເສດຂອງເມືອງທີ່ຕົນເອງອາໄສຢູ່.
ເວົ້າລວມແລ້ວ, ຖ້າເຮົາໄປພົວພັນກັບເມືອງກ່ອນການເລີ້ມຕົ້ນທຸລະກິດ, ທາງ ເມືອງຈະແນະນໍາຕື່ມກ່ຽວກັບລາຍລະອຽດທຸກໆຢ່າງທີ່ກ່ຽວຂ້ອງເຊັ່ນ ທີ່ດິນ ປູກຝັງ, ເງິນທຶນ, ອຸປະກອນທີ່ກ່ຽວຂ້ອງກັບການດໍາເນີນງານທາງດ້ານການກະສິກໍາຕ່າງໆ.
ສໍາລັບການເຮັດທຸລະກິດຂອງອາລຸນຟາມເຊິ່ງຕັ້ງຢູ່ເກາະໂຮໂນລູລູຂອງລັດຮາວາຍນັ້ນ ແມ່ນເລີ້ມຕົ້ນຈາກເວລາທີ່ຫົວໜ້າຄອບຄົວໄປຮັບຈ້າງເຮັດວຽກຢູ່ສວນຜັກແຫ່ງນຶ່ງໃນລັດຮາວາຍ. ຈາກນັ້ນເພິ່ນກໍພົບວ່າ ສິ່ງທີ່ເຈົ້າຂອງສວນດໍາເນີນຢູ່ນີ້ ຕົນເອງກໍສາມາດເຮັດໄດ້ຄືກັນ.
ເລີ້ມຕົ້ນທໍາອິດ, ເນື່ອງຈາກເພິ່ນບໍ່ມີດິນໃນການປູກຝັງເປັນຂອງຕົນເອງຫຼາຍ ເພິ່ນຈຶ່ງຂໍເຊົ່າດິນຈາກທາງເມືອງໃນຈໍານວນ 5 ເອເກີ, ເຊົ່າລົດຈົກ ແລະລົດ ດຸດມາສັບຊ່າວດິນໃນຈໍານວນເງິນປະມານ 1,000 ໂດລາ (ຊ່ວງປີ 1978), ເຊິ່ງເວລານັ້ນ ຄ່າເຊົ່າດິນກໍແມ່ນແຕກຕ່າງກັນຫຼາຍ ແລະແພງຂຶ້ນໄປຕາມ ໄລຍະ ແລະເວລາ.
ການລົງມືປູກຝັງ, ຄວນລົງມືປູກຝັງປະເພດພັກທີ່ໃຫ້ຜົນເກັບກ່ຽວໃນໄລຍະສັ້ນ ເພາະມັນຈະເຮັດໃຫ້ເຮົາສາມາດເຫັນຜົນຕອບແທນໄດ້ໄວ, ທີ່ສໍາຄັນ ເຮົາຈະບໍ່ໄດ້ໃຊ້ເວລາໃນການເບິ່ງແຍງຫຼາຍ, ເຊິ່ງທາງເຈົ້າຂອງອາລຸນຟາມບອກວ່າ ຄວນເລືອກປູກພືດຕາມລະດູການຈະເປັນການດີທີ່ສຸດ. ດັ່ງທີ່ປ້າສົມພອນ, ເຈົ້າຂອງອາລຸນຟາມກ່າວວ່າ:
“ເລີ້ມຕົ້ນນັ້ນເຮົາກໍໄປເຊົ່າ ທໍາອິດເຮົາກໍບໍ່ມີເງິນນໍ້ ເຮົາກໍໄປເຊົ່າລົດໄຖເຂົາເຈົ້າມາຄັນນຶ່ງ, ເພາະວ່າຜົລກໍຂັບລົດເປັນ ເພິ່ນກໍຮຽນເຮັດ ໄຖດິນແມ່ນຫຍັງຫັ້ນລະ, ເລີ້ມຕົ້ນເຮົາກໍປູກໜ້ອຍໆນຶ່ງດອກ ປູກຜັກບົ່ວ ຜັກຫອມປ້ອມ ອັນທີ່ແນວມັນງ່າຍໆຫັ້ນນະ ປູກຜັກບົ້ງ, ແລ້ວກໍມີຄົນເຂົາເຈົ້າມາຮັບໄປຂາຍຕໍ່, ມີຄົນຂັບລົດເຂົ້າມາຊື້ ຊື້ຢູ່ໃນສວນເຮົາຫັ້ນນະ ເຮົາກໍບໍ່ໄດ້ອອກໄປຂາຍທາງນອກ, ມີຄົນເຂົາເຈົ້າມາເລາະຊື້ ເຮົາກໍຂາຍຊໍ່ານັ້ນລະ, ກໍຄ່ອຍໆເຮັດເທື່ອລະເລັກ ເທື່ອລະໜ້ອຍໄປຈັງຊັ້ນ.”
ເມື່ອເວົ້າເຖິງແຮງງານ, ໃນການເລີ້ມຕົ້ນ ແມ່ນບໍ່ຈໍາເປັນຕ້ອງໃຊ້ແຮງງານຫຼາຍ, ອາດຈະມີພະນັກງານປະມານ 2-3 ຄົນ ຫຼືຫຼາຍກວ່ານັ້ນ. ແຕ່ສໍາລັບ ອາລຸນຟາມ ເພິ່ນບໍ່ໄດ້ຈ້າງໃຜມາຊ່ວຍ ໂດຍອາໄສແຮງງານຈາກພາຍໃນຄອບຄົວເອງ ເຊັ່ນພໍ່, ແມ່ ແລະລູກໆທັງ 4 ຄົນ ທີ່ເປັນແຮງງານຫຼັກຊ່ວຍກັນ.
ເມື່ອດໍາເນີນໄປໄດ້ດີໃນໄລຍະສາມເດືອນທໍາອິດ, ທ່ານສາມາດເກັບກ່ຽວ ຜົນລະປູກໄດ້, ຈາກນັ້ນ ກໍດໍາເນີນການປູກຝັງຕໍ່ເລື້ອຍໆໄປ ແລະກໍຫາແຮງງານມາເພີ້ມ ຖ້າຫາກເຫັນວ່າທຸລະກິດຂອງຕົນເອງມີທ່າແຮງທີ່ດີກວ່າເກົ່າ.
ຕະຫຼາດຈໍາໜ່າຍ, ພາກສ່ວນນີ້ແມ່ນສໍາຄັນຫລາຍກວ່າໝູ່ໝົດ. ກ່ອນຈະລົງມືປູກພືດປະເພດໃດ ແລະຫລາຍປານໃດ ເຮົາຄວນສຶກສາເບິ່ງຕະຫລາດ. ເຮົາອາດຈະຕິດຕໍ່ຫາຕະຫຼາດທົ່ວໄປ ຫຼືຕິດຕໍ່ຫາຜູ້ທີ່ມາຮັບຊື້ (ພໍ່ຄ້າຄົນກາງ), ເພາະພວກເຂົາເຈົ້າຈະມາຮັບເອົາຜັກຢູ່ສວນຂອງເຮົາເອງເລີຍ ເໝືອນດັ່ງທີ່ ອາລຸນຟາມໄດ້ດໍາເນີນມາໃນຊ່ວງເລີ້ມຕົ້ນ.
ເມື່ອເຫັນວ່າຜົນຜະລິດ ແລະການຈໍາໜ່າຍດໍາເນີນໄປໄດ້ດີ ແລ້ວ ທ່ານສາມາດ ຂະຫຍາຍຂະໜາດຂອງຟາມອອກ, ເພີ້ມຜົນຜະລິດຫຼາຍໆຢ່າງຂຶ້ນ. ສິ່ງສໍາຄັນ ຄວນສຶກສາຢ່າງລະອຽດກ່ຽວກັບຄວາມຕ້ອງການຂອງຕະຫຼາດໃນແຕ່ລະໄລຍະ.
ສໍາລັບອາລຸນຟາມແລ້ວ ປັດຈຸບັນ ແມ່ນມີເນື້ອທີ່ໃນການປູກຝັງຫຼາຍຮ້ອຍເອເກີ, ໃນນັ້ນເປັນດິນຂອງຟາມເອງ ປະມານ 400 ເອເກີ ແລະເຊົ່າຈາກເມືອງນໍາ ອີກປະມານ 700 ເອເກີ.
ນອກນັ້ນ, ອາລຸນຟາມຍັງມີແຜນທີ່ຈະຂະຫຍາຍຟາມຂອງຕົນເອງອອກໄປເກາະຄາວາຍຂອງລັດຮາວາຍ, ເຊິ່ງຂະໜາດຂອງຟາມຈະມີເຖິງ 2,000 ເອເກີ.
ຈົນເຖິງປັດຈຸບັນ, ອາລຸນຟາມ ໄດ້ມີການເຊັນສັນຍາຮ່ວມທຸລະກິດກັບຕະຫຼາດ ໃຫຍ່ຂອງທ້ອງຖິ່ນທົ່ວເກາະຮາວາຍ, ລວມເຖິງນະຄອນລອສ ແອນເຈີລີສ ນໍາອີກດ້ວຍ. ໃນນັ້ນ ສະເພາະພະນັກງານຢູ່ໃນສວນຜັກມີປະມານ 100 ກວ່າຄົນ, ໂດຍໃນແຕ່ລະເດືອນ ຈະຈ່າຍເງິນຄ່າແຮງງານໃຫ້ພະນັກງານເຮັດສວນຢູ່ປະມານ 5,000 ໂດລາຕໍ່ເດືອນ, ເຊິ່ງລາຄາກໍອາດຈະແຕກຕ່າງກັນໄປ ຕາມປະສົບການສະສົມມາ ແລະປີການຂອງແຕ່ລະຄົນ. ດັ່ງທີ່ປ້າສົມພອນກ່າວວ່າ:
“ໂອ...ປະມານບໍ່ໄດ້ໃດ ດຽວນີ້ມັນຫຼາຍ, ເງິນເດືອນຂອງພະນັກງານທັງໝົດ ເດືອນນຶ່ງກໍເປັນແສນແລ້ວເດ, ຈ່າຍເງິນເດືອນໃຫ້ພະນັກງານຮ້ອຍກວ່າຄົນ ປະມານ ບໍ່ຫຼຸດແສນ ເກືອບສອງແສນແລ້ວນະ, 5 ຫາ 6 ພັນແລ້ວນະ ຜູ້ນຶ່ງນະ, ປະມານນັ້ນລະ ສອງແສນນະ.”
ເວົ້າລວມແລ້ວ ຈາກປີ 1978 ຫາປີ 2022, ສະເພາະແຕ່ການເຮັດສວນຜັກ ຂອງອາລຸນຟາມແມ່ນສ້າງລາຍໄດ້ຢ່າງຫຼວງຫຼາຍ ແຕ່ເຈົ້າຂອງຟາມຂໍສະຫງວນໂຕເລກແທ້ຈິງໄວ້. ແຕ່ກໍພໍສະຫຼຸບໄດ້ວ່າ ການເຮັດທຸລະກິດກ່ຽວກັບການ ປູກຝັງໃນສະຫະລັດ ເຊັ່ນອາລຸນຟາມ ແມ່ນສ້າງລາຍໄດ້ທີ່ດີສົມຄວນ.