ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ການດໍາເນີນທຸລະກິດ ຮ້ານອາຫານ ແບບສັ່ງຈອງລ່ວງໜ້າ


ຟ້ອນນາງແກ້ວ, ເຊິ່ງ ຮ້ານລາບ ເຮັງ ເຮັງ ໄດ້ບໍລິການພິເສດໃຫ້ແກ່ລູກຄ້າທີ່ມາຈັດງານລ້ຽງຮັບປະທານອາຫານຢູ່ຮ້ານ, ຫຼວງພະບາງ, ສປປ ລາວ.
ຟ້ອນນາງແກ້ວ, ເຊິ່ງ ຮ້ານລາບ ເຮັງ ເຮັງ ໄດ້ບໍລິການພິເສດໃຫ້ແກ່ລູກຄ້າທີ່ມາຈັດງານລ້ຽງຮັບປະທານອາຫານຢູ່ຮ້ານ, ຫຼວງພະບາງ, ສປປ ລາວ.

ສ່ວນຫຼາຍ ເວລາພວກເຮົາເຂົ້າໄປຮ້ານອາຫານ ກໍເພື່ອສັ່ງອາຫານກິນຢູ່ຮ້ານ ຫຼືໂທສັ່ງ ແລ້ວມາຮັບເອົາໄປກິນຢູ່ເຮືອນ, ແຕ່ ການດໍາເນີນທຸລະກິດເປີດຮ້ານອາຫານ ແບບສັ່ງຈອງລ່ວງໜ້າໂດຍບໍ່ໄດ້ເປີດແບບປະຈໍາວັນເດ? ມີວິທີການ ແລະບໍລິການລູກຄ້າແຕກຕ່າງຈາກຮ້ານທົ່ວໄປແນວໃດ? ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສໍາລັບທຸລະກິດຮ້ານອາການແບບສັ່ງຈອງລ່ວງໜ້າກໍຄືກັນກັບຮ້ານອາຫານທົ່ວໆ ໄປທີ່ມີໜ້າຮ້ານ ສະຖານທີ່ ແລະໂຕະຮັບຮອງ, ມີອາຫານທີ່ທ່ານຕ້ອງການຮັບປະທານ ແຕ່ບໍ່ມີເມນູໃຫ້ທ່ານເລືອກ, ບໍ່ໄດ້ເປີດໃຫ້ທ່ານຍ່າງເຂົ້າມາແລ້ວສັ່ງອາ ຫານໃນທັນທີ ຫຼືໂທມາສັ່ງລ່ວງໜ້າ 10 ນາທີ ຫຼື 20 ນາທີ ແລ້ວມາຮັບເອົາ, ເພາະຮ້ານອາຫານທີ່ຈະກ່າວດັ່ງຕໍ່ໄປນີ້ ເປັນລັກສະນະຮ້ານທີ່ລູກຄ້າຕ້ອງຈອງລ່ວງໜ້າຢ່າງໜ້ອຍ 3 ມື້, ອາທິດນຶ່ງ ຫຼືເປັນເດືອນ ແລ້ວແຕ່ຈໍານວນຂອງລູກຄ້າທີ່ຈະມາໃຊ້ບໍລິການ.

ທຸລະກິດຮ້ານອາຫານລາວຢູ່ ຕັ້ງຢູ່ຕົວເມືອງຫຼວງພະບາງ ເຊິ່ງມີຊື່ວ່າ “ຮ້ານລາບ ເຮັງ ເຮັງ” ເປີດບໍລິການມາໄດ້ປະມານປີປາຍ, ເພິ່ນເປີດຮັບການສັ່ງຈອງຈາກລູກຄ້າໃນທຸກໆມື້ ແຕ່ເພິ່ນຈະໃຫ້ບໍລິການລູກຄ້າໃນອີກສອງຫາສາມມື້ຕໍ່ໜ້າຫຼືອາທິດຕໍ່ ໄປ, ໂດຍລູກຄ້າຂອງເພິ່ນສ່ວນຫຼາຍຈະເປັນກຸ່ມໃຫຍ່ ເຊັ່ນບັນດາສໍານັກງານຫ້ອງການ ທັງໃນໂຕເມືອງ, ຕ່າງແຂວງ ແລະກຸ່ມນັກທ່ອງທ່ຽວຈາກຕ່າງປະເທດ.

ລູກຄ້າສາມາດສັ່ງອາຫານທຸກໆຢ່າງທີ່ເປັນອາຫານຕາມລະດູການໄດ້ ເຊັ່ນວ່າ ເອາະຫຼາມ, ລາບປານໍ້າຂອງ,​ ລາບໄກ່ບ້ານ, ຕົ້ມໄກ່ບ້ານ ແລະອື່ນໆຕາມທີ່ລູກຄ້າຕ້ອງການ ເຊິ່ງສ່ວນຫຼາຍກໍຈະມີອາຫານປະມານ 4 ຫາ 5 ເຍື່ອງ.

ທ່ານນາງບຸນທ່ຽງ ບຸນຍົງ, ເຊິ່ງເປັນເຈົ້າຂອງຮ້ານອາຫານດັ່ງກ່າວ ບອກວ່າ ຮ້ານອາຫານຂອງເພິ່ນບັນຈຸລູກຄ້າໄດ້ 120 ຄົນ, ແບ່ງເປັນໂຊນໂຕະມົນສໍາລັບ 10 ຫາ 12 ຄົນ, ແລະໂຊນໂຕະຍາວສໍາລັບຄົນຈໍານວນຫຼາຍ.

ວິວດ້ານໜ້າຂອງ ຮ້ານລາບ ເຮັງ ເຮັງ, ຫຼວງພະບາງ, ສປປ ລາວ.
ວິວດ້ານໜ້າຂອງ ຮ້ານລາບ ເຮັງ ເຮັງ, ຫຼວງພະບາງ, ສປປ ລາວ.

ຄ່າບໍລິການກໍຈະຂຶ້ນຢູ່ກັບຊະນິດຂອງອາຫານ ເຊັ່ນວ່າ ອາຫານລາວຈານນຶ່ງ ຈະຮັບປະທານໄດ້ 4 ຄົນ ເຊິ່ງຄິດເປັນລາຄາຜູ້ລະ 50,000 ກີບຕໍ່ຄົນ. ແຕ່ຖ້າເປັນກຸ່ມນັກທ່ອງທ່ຽວໄທ ເພິ່ນກໍຈະຄິດເປັນເງິນບາດຕາມປະເພດຂອງອາຫານ, ໂດຍເພິ່ນໄດ້ກ່າວໃຫ້ຟັງດັ່ງນີ້:

“ເຮົາໄລ່ເປັນຫົວຄົນ ຄັນແຂກທົວໄທນີ້ ເຮົາໄລ່ຄົນນຶ່ງ 250, ແລ້ວແຕ່ອາຫານ ຖ້າຫາກວ່າເຂົາເຈົ້າມັກອາຫານເປັນປະເພດຊີ້ນ ປະເພດຫຍັງນະ ຄົນນຶ່ງ 300 ບາດ, ເຂົາເຈົ້າກໍຈອງມາຫັ້ນລະ ມີຊີ້ນມີຜັກປົນກັນນັ້ນ ກໍຫົວລະ 250. ແຕ່ຖ້າແຂກຄົນລາວ ແຂກຫ້ອງການ ເຂົາກິນຈະກິນປະເພດເປັນຊຸດເປັນຈານເລີຍ.”

ຢ່າງໃດກໍຕາມ, ຖ້າລູກຄ້າຈະສັ່ງຈອງເຂົ້າມາ ທາງຮ້ານກໍຂໍຄ່າມັດຈໍາປະມານ 5 ຫາ 10 ເປີເຊັນ. ແຕ່ຖ້າລູກຄ້າຫາກມາໃຊ້ບໍລິການຢູ່ເລື້ອຍໆ ກໍບໍ່ຈໍາເປັນຈະຕ້ອງເສຍຄ່າມັດຈໍາລ່ວງໜ້າ.

ໂດຍສະເລ່ຍແລ້ວ, ຈະມີລູກຄ້າທີ່ມາໃຊ້ບໍລິການໃນທຸກໆອາທິດ ເຊິ່ງຈະມີຢ່າງໜ້ອຍ 3 ມື້.

ເຈົ້າຂອງກິດຈະການຍັງກ່າວອີກວ່າ ສາເຫດທີ່ທາງຮ້ານມາເປີດບໍລິການໃນລັກສະນະນີ້ ເນື່ອງຈາກປັບປ່ຽນຕາມສະພາບການໂຕຈິງຂອງສັງຄົມ ໂດຍສະເພາະບັນຫາທາງດ້ານໂຄວິດ, ການເງິນບໍ່ປົກກະຕິ. ດັ່ງນັ້ນ ກໍອາດຈະມີລູກຄ້າເຂົ້າມາເປັນບາງຄັ້ງຍາງຄາວເທົ່ານັ້ນ, ອີກຢ່າງນຶ່ງ ກໍເພື່ອບໍ່ໃຫ້ມີການຊື້ອາຫານມາສະສົມໄວ້ໃນຕູ້ເຢັນ ແລ້ວມີຄວາມເສຍຫາຍ ຫຼືອາຫານບໍ່ສົດ.

ພ້ອມກັນນັ້ນ, ຍັງເປັນການປະຢັດແຮງງານ ເຊັ່ນແມ່ຄົວ ເຊິ່ງຈະມີເງິນເດືອນໃຫ້ປະມານ 2,000,000 ກີບ ແລະຈະປຸງແຕ່ງອາຫານໃນທຸກໆເຊົ້າສົ່ງໂຮງ ຮຽນ ຫຼືແຕ່ງກິນຍາມມີແຂກ, ແລະພະນັກງານຊ່ວຍຄົວ, ພະນັກງານບໍລິການ, ຜູ້ທໍາຄວາມສະອາດ ແລະອື່ນໆ...

ພາບ ທີ່ໄດ້ສະໜອງໃຫ້ໂດຍ ເຈົ້າຂອງກິດຈະການ ຮ້ານລາບ ເຮັງ ເຮັງ, ເຊິ່ງເປັນຕົວຢ່າງນຶ່ງຂອງໂຕະອາຫານ ທີ່ລູກຄ້າສັ່ງຈອງໄວ້ສໍາລັບງານລ້ຽງ.
ພາບ ທີ່ໄດ້ສະໜອງໃຫ້ໂດຍ ເຈົ້າຂອງກິດຈະການ ຮ້ານລາບ ເຮັງ ເຮັງ, ເຊິ່ງເປັນຕົວຢ່າງນຶ່ງຂອງໂຕະອາຫານ ທີ່ລູກຄ້າສັ່ງຈອງໄວ້ສໍາລັບງານລ້ຽງ.

ອີກປະການນຶ່ງ, ຖ້າສະພາບການຂອງເງິນຍັງບໍ່ຄົງທີ່ ທາງຮ້ານກໍຈະມີການປັບປ່ຽນປະລິມານຂອງອາຫານລົງ ໂດຍຍັງຢູ່ລາຄາເກົ່າ. ນະຈຸດນີ້ ທາງເຈົ້າຂອງກິດຈະການກ່າວວ່າ:

“ເອື້ອຍຫັ້ນຈະບໍ່ປັບປ່ຽນເລື້ອງລາຄາເມນູອາຫານ ແຕ່ເອື້ອຍຫັ້ນຈະ ແບບທີ່ວ່າໂອຊ່ວງນີ້ຫັ້ນອັນໃດກໍແພງຫັ້ນນ່າ ເອື້ອຍຈຸຫຼຸດປະລິມານລົງໜ້ອຍນຶ່ງ ແຕ່ລາຄາອາຫານຫັ້ນເອື້ອຍຈະຊໍ່າເກົ່າ, ແລະກໍຈະເວົ້າກັບລູກຄ້າວ່າ ອັນໃດມັນກໍແພງຫັ້ນນ່າເນາະ ເຮົາກໍຕ້ອງໃຫ້ໜ້ອຍລົງຫັ້ນນະ ຖ້າມື້ໃດຫັ້ນນະມັນຫາກຊ່ວງທີ່ວ່າລະດູມັນມີຫຼາຍຫັ້ນນະ ຈະເພີ້ມຂຶ້ນໃຫ້.”

ນອກຈາກນັ້ນ, ທາງຮ້ານ ຍັງເພີ້ມການບໍລິການພິເສດ ໂດຍເພິ່ນຈະມີບໍລິການສິລະປະແບບພື້ນເມືອງໃຫ້ແກ່ລູກຄ້າ ຫຼື ປ່ຽນພື້ນທີ່ຊັ້ນເທິງຂອງອາຄານຮ້ານອາຫານ ໃຫ້ກາຍເປັນບ່ອນສໍາລັບເຮັດພິທີບາສີ ຫຼືພິທີທາງສາດສະໜາອື່ນໆ.

ເຈົ້າຂອງກິດບອກວ່າ ຮ້ານອາຫານຂອງເພິ່ນ ກໍຄືດັ່ງຮ້ານອາຫານທົ່ວໄປ ທີ່ຈະຕ້ອງຜ່ານຂັ້ນຕອນດ້ານເອກະສານຕ່າງໆ ຕາມຂັ້ນບ້ານ ຂັ້ນເມືອງ ແລະຂັ້ນແຂວງ, ຫຼັງຈາກທາງການເຂົ້າມາກວດສອບ ແລະຜ່ານມາດຕະຖານແລ້ວ ເພີ່ນຈຶ່ງສາມາດເປີດຮ້ານໄດ້.

ເຈົ້າຂອງກິດຈະການ ຮ້ານລາບ ເຮັງ ເຮັງ, ທ່ານນາງບຸນທ່ຽງ ບຸນຍົງ ຜູ້ທີສອງ ແຕ່ຊ້າຍ ຫາ ຂວາ ພ້ອມດ້ວຍສາມີ ທີ່ຢືນຢູ່ທາງຂ້າງ.
ເຈົ້າຂອງກິດຈະການ ຮ້ານລາບ ເຮັງ ເຮັງ, ທ່ານນາງບຸນທ່ຽງ ບຸນຍົງ ຜູ້ທີສອງ ແຕ່ຊ້າຍ ຫາ ຂວາ ພ້ອມດ້ວຍສາມີ ທີ່ຢືນຢູ່ທາງຂ້າງ.

ເວົ້າລວມແລ້ວ, ການເຮັດທຸລະກິດຮ້ານອາຫານສັ່ງຈອງໃນລັກສະນະດັ່ງກ່າວ ກໍເປັນຜົນດີສໍາລັບຜູ້ປະກອບການ ເພາະສາມາດປັບໂຕເຂົ້າກັບສະພາບການໂຕຈິງຂອງສັງຄົມ, ປະຢັດຕົ້ນທຶນ, ປະຢັດເວລາຂອງຜູ້ປະກອບການ ພ້ອມກັນນັ້ນ ກໍຍັງເຮັດໃຫ້ລູກຄ້າໄດ້ຮັບປະທານອາຫານໃໝ່ ທີ່ໄດ້ມາຕາມຕະຫຼາດຂອງທ້ອງ ຖິ່ນອີກດ້ວຍ.

XS
SM
MD
LG