ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກລັດຖະບານ ໄດ້ຮັບ ໄຊຊະນະ ຢ່າງວຸດວິດ ໃນການເລືອກຕັ້ງສະພາ ຢູ່ກໍາປູເຈຍ (ສະໄລດ໌/ວີດິໂອ)


ປະຊາຊົນຂະເໝນພາກັນຢືນລຽນແຖວ ລໍຖ້າປ່ອນບັດ, ວັນອາທິດ ທີ 27 ກໍລະກົດ 2013.
ປະຊາຊົນຂະເໝນພາກັນຢືນລຽນແຖວ ລໍຖ້າປ່ອນບັດ, ວັນອາທິດ ທີ 27 ກໍລະກົດ 2013.
ຫລັງ​ຈາກ​ທີ່ໄດ້ຄອບ​ງໍາການ​ເມືອງໃນ​ກໍາປູເຈຍ​ເກືອບ​ວ່າ​ຢ່າງ​
ສິ້ນ​ເຊີງ ຕະຫລອດ ​ເວລາເກືອບ​ສາ​ມທົດ​ສະ​ວັດ​ທີ່​ຜ່ານ​ມາ
ພັກຂອງ​ລັດຖະບານ​ກໍາປູ​ເຈຍໄດ້ຮັບໄຊ​ຊະນະ​ຢ່າງ​ວຸດ​ວິດ
​ເທົ່າ​ນັ້ນ ​ໃນການ​ເລືອ​ກຕັ້ງ​ແຫ່ງ​ຊາດ​ໃນ​ວັນ​ອາທິດ​ວານ​ນີ້ ​
ໃນ​ຂະນະ​ທີ່​ຝ່າຍຄ້ານ​ໄດ້​ຮັບ​ຄະ​ແນນ​ສຽງ​ຫລາຍ​ຂຶ້ນ ຢ່າງ
​ໜ້າ​ປະ​ທັບ​ໃຈ.

​ໂຄສົກ​ລັດຖະບານ​ຄົນ​ນຶ່ງ​ກ່າວ​ວ່າ ພັກ​ປະຊາຊົນກໍາ​ປູ​ເຈຍ
ຫລືCPP ຂອງ ນາຍົກລັດຖະມົນຕີ Hun Sen ​ໄດ້​ຊະນະ​
68 ບ່ອນ​ນັ່ງ​ຂອງ​ຈໍາ​ນວນ​ບ່ອນ​ນັ່ງ​ທັງ​ໝົດ 123 ບ່ອນ​ຢູ່​ໃນ​
ສະພາ​ແຫ່ງ​ຊາດນັ້ນ ​ຊຶ່ງເປັນ​ການ​ຫຸລດ​ລົງ​ຢ່າງ​ຫລວງ
​ຫລາຍ​ຈາກ 90 ບ່ອນນັ່ງ ທີ່​ມີ​ມາ​ແຕ່​ກ່ອນ.

ພັກຝ່າຍຄ້ານ​ສໍາຄັນ ຄືພັກກູ້ຊາດ​ກໍາປູ​ເຈຍ​ ຫລື​ CNRP ​ໄດ້​
55 ບ່ອນ​ນັ່ງ ​ເກືອບສອງເທົ່າຂອງຈໍານວນ 29 ບ່ອນ​ນັ່ງ​ທີ່ເຄີຍ
ຄວບ​ຄຸ​ມ ຢູ່​ໃນ​ສະພາ​ຊຸດ​ທີ່​ກໍາລັງ​ຈະ​ພົ້ນ​ອໍານາດ​ໄປ.

ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ Sam Rainsy ກ່າວ​ວ່າ ມັນ​ເປັນ​ວັນ​ປະຫວັດ​ສາດ ສໍາລັບປະຊາທິ
ປະໄຕ​ຂອງ​ກໍາ​ປູ​ເຈຍ ໂດຍ​ໃຫ້​ຂໍ້​ສັງ​ເກດວ່າ ປະຊາຊົນ​ໄດ້​ພາກັນອອກ​ມາ​ປ່ອນບັດຢ່າງ ຫລວງຫລາຍ ​ເພື່ອ​ສະ​ແດງ​ຄວາ​ມປະສົງ​ຂອງ​ເຂົາ​ເຈົ້າ.

​ແຕ່​ວ່າ ທ່ານ Koul Panha ຜູ້​ອໍານວຍ​ການ​ຂອງ ຄະນະ​ກໍາມະການເພື່ອ ການເລືອກ​ຕັ້ງ​
ທີ່ເສລີ​ແລະ​ທ່ຽງ​ທໍາ​ໃນ​ກໍາ​ຢູ​ເຈຍ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ມີຜູ້​ມາປ່ອນ​ບັດ​ໃນ​ອັດຕາ 69 ​ເປີ​
ເຊນ ຫລຸດ​ລົງ​ຈາກ 75 ​ເປີ​ເຊ​ນ​ຂອງ​ການ​ເລືອກ​ຕັ້ງໃນ​ປີ 2008. ທ່ານ ຍັງ​ກ່າວ​ອີກ​ວ່າ
ການ​ເລືອກ​ຕັ້ງຄັ້ງ​ນີ້​ແມ່ນ​ມີຄວາມຍຸຕິ​ທໍາ ໜ້ອຍ​ກ່ວາຄັ້ງ​ກ່ອນໆ.

ພາບຈາກການໂຄສະນາຫາສຽງເລືອກຕັ້ງຢູ່ກໍາປູເຈຍ:



ທ່ານ Koul Phanha ​ເວົ້າ​ວ່າ :

“ການ​ເລືອກ​ຕັ້ງ​ເທື່ອ​ນີ້ ມີ​ຄວາມ​ທ່ຽງ​ທໍາໜ້ອຍ​ກວ່າ​ການ​ເລືອກ​ຕັ້ງ​ຫວ່າງ​ມໍ່ໆ​ມາ​ນີ້
ຖ້າ​ຫາກ​ທ່ານ​ປຽບທຽບ​ໃສ່່​ທີ່​ຜ່ານ​ມາ ​ຍ້ອນວ່າ ການ​ເຂົ້າ​ຫາ​ສື່​ມວນ​ຊົນ​ບໍ່​ກໍ້າ​ເກີ່ງ​ກັນ ​ຍ້ອນວ່າມີ​ບັນຫາ​ກ່ຽວ​ກັບບັນຊີຂອງ​ຜູ້​ປ່ອນ​ບັດ ​ຍ້ອນນະ​ໂຍບ​າຍ​ຂອງ​ທະຫານ ທີ່​ໄປ​ເຮັດກິດຈະ​ກໍາ​ໃຫ້ພັກຂອງ​ລັດຖະບານ ຮວມ​ທັງພວກ​ເຈົ້າ​ໜ້າ​ທີ່​ສານນໍາ ​ຍ້ອນ​ການໃຊ້​ຊັບພະ​ຍາກ​ອນຂອງລັດ ​ໂດຍລັດຖະບານ ​ແລະ​ຍ້ອນວ່າ ຜູ້​ນໍາຝ່າຍ​ຄ້ານ
ບໍ່​ສາມາດ​ແຂ່ງຂັນ​ໄດ້​ຢ່າງ​ສົມ​ບຸນ​ແບບ ​ໃນ​ນາມ​ຜູ້​ສະໝັກ.”

ເບິ່ງວີດິໂອຂອງວີໂອເອ ພະແນກພາສາຂະເໝນ ກ່ຽວກັບການປ່ອນບັດ ຢູ່ກໍາປູເຈຍ:


LSS Cambodia Election
please wait
Embed

No media source currently available

0:00 0:02:31 0:00
XS
SM
MD
LG