ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ຫຼາຍ ຈິງ ເຕ້ ຊະ​ນະ​ການ​ເລືອກ​ຕັ້ງ​ ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ


ປະ​ທາ​ນາ​ທ​ິ​ບໍ​ດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່ ຂອງ​ໄຕ້​ຫວັນ ທ່ານ​ຫຼາຍ ຈິງ ເຕ້ ທີ່ກອງ​ປ​ະ​ຊຸມ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກ​ໄດ້​ຮັບ​ໄຊ​ຊະ​ນະ ທີ່​ນະ​ຄອນ​ຫຼວງ​ໄທ​ເປ ເມື່ອ​ວັນ​ທີ 13 ມັງ​ກອນ 2024.
ປະ​ທາ​ນາ​ທ​ິ​ບໍ​ດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່ ຂອງ​ໄຕ້​ຫວັນ ທ່ານ​ຫຼາຍ ຈິງ ເຕ້ ທີ່ກອງ​ປ​ະ​ຊຸມ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກ​ໄດ້​ຮັບ​ໄຊ​ຊະ​ນະ ທີ່​ນະ​ຄອນ​ຫຼວງ​ໄທ​ເປ ເມື່ອ​ວັນ​ທີ 13 ມັງ​ກອນ 2024.

ພັກ​ປະ​ຊາ​ທິ​ປະ​ໄຕ​ກ້າວ​ໜ້າ ຊຶ່ງ​ເປັນ​ພັກລັດ​ຖະ​ບານ​ຂອງ​ໄຕ້​ຫວັນ ໄດ້​ຮັບ​ໄຊ​ຊະ​ນະ ໃນ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ໄໝ​ທີ 3 ລຽນ​ຕິດ ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ໃນ​ວັນ​ເສົາ​ມື້ນີ້ ໂດຍ​ທີ່​ຜູ້​ສະ​ໝັກ​ຂອງ​ພັກ ຊຶ່ງ​ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ ທ່ານ​ຫຼາຍ ຈິງ ເຕ້ ໄດ້​ຮັບ​ຄະ​ແນນ​ທັງ​ໝົດ 40 ເປີ​ເຊັນ.

ທ່ານ​ໄດ້​ເອົາ​ຊະ​ນະ ທ່ານ​ຫູ ຢູ-ອິນ ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ ຈາກພັກ​ກົກ​ມິນ​ຕັງ ຫຼື KMT ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ ​ທີ່​ເປັນ​ມິດ​ກັບ​ຈີນ ແລະ​ອະ​ດີດ​ຜູ້​ບັນ​ຊາ​ການ​ຕຳ​ຫຼວດ ຕະ​ຫຼອດ​ທັງ​ທ່ານ​ໂກ ວິນ ເຈ ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ຈາກ​ພັກ​ປະ​ຊາ​ຊົນ​ໄຕ້​ຫວັນ ທີ່​ພະ​ຍາ​ຍາມ​ຈະ​ນຳ​ສ​ະ​ເໜີ​ ພັກ​ຂອງ​ທ່ານ ເພື່ອ​ເປັນ​ທາງ​ເລືອກ​ ຕໍ່​ພັກ​ການ​ເມືອງ​ໃຫຍ່​ທັງ​ສອງ.

ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ນັ້ນ ທ່ານ​ຫຼາຍ ກ່າວ​ວ່າ ການ​ໄດ້​ຮັບ​ໄຊ​ຊະ​ນະ​ຂອງ​ທ່ານ​ໃນ​ວັນ​ເສົາ​ມື້ນີ້ ແມ່ນ​ເປັນ​ໄຊ​ຊະ​ນະ​ຂອງ​ປະ​ຊາ​ຄົມ​ປະ​ຊາ​ທິ​ປະ​ໄຕ​ຂອງ​ໂລກ.

“ພວກ​ເຮົາ​ກຳ​ລັງ​ແຈ້ງ​ໃຫ້​ປະ​ຊາ​ຄົມ​ນາໆ​ຊາດ​ຊາບ​ວ່າ ລະ​ຫວ່າງ​ປະ​ຊາ​ທິ​ປະ​ໄຕ​ແລະ​ລັດ​ທິ​ຜະ​ເດັດ​ການ ພວກ​ເຮົາ​ຈະ​ຢືນ​ຢູ່​ຂ້າງ​ປະ​ຊາ​ທິ​ປະ​ໄຕ” ທ່ານ​ໃນ​ຫ້ອງ ​ທີ່​ເຕັມ​ໄປ​ດ້ວຍ​ນັກ​ຂ່າວ​ທ້ອງ​ຖິ່ນ ແລະ​ນັກ​ຂ່າວ​ສາ​ກົນ 100 ກວ່າ​ຄົນ.

ທ່ານ​ກ່າວ​ຕື່ມ​ວ່າ ປະ​ຊາ​ຊົນ​ຊາວ​ໄຕ້​ຫວັນ ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ຕ້ານ​ຢັນ​ຕໍ່​ການ​ກົດ​ດັນ​ຈາກ​ພາຍນອກ ທີ່​ພະ​ຍາ​ຍາມ​ຈະ​ແຊກ​ແຊງ​ ເຂົ້າ​ໃນ​ການ​ເລືອກ​ຕັ້ງ ໂດຍ​ໃຫ້​ຮ່ອງ​ຮອຍ​ເຖິງ​ກົນ​ລະ​ຍຸດ ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ​ທີ່​ຈີນນຳ​ໃຊ້​ ໃນ​ລະ​ຫວ່າງ​ຫຼາຍໆ​ເດືອນ ​ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ. ທ່ານ​ໃຫ້​ຂໍ​ສັງ​ເກດ​ວ່າ “ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ມີ​ແຕ່​ປະ​ຊາ​ຊົນ​ຊາວ​ໄຕ້​ຫວັນ​ເທົ່າ​ນັ້ນ ມີ​ສິດ​ທີ່​ຈະ​ເລືອກ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພວກ​ເຂົາ​ເຈົ້າ.”

ທ່ານ​ຫຼາຍ​ກ່າວ​ວ່າ ໃນ​ເມື່ອ​ທ່ານ ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ ທ່ານ​ສຽວ ບີ ຄິມ (Hsiao Bi-khim) ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍ​ທີ່​ສຸດ​ໃນ​ການ​ເລືອກ​ຕັ້ງ ໄຕ້​ຫວັນ​ຈະ​ສືບ​ຕໍ່ “ຍ່າງ​ຕາມ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ໄປ​ໜ້າ.”

ທ່ານ​ຫຼາຍ​ກ່າວ​ຢ້ຳ​ວ່າ “ພວກ​ເຮົາ​ຈະ​ບໍ່​ຖອຍ​ກັບ​ຄືນ ຫຼື​ຫຼຽວ​ກັບ​ຫຼັງ.”

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG