ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ ANC ມີຄະແນນ ນຳໜ້າ ໃນການເລືອກຕັ້ງ ຢູ່ ອາຟຣິກາໃຕ້ (ສະໄລດ໌/ວີດີໂອ)


ເຈົ້າໜ້າທີ່ປ່ອນບັດ ກຳລັງເທບັດລົງຄະແນນອອກຈາກຫີບ ປ່ອນບັດ
ເຈົ້າໜ້າທີ່ປ່ອນບັດ ກຳລັງເທບັດລົງຄະແນນອອກຈາກຫີບ ປ່ອນບັດ
ພັກຄອງແກຣັສແຫ່ງຊາດອາຟຣິກາ ຫຼື ANC ຊຶ່ງເປັນພັກ
ລັດຖະບານ ຂອງ​ອາ​ຟຣິກາ​ໃຕ້ ກຳລັງ​ນຳ​ໜ້າ​ໃນການ​ນັບ​
ຄະ​ແນນສຽງ​ຈາກ​ການ​ເລືອກ​ຕັ້​ງ​ທົ່ວປະເທດ ຄັ້ງທຳ​ອິດ
ຊຶ່ງຮວມ​ທັງ​ບັນດາ​ຜູ້ປ່ອນ​ບັດ ທີ່​ເກີດ​ຫຼັງ​ຈາກການ​ສີ້​ນສຸດ
ຂອງລະບົບ ​ແບ່ງ​ແຍກເຊື້ອ​ຊາດຜີວພັນ ​ໃນ​ປີ 1994.

ຜົນ​ການນັບຄະແນນສຽງຂັ້ນຕົ້ນ​ ຂອງ​ຄະນະ​ກຳມະການ
ເລືອກ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ພະຫັດມື້ນີ້ ​ໄດ້​ສະ​ແດງໃຫ້​ເຫັນ​
ວ່າ ພັກຄອງແກຣັສແຫ່ງຊາດອາຟຣິກາ ຫຼື ANC ໄດ້ຮັບ
62 ​ ເປີ​ເຊັ​ນ ຂອງ​ຈຳນວນບັດ​ຄະ​ແນນ​ສຽງທີ່ນັບໄປໄດ້
​ເຄິ່ງນຶ່ງ​ແລ້ວ.

ຜູ້​ທ້າ​ທາຍ ​ທີ່ໄດ້ຮັບຄະແນນ​ໃກ້​ຄຽງທີ່​ສຸດ ຄືພັກພັນທະ​ມິດ​ປະຊາທິປະ​ໄຕຝ່າຍຄ້ານ
​ໄດ້ຮັບ 24 ​ເປີ​ເຊັ​ນ. ບໍ່​ມີ​ພັກ​ອື່ນໃດ​ໄດ້​ຮັບ​ຫລາຍ​ກວ່າ 5 ​ເປີ​ເຊັນ ຂອງ​ ​ບັດ​ຄ​ະ​ແນນ​ສຽງ
ທີ່ນັບໄປແລ້ວນັ້ນ.

ຄະນະ​ກຳມະການ​ເລືອກ​ຕັ້ງ​ກ່າວ​ວ່າ 73 ​ເປີ​ເຊັ​ນຂອງ​ຜູ້ມີ​ສິດ​ປ່ອນ​ບັດ ຢູ່​ໃນ​ ​ຂົງ​ເຂດ​ຕ່າງໆ ​
ໄດ້​ເຂົ້າ​ຮ່ວມ​ໃນການ​ລົງ​ຄະແນນ​ສຽງ​ໃນ​ວັນ​ພຸດ​ວານ​ນີ້.

ບັນດາ​ນັກວິ​ເຄາະຄາດ​ວ່າ ພັກຄອງແກຣັສແຫ່ງຊາດອາຟຣິກາ ຈະ​ໄດ້ຮັບຄະ ແນນ
ສຽງທັງໝົດຂອງປະຊາຊົນຫຼາຍກວ່າ 60 ​ເປີ​ເຊັ​ນ. ນັ້ນ​ອາດ​ຈະເປັນການ​ແຜ້ວທາງ​ໃຫ້
ສະພາເລືອກ​ເອົາປະທານາທິບໍດີ Jacob Zuma ເຂົ້າ​ຮັບ​ຕຳ​ແໜ່​ງ​ເປັນສະໄໝທີສອງ
​ຕື່ມອີກຫ້າ​ປີ.

SOUTH AFRICA ELECTIONS VO
please wait

No media source currently available

0:00 0:00:40 0:00
XS
SM
MD
LG