ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

77 ຄົນ​ ເສຍ​ຊີວິດ​ ຍ້ອນລົດໄຟ ຕົກລາງ ຢູ່ສະເປນ (ວີດີໂອ/ສະໄລດ໌)


Spain Train Accident
please wait
Embed

No media source currently available

0:00 0:00:58 0:00
ລິງໂດຍກົງ

ວີດີໂອຂອງເຫດອຸບປະຕິເຫດລົດໄຟໃນສະເປນ

ທີ່​ປະ​ເທດສະ​ເປ​ນ ພວກເຈົ້າ​ໜ້າສືບສວນ​ສອບ​ສວນກໍາລັງ​ພະຍາ
ຍາມຊອກ​ຮູ້​ເຖິ​ງສາເຫດຂອງ ອຸບ​ປະຕິເຫດລົດ​ໄຟຕົກ​ລາງ ຢູ່​ໃນ
ພາກ​ເໜືອ​ຂອງປະ​ເທດ ທີ່​ເຮັດ​ໃຫ້ 77 ຄົນ​ເສຍ​ຊີວິດ​ ​ແລະ​ຫຼາຍ​
ກວ່າ 140 ຄົນ​ບາດ​ເຈັບ.

ລົດ​ໄຟ​ຕົກ​ລາງໃນ​ວັນ​ພຸດ​ວານ​ນີ້ ​ໃກ້ໆ​ກັບ​ສະຖາ​ນີ​ແຫ່ງ​ນຶ່ງ ຢູ່ນອກ
​ເມືອງໂບຮານ Santiago de Compostela ​ນັ້ນ​ ແມ່ນ​ເປັນອຸບ​ປະ
ຕິເຫດລົດ​ໄຟ ທີ່​ຮ້າຍແຮງທີ່​ສຸດ​ໃນສະ​ເປນ ນັບ​ຕັ້ງ​ແຕ່​ປີ 1972 ​ເວລາ​
ລົດ​ໄຟ​ຕໍາກັນ​ກັບ​ລົດ​ເມ ​ທາງ​ພາກ​ໃຕ້​ຂອງ​ສະ​ເປ​ນ ທີ່​ໄດ້​ສັງຫານ
80 ຄົນ​ນັ້ນ.

ພວກ​ພະນັກງານ​ກູ້​ໄພ ​ໄດ້​ເຮັດ​ວຽກ​ໜັກ​ຕະ​ຫຼອດຄືນ​ ເພື່ອ​ຊ່ອຍ​ຊີວິດ​ພວກ​ທີ່​ລອດ​ມາ​ໄດ້​ນັ້ນ.​

ພາບ​ທີ່​ຖ່າຍ​ທອດ​ອອກ​ທາງໂທລະພາບ​ສະ​ແດງ​ໃຫ້​ເຫັນ​ຄວັນ​ທີ່​ກຸ້ມ​ຂຶ້ນ​ມາ​ຈາກບ່ອນ​ເກີດ​ເຫດ
​ແລະ​ສົບທີ່​ປົກ​ຄຸມ​ດ້ວຍ​ຜ້າ​ຫົ່ມ ​ລຽງ​ລາຍຢູ່ຕາ​ມລາງ​ລົດ​ໄຟ ຂ້າງໆ​ຊາກ​ເຫຼັກທີ່​ບິດ​ບ້ຽວຂອງ​
ລົດ​ໄຟ​ທີ່​ມີ 8 ຕູ້ນັ້ນ.

ພວກ​ຄະນະ​ກູ້​ໄພ ​ໄດ້​ໃຊ້ລົດ​ຍົກ​ເພື່ອ​ຍົກ​ເອົາຊາກຕູ້​ລົດໄຟອອກ​ໄປ ​ໃນ​ວັນ​ພະຫັດ​ມື້​ນີ້. ​



ຄາດ​ວ່າ ນາຍົກລັດຖະທົນຕີສະເປນ Mariano Rajoy ຜູ້ທີ່​ເກີດ​ໃນ​ເມືອງ Santiago de
Compostela ຈະ​ໄປ​ເຖິງບ້ານ​ເກີດ​ຂອງ​ທ່ານ ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ສໍາ​ຫຼວດ​ເບິ່ງ​ບ່ອນ​ເກີດ​ເຫດ.

​ເຈົ້າ​ ໜ້າ​ທີ່​ເມືອງ​ໄດ້​ຍົກ​ເລີກ​ພິທີ​ສະ​ເຫຼີ​ມສະຫຼອງເທ​ດສະການ​ທາງ​ສາສະໜາ ທີ່​ໄດ້​ວາງ​ແຜນ​ໄວ້​
ສໍາ​ຫຼັບ​ວັນ​ພະຫັດ​ມື້​ນີ້ ​ຊຶ່ງ​ຈະ​ມີພວກ​ສະ​ແຫວ​ງບຸນຊາວ​ຄຣິສຈາກ​ທົ່ວ​ໂລກ ພາກັນ​ລຸ​ຫຼັ່ງ​ໄປ​ຍັງ
​ເມືອງ​ດັ່ງກ່າວ ​ເພື່ອສະຫຼອງ​ເທດສະການ​ສະດຸ​ດີພະ​ອໍ​ລະ​ຫັນ St. James ພະ​ສາວົກ​ຂອງ
​ພະ​ເຍຊູ​ຄຣີສ ຊຶ່ງ​ສົບ​ຂອງ​ທ່ານ​ຍັງ​ເກັບ​ຮັກສາ​ໄວ້​ໃນ​ໂບດ​ທີ່​ນັ້ນ.

ການ​ນໍາຂົງ​ ເຂດ Galicia ​ທີ່​ຕັ້ງ​ຂອງເມືອງ Santiago de Compostela ນັ້ນ​ ​ໄດ້ປະກາດ
​ວາລະ​ໄວ້ອາ​ໄລ 7 ມື້ ​ເພື່ອໃຫ້​ກຽດແກ່ພວກ​ເຄາະ​ຮ້າຍ ຈາກ​ການ​ອຸບປະຕິເຫດຄັ້ງ​ນີ້.
XS
SM
MD
LG