ອະດີດລັດຖະມົນຕີກະຊວງການຕ່າງປະເທດອອສເຕຣເລຍ ທ່ານ Kevin Rudd ປະກາດ
ໃນມື້ວັນສຸກນີ້ວ່າ ທ່ານຈະທ້າທາຍນາຍົກລັດຖະມົນຕີ Julia Gillard ໃນການເປັນຜູ້ນໍາພັກ
ກໍາມະກອນ ທີ່ຈະມີການປ່ອນບັດ ໃນວັນຈັນຈະມາເຖິງນີ້.
ທ່ານ Rudd ໄດ້ຖະແຫລງຕໍ່ກອງປະຊຸມສື່ມວນຊົນວ່າ ນາຍົກລັດຖະມົນຕີ Gillard ໄດ້
ສູນເສຍຄວາມໄວ້ວາງໃຈຈາກປະຊາຊົນອອສເຕຣເລຍ ແລະເລີ້ມແຕ່ວັນຈັນນີ້ໄປ ທ່ານຈະ
ໄດ້ເລີ້ມສ້າງຄວາມໄວ້ເນື້ອເຊື່ອໃຈນັ້ນຄືນໃໝ່.
ທ່ານນາງ Gillard ໄດ້ຮຽກຮ້ອງໃນວັນພະຫັດວານນີ້ໃຫ້ພັກຂອງທ່ານນາງ ເລຶອກເອົາ
ຜູ້ນໍາໃໝ່ເພື່ອຊອກຫາຊ່ອງທາງແກ້ໃຂບັນຫາການໂຕ້ຖຽງທີ່ສົກກະປົກກັບທ່ານ Rudd
ຜູ້ທີ່ທ່ານນາງໄດ້ຖືກຂັບໄລ່ ອອກຈາກການເປັນນາຍົກລັດຖະມົນຕີ ໃນເດືອນມິຖຸນາ ປີ
2010.
ທ່ານນາງ Gillard ໄດ້ກ່າວຕໍ່ບັນດາສື່ມວນຊົນໃນວັນພະຫັດວານນີ້ວ່າ ທ່ານນາງມີຄວາມ
ເຊື່ອໝັ້ນວ່າ ມັນເປັນຜົນດີທີ່ສຸດສຳຫຼັບພັກກໍາມະກອນ ຂອງທ່ານນາງ ແລະປະເທດຊາດ
ທີ່ຈະສີ້ນສຸດ ການກ່າວຫາວ່າ ທ່ານ Rudd ໄດ້ມີແຜນທີ່ຈະໂຄນລົ້ມ ພາຍໃນພັກ. ທ່ານ
Rudd ໄດ້ລາອອກຈາກຕໍາແໜ່ງລັດຖະມົນຕີກະຊວງການຕ່າງປະເທດ ໃນວັນພຸດຜ່ານມາ
ນີ້ ແລະກ່າວວ່າ ທ່ານບໍ່ມີຄວາມສາມາດຈະດໍາເນີນວຽກງານຕໍ່ໄປໄດ້ ໂດຍປາສຈາກການ
ສະໜັບສະໜຸນຂອງນາຍົກລັດຖະມົນຕີ.