ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເງິນຣູ​​ເບິ​ລ ຂອງ​ຣັດ​ເຊຍ ​ຕົກ​ຕ່ຳລົງ ​ຢ່າງເປັນ​ປະຫວັດການ ​ອີກ​ເທື່ອ​ນຶ່ງ


ຜູ້ຍິງຄົນນຶ່ງ ຍ່າງຜ່ານ ປ້າຍໂຄສະນາ ອັດຕາການແລກປ່ຽນ ເງິນ ສະກຸນຕ່າງໆ ໃນນະຄອນຫລວງມົສກູ ປະເທດຣັດເຊຍ ເມື່ອວັນສຸກທີ 12 ທັນວາ 2014.
ຜູ້ຍິງຄົນນຶ່ງ ຍ່າງຜ່ານ ປ້າຍໂຄສະນາ ອັດຕາການແລກປ່ຽນ ເງິນ ສະກຸນຕ່າງໆ ໃນນະຄອນຫລວງມົສກູ ປະເທດຣັດເຊຍ ເມື່ອວັນສຸກທີ 12 ທັນວາ 2014.

ລາຄາເງິນຣູເບິ​ລຂອງ​ຣັດ​ເຊຍ ​ໄດ້​ຕົກ​ຕ່ຳລົງ ​ຢ່າງເປັນ​ປະຫວັດ
​ການ​ອີກ​ເທື່ອ​ນຶ່ງ ​ເຖິງ​ແມ່ນ​ວ່າ ​ຣັດ​ເຊຍໄດ້​ພະຍາຍາມ​ ຢ່າງ​ສຸກ
ເສີນ​ທີ່ຈະຄ້ຳຊູ​ ການ​ລຸດລົງ​ຢ່າງ​ໄວ​ຂອງ​ເງິນຕາ​ຂອງ​ຕົນ ກໍຕາມ.

​ໃນ​ການ​ເຄື່ອນ​ໄຫວ ​ທີ່​ບໍ່​ໄດ້​ປະກາດ​ລ່ວງ​ໜ້າ ​ເມື່ອ​ຕອນ​ແລງ​
ຂອງ​ວັນ​ຈັນ​ວານ​ນີ້ ທະນາຄານ​ກາງຂອງ​ມົສກູ ​ໄດ້​ເພີ້​ມອັດຕາ
ດອກ​ເບ້ຍ​ຂຶ້ນ ​ເປັນ 17 ​ເປີ​ເຊັນ ຈາກ 10.5 ​ເປີ​ເຊັນ​.

ການ​ເຄື່ອນໄຫວ​ດັ່ງ​ກ່າວ​ມີ​ຂຶ້ນ ຫຼັງຈາກ​ທີ່​ເງິນຕາ​ຂອງຣັດ​ເຊຍ
​ໄດ້​ປະສົບ​ກັບ​ການ​ຕົກ​ລາຄາ​ຢ່າງ​ໃຫຍ່ ​ໃນ​ມື້​ດຽວ ນັບ​ຕັ້ງ​ແຕ່​
ວິ​ກິດ​ການ​ທາງ​ການ​ເງິນ​ຂອງຣັດ​ເຊຍ ເມື່ອ​ປີ 1998.

​ລາຄາເງິນຣູເບິ​ລ ​ໄດ້ຟື້ນ​ສູງ​ຄືນ​ມາບຸດ​ດຽວ​ໃນ​ວັນ​ອັງຄານ​ມື້​ນີ້ ກ່ອນ​ຈະ ​ຕົກລົງ​ສູ່​ລະດັບຕ່ຳ​ສຸດ ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ. ​ມາ​ເຖິງ​ຕອນ​ບ່າຍ ຢູ່​ມົສກູ ​ເງິນ​ນຶ່ງດອນ​ລາ ​ແມ່ນ​ຊື້ໄດ້ 66 ຣູເບິ​ລ.

Russia’s Ex-Economy Minister Sees Fundamental Problems
please wait

No media source currently available

0:00 0:03:02 0:00

ການ​ດຳ​ເນີນ​ຄວາມພະຍາຍາມ​ຂອງຣັດ​ເຊຍ​ໃນ​ມື້​ນີ້ ​ແມ່ນ​ເປັນ​ຄັ້ງ​ທີ່​ມີ​ການ​ປະສານ​ງານ​ພ້ອມພຽງ​ກັນ​ຢ່າງ​ໃຫຍ່​ທີ່​ສຸດ ​ເພື່ອ​ຈະ​ຢຸດ​ການ​ຕົກ​ຕ່ຳລົງ​ຂອງຄ່າ​ຂອງ​ເງິນ​ຣູເບິ​ລ ທີ່ໄດ້ຕົກ​ລາຄາເກືອບເຖິງ 50 ​ເປີ​ເຊັນ ​ໃນ​ປີ​ນີ້ ​ໃນ​ການ​ແລກປ່ຽນ​ກັບ​ເງິນ​ດອນ​ລາສະຫະລັດ.

ຄຸນຄ່າເງິນຣູເບິລ ຕໍ່ ເງິນດອນລາ ໃນການປຽບທຽບ ຕໍ່ ລາຄາ ຂອງ Brent Crude ລະຫວ່າງ ວັນທີ 9 ກັນຍາ ຫາ ວັນທີ 17 ພະຈິກ 2014.
ຄຸນຄ່າເງິນຣູເບິລ ຕໍ່ ເງິນດອນລາ ໃນການປຽບທຽບ ຕໍ່ ລາຄາ ຂອງ Brent Crude ລະຫວ່າງ ວັນທີ 9 ກັນຍາ ຫາ ວັນທີ 17 ພະຈິກ 2014.

ພຽງ​ເມື່ອ​ອາທິດ​ແລ້ວ​ນີ້​ເອງ ຣັດ​ເຊຍກໍ​ໄດ້​ພະຍາຍາມ ​ແຕ່​ບໍ່​ປະສົບ
​ຜົນສຳ​ເລັດ ທີ່​ຈະ​ຢຸດ​ການ​ຕົກ​ລາຄາ ​ຂອງ​ເງິນຕາ​ຂອງຕົນ ​ດ້ວຍ
​ການເພີ້​ມອັດຕາ​ດອກ​ເບ້ຍ​ຂຶ້ນ ນຶ່ງ​ເປີ​ເຊັນ.

​ເງິນຕາຣັດ​ເຊຍ ​ໄດ້ຕົກ​ຢູ່​ພາຍ​ໃຕ້​ການ​ກົດ​ດັນ​ຢ່າງ​ໜັກ ທ່າມກາງ​
ການ​ລົງ​ໂທດ​ຕ່າງໆ​ ຂອງ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ຍ້ອນວິ​ກິດ​
ການ​ ໃນ​ຢູ​ເຄຣນ ​ແລະ ລາຄາ​ນ້ຳມັນ​ທີ່​ລຸດລົງນັບ​ມື້​ນັ້ນ.

ວັງ​ Kremlin ​ໄດ້​ພະຍາຍາມ ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ພົນລະ​ເມືອງ
ຣັດ​ເຊຍ ວ່າ ການ​ຕົກ​ລາຄາ​ຂອງ​ເງິນຕາ ຈະ​ເປັນ​ພຽງ​ຊົ່ວຄາວ ​
ແລະ ວ່າ ​ລາຄາເງິນຣູ​ເບິ​ລ ຈະສູງ​ຂຶ້ນ​ຄືນອີກ​ໃນ​ທີ່​ສຸດ.

Russian Economy Reeling After New Western Sanctions
please wait

No media source currently available

0:00 0:02:51 0:00


The ruble has tumbled to another historic low, despite an emergency attempt by Russia to prop up the rapidly declining currency.

In a surprise move late Monday, Moscow's Central Bank dramatically raised interest rates to 17 percent from 10.5 percent.

The move came after the Russian currency experienced its largest one-day decline since Russia's 1998 financial crisis.

The ruble briefly rebounded Tuesday, before plummeting to an all-time low. By noon in Moscow, a dollar was buying 66 rubles.

It is Russia's most concerted effort yet to stop the devaluation of the ruble, which has lost almost 50 percent against the dollar this year.

Just last week, Russia attempted, and failed, to stop the decline by raising interest rates by one percent.

The Russian currency has been under intense pressure amid Western sanctions over the Ukraine crisis and plunging oil prices.

The Kremlin has tried to reassure Russian citizens the devaluation will be temporary, and that the ruble will eventually regain its value.

XS
SM
MD
LG