ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Rubio ທຳຄະແນນໄດ້ດີ ຂະນະທີ່ ທ່ານ Trump ສູ້ຊົນ ໃນການໂຕ້ວາທີ ຂອງພັກຣີພັບບລິກັນ


Republicans Clash Over Economy and Each Other in Debate
please wait

No media source currently available

0:00 0:02:24 0:00

ທ່ານ Marco Rubio ປາກົດວ່າ ເປັນຜູ້ທີ່ໄດ້ຮັບໄຊຊະນະ ​
ໃນ​ຕອນ ສຸດ​ທ້າຍ ຂອງການແລກປ່ຽນຄຳເວົ້າແບບຮ້ອນ
ແຮງ ກັບ ທ່ານ Jeb Bush ທີ່ເປັນເພື່ອນຂອງທ່ານເປັນເວ
ລາຍາວນານມາແລ້ວ ແລະ ໂດຍລວມແລ້ວ ທ່ານທຳໜ້າທີ່
ໄດ້ດີ ອີງຕາມບັນດານັກວິເຄາະ ຫຼາຍໆທ່ານ ຫຼັງຈາກການ
ໂຕ້ວາທີ ຄັ້ງທີ 3 ຂອງບັນດາຜູ້ສະໝັກລົງແຂ່ງຂັນເປັນປະ
ທານາທິບໍດີ ສັງກັດພັກຣີພັບບລີກັນ ​ໃນ​ການ​ເລືອກ​ຕັ້ງຂັ້ນ
ຕົ້ນ ໃນວັນພຸດມື້ວານນີ້.

ທ່ານ Rubio ສະມາຊິກສະພາສູງຈາກລັດ Florida ນັກ
ການເມືອງໜ້າໃໝ່ ແລະ ທ່ານ Bush ອະດີດຜູ້ປົກຄອງລັດ
ດຽວກັນນັ້ນ ແມ່ນລວມຢູ່ໃນບັນດາຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີ ທັງໝົດ
10 ທ່ານ ຕ່າງກໍໄດ້ໂຕ້ຖຽງກັນ ສ່ວນຫຼາຍແມ່ນເລື້ອງນະໂຍບາຍ ເສດຖະກິດ ຢູ່ທີ່ການ
ໂຕ້ວາທີ ໃນ​ເມືອງ Boulder ລັດ Colorado.

ທ່ານ Jeb Bush ກ່າວຖະແຫລງ ໃນລະຫວ່າງ ການໂຕ້ວາທີ ຂອງບັນດາຜູ້ສະໝັກລົງແຂ່ງຂັນເປັນປະ ທານາທິບໍດີ ສັງກັດພັກຣີພັບບລີກັນ ທີ່ຖ່າຍທອດອອກອາກາດທາງຊ້ອງ CNBC ຢູ່ທີ່ ມະຫາວິທະຍາໄລ Colorado, ເມື່ອວັນພຸດ ທີ 28 ຕຸລາ 2015.
ທ່ານ Jeb Bush ກ່າວຖະແຫລງ ໃນລະຫວ່າງ ການໂຕ້ວາທີ ຂອງບັນດາຜູ້ສະໝັກລົງແຂ່ງຂັນເປັນປະ ທານາທິບໍດີ ສັງກັດພັກຣີພັບບລີກັນ ທີ່ຖ່າຍທອດອອກອາກາດທາງຊ້ອງ CNBC ຢູ່ທີ່ ມະຫາວິທະຍາໄລ Colorado, ເມື່ອວັນພຸດ ທີ 28 ຕຸລາ 2015.

ທ່ານ Bush ຜູ້ຊຶ່ງ​ຄັ້ງນຶ່ງເຄີຍເຫັນວ່າ ເປັນໂຕເກັງຂອງຣີພັບບລີກັນ ແຕ່ການໂຄສະນາ
ຫາສຽງຂອງທ່ານ ໄດ້ສູ້ຊົນ ທີ່ຈະເຮັດໃຫ້ຕົນໄດ້ປຽບ ຊຶ່ງທ່ານໄດ້ກ່າວໂຈມຕີ ທ່ານ
Rubio ໃນຕອນຕົ້ນຂອງການໂຕ້ວາທີ ​ໃນອັນທີ່ທ່ານກ່າວວ່າ ເປັນການຂາດການລົງ
ຄະແນນສຽງ ໃນສະພາສຸງຫຼາຍໆຄັ້ງນັ້ນ.

ທ່ານ Bush ເວົ້າວ່າ “ທ່ານ Marco ໃນເມື່ອທ່ານໄດ້ລົງນາມ ຮັບໜ້າທີ່ນີ້ແລ້ວ ອັນນີ້
ເປັນສັນຍາ ໄລຍະ 6 ປີ ແລະ ທ່ານຄວນຕ້ອງມີໜ້າມາເຮັດວຽກ. ຂ້າພະເຈົ້າໝາຍ
ຄວາມວ່າ ຕາມຕົວອັກສອນ ກໍຄື ສະພາສູງ ມັນເປັນຫຍັງ ຄືກັບສັບປະດາເຮັດວຽກ
ຂອງປະເທດຝຣັ່ງ ບ່ອນທີ່ທ່ານມີ 3 ມື້ ທີ່ທ່ານຕ້ອງໄດ້ໄປມີໜ້າເຮັດວຽກບໍ?”

ທ່ານ Rubio ຕອບໂຕ້ກັບຄືນຢ່າງວ່ອງໄວ ໂດຍກ່າວຫາ ການໂຈມຕີທ່ານ ຂອງທ່ານ
Bush ນັ້ນ ແມ່ນຍ້ອນຄວາມໄດ້ປຽບທາງການເມືອງ ແລະທ່ານ Rubio ເວົ້າຕໍ່ຜູ້ທີ່ເຄີຍ
ເປັນທີ່ປຶກສາໃຫ້ທ່ານໃນເມື່ອກ່ອນວ່າ “ບາງຄົນ ໄດ້ເຮັດໃຫ້ທ່ານເຊື່ອວ່າ ຄັນໂຈມຕີ
ຂ້າພະເຈົ້າແລ້ວ ມັນຈະຊ່ວຍເຫຼືອທ່ານເບາະ.”

ການໂຕ້ວາທີ ທີ່ໄດ້ຖ່າຍທອດອອກອາກາດ ໂດຍຊ່ອງຂ່າວທາງດ້ານການເງິນ CNBC
ມີຂຶ້ນຂະນະທີ່ ເຈົ້າພໍ່ອະສັງຫາລິມະສັບ ທ່ານ Donald Trump ປາກົດວ່າ ໄດ້ສູນເສຍ
ຕຳແໜ່ງເປັນຜູ້ມີ​ຄະ​ແນນ​ສຽງນຳໜ້າ ​ໃນໄລຍະຫຼາຍໆເດືອນຜ່ານມາ ຂອງການແຂ່ງ
ຂັນເປັນປະທານາທິບໍດີ.

ທ່ານ Marco Rubio (ຂວາ) ແລະ ທ່ານ Jeb Bush ຖົກຖຽງກັນ ໃນຈຸດນຶ່ງ ລະຫວ່າງ ການໂຕ້ວາທີ ຂອງບັນດາຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລິ
ກັນ ທີ່ຖ່າຍທອດອອກອາກາດທາງຊ້ອງ CNBCຢູ່ທີ່ ມະຫາວິທະຍາໄລ Colorado, ເມື່ອວັນພຸດ ທີ 28 ຕຸລາ 2015.

US Republican Debate
please wait
Embed

No media source currently available

0:00 0:01:15 0:00

XS
SM
MD
LG