ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກໍາ-ປ່າໄມ້ລາວເປີດເຜີຍໃຫ້ຮູ້ວ່າ ລັດຖະບານລາວໄດ້ວາງ
ແຜນການທີ່ຈະສົ່ງອອກ ຢາງພາລາໄປຕ່າງປະເທດ ໃຫ້ໄດ້ໃນປະລິມານລວມ 3 ແສນໂຕນ
ນັບແຕ່ປີ 2015 ເປັນຕົ້ນໄປ ໂດຍແນໃສ່ປະເທດຈີນເປັນຕະຫຼາດຮອງຮັບທີ່ສໍາຄັນ.
ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ລາວກໍຍອມຮັບວ່າ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ
ໄດ້ນັ້ນ ກໍບໍ່ແມ່ນເລື້ອງງ່າຍ ເນື່ອງຈາກວ່າ ປະເທດຄູ່ແຂ່ງຂອງລາວ ກໍໄດ້ແນໃສ່ຈີນເປັນ
ຕະຫຼາດທີ່ສໍາຄັນເຊັ່ນດຽວກັນ ນັ້ນກໍຄື ໄທ, ພະມ້າ, ແລະກໍາປູເຈຍ ອີກດ້ວຍນັ້ນເອງ.
ທັງນີ້ກໍເນື່ອງຈາກວ່າ ການລົງນາມໃນສັນຍາກະສິກໍາແບບພັນທະ ຊຶ່ງທາງການຈີນໄດ້
ຕົກລົງຮ່ວມກັບບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງດ້ວຍກັນເມື່ອບໍ່ນານມານີ້ ໂດຍໄດ້
ມີການຕົກລົງກັນຢ່າງຄັກແນ່ແລ້ວວ່າ ທາງການຈີນຈະຮັບຊື້ຢາງພາລາຈາກລາວ, ໄທ,
ມຽນມາ ແລະກໍາປູເຈຍ ໃນປະລິມານລວມ 5 ແສນໂຕນ ຈຶ່ງເຮັດໃຫ້ຕ້ອງແຂ່ງຂັນກັນ
ທັງດ້ານລາຄາ ແລະຄຸນນະພາບຂອງຢາງພາລາລະຫວ່າງກັນຢ່າງຫລີກລ້່ຽງບໍ່ໄດ້.
ໃນໄລຍະ 10 ກວ່າປີທີ່ຜ່ານມາ
ທາງການລາວໄດ້ອະນຸມັດສໍາ
ປະທານການເຊົ່າທີ່ດິນໄລຍະ
ຍາວແກ່ພາກເອກກະຊົນລາວ
ແລະຕ່າງຊາດໄປແລ້ວ 2,000
ກວ່າໂຄງການ ຊຶ່ງມີເນື້ອທີ່ລວມ
ກວ້າງກວ່າ 4 ແສນເຮັກຕາໃນ
ທົ່ວປະເທດ ແລະໃນນີ້ ກໍຄິດ
ເປັນພື້ນທີ່ສໍາປະທານເພື່ອປູກ
ຢາງພາລາເກີນກວ່າ 70%
ຊຶ່ງສ່ວນໃຫຍ່ກໍຈະສາມາດເລີ້ມ
ຂີດເອົາຢາງໄດ້ນັບຈາກປີ 2015 ເປັນຕົ້ນໄປ.
ຫາກແຕ່ວ່າ ບັນຫາອີກປະການນຶ່ງທີ່ທາງການລາວມີຄວາມກັງວົນໃຈຫຼາຍທີ່ສຸດກໍ
ແມ່ນບັນຫາຂາດແຄນແຮງງານ ໃນການຂີດເອົານໍ້າຢາງ ເພາະວ່າການທີ່ຈະຂີດເອົາ
ນໍ້າຢາງໃນເຂດສໍາປະທານດັ່ງກ່າວໄດ້ຢ່າງທົ່ວເຖິງນັ້ນ ຈະຕ້ອງນໍາໃຊ້ແຮງງານຫຼາຍ
ກວ່າ 5 ແສນຄົນ ຫຼືຄິດເປັນອັດຕາສ່ວນແຮງງານ 2 ຄົນຕໍ່ພື້ນທີ່ 1 ເຮັກຕານັ້ນເອງ.
ສໍາລັບພື້ນທີ່ທີ່ປະເຊີນກັບບັນຫາຂາດແຄນແຮງງານ ໃນການຂີດຢາງພາລາແລ້ວໃນ
ປັດຈຸບັນນີ້ກໍຄື ແຂວງຫຼວງນໍ້າທາ ຊຶ່ງເປັນເຂດທີ່ກຸ່ມນັກທຸລະກິດຈີນ ໄດ້ພາກັນເຂົ້າ
ໄປລົງທຶນປູກຢາງພາລາເປັນພື້ນທີ່ທໍາອິດເມື່ອ 10 ກວ່າປີມາແລ້ວ ແລະມາເຖິງປັດ
ຈຸບັນນີ້ກໍປະກົດວ່າ 40% ຂອງພື້ນທີ່ປູກຢາງພາລາທີ່ກວ້າງກວ່າ 27,000 ເຮັກຕາ
ນັ້ນ ສາມາດຂີດເອົານໍ້າຢາງໄດ້ແລ້ວ.
ຫາກແຕ່ວ່າບັນຫາກໍ່ຄື ແຮງງານທີ່ມີຢູ່ໃນປັດຈຸບັນນີ້ ກໍສາມາດທີ່ຈະຂີດເອົານໍ້າຢາງພາ
ລາໄດ້ພຽງໃນເນື້ອທີ່ບໍ່ເກີນ 11,000 ເຮັກຕາເທົ່ານັ້ນ ໃນຂະນະທີ່ພື້ນທີ່ປູກຢາງພາລາ
ທັງໝົດ ໃນແຂວງທີ່ມີເນື້ອທີ່ກວ້າງກວ່າ 27,000 ເຮັກຕານັ້ນ ກໍ່ຈະຕ້ອງໃຊ້ແຮງງານ
ຫຼາຍກວ່າ 54,000 ຄົນ ພາຍໃນປີ 2015 ແລະເມື່ອປະກອບກັບພາຍໃນແຂວງເອງ
ກໍ່ສາມາດຝຶກອົບຮົມແຮງງານຂີດຢາງໄດ້ຢ່າງຈໍາກັດອີກດ້ວຍແລ້ວ ຈຶ່ງເຮັດໃຫ້ຈະຕ້ອງ
ປະເຊີນກັບປັນຫາຂາດແຄນແຮງງານຂີດຢາງພາລາຢ່າງຫຼີກລ້ຽງບໍ່ໄດ້ ດັງທີ່ທ່ານເປີແລ
ພົງສະໄຫວ ຮອງຫົວໜ້າພະແນກແຮງງານແລະສະຫວັດດີການສັງຄົມຂອງແຂວງໄດ້
ໃຫ້ການຊີ້ແຈງວ່າ:
“ແຕ່ນີ້ຫາປີ 2015 ນີ້ ຖ້າວ່າປີນຶ່ງໄດ້ປະມານ 50 ຄົນ ກໍ່ໄດ້ແຕ່ປະມານ
200 ກວ່າຄົນ ມັນບໍ່ຕອບສະໜອງ ສົມມຸນວ່າປາດຢາງນີ້ເນື້ອທີ່ຢາງ 20
ກວ່າພັນເຮັກຕາ ໂດຍເຮັກຕານຶ່ງມັນຕ້ອງປາດ 2 ຄົນຕໍ່ນຶ່ງຄືນ ສະນັ້ນ
ແຮງງານລາວມັນແນວໃດກໍ່ບໍ່ສາມາດຕອບສະໜອງໄດ້ຈຶ່ງເປັນບັນຫາ
ທີ່ຈະຕ້ອງໄດ້ສືບຕໍ່ແກ້.”
ກ່ຽວກັບການໃຫ້ສໍາປະທານທີ່ນີ້ ບໍ່ພຽງ
ແຕ່ຈະເຮັດໃຫ້ລາວປະເຊີນກັບບັນຫາ
ຂາດແຄນແຮງງານເທົ່ານັ້ນ ຫາກແຕ່
ການໃຫ້ສໍາປະທານທີ່ດິນກັບບັນດາເອກ
ກະຊົນລາວແລະຕ່າງຊາດ ໃນໄລຍະ 10
ກວ່າປີມານີ້ ຍັງໄດ້ສົ່ງຜົນກະທົບຕໍ່ສະ
ພາບແວດລ້ອມທໍາມະຊາດ ແລະສັງຄົມ
ລາວຫຼາຍຂຶ້ນນັບມື້ອີກດ້ວຍ.
ທັ້ງນີ້ກໍເນື່ອງຈາກກວ່າ ການໃຫ້ສໍາປະທານທີ່ດິນ ໄດ້ເຮັດໃຫ້ມີການຕັດໄມ້ທໍາລາຍປ່າ
ເກີດຂຶ້ນຢ່າງກວ້າງຂວາງ ແລະຫຼາຍໆ ກໍລະນີ ກໍ່ເປັນການໃຫ້ສໍາປະທານທີ່ດິນ ທີ່ໄປ
ກວາມເອົາເຂດປ່າສະຫງວນ ຫຼືວ່າແຫຼ່ງນໍ້າທໍາມະຊາດ ລວມເຖິງໄປກວາມເອົາທີ່ດິນຂອງ
ປະຊາຊົນ ອີກດ້ວຍນັ້ນເອງ.
ເບິ່ງຄວາມເຫັນ (4)
ໂຫລດຄວາມເຫັນ ຕື່ມອີກ