ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ອົງການຂ່າວ RSF ໄດ້ໃຫ່ຂໍ້ສັງເກດວ່າ ນັກຖ່າຍຮູບຊາວຢູເຄຣນ ໄດ້ຖືກສັງຫານໂດຍພວກທະຫານຣັດເຊຍ


ແຟ້ມພາບ-ນັກຖ່າຍຮູບ ຊາວຢູເຄຣນ ທ່ານມາກສ໌ ເລີວີນ ອຸ້ມແມວໂຕນຶ່ງ ຢູ່ໃກ້ກັບເຂດແບ່ງແຍກຂອງຢູເຄຣນ ຈາກຂົງເຂດດອນເນັສ ທີ່ໄດ້ຮັບການໜຸນຫຼັງໂດຍຣັດເຊຍ, ວັນທີ 25 ມັງກອນ 2022.
ແຟ້ມພາບ-ນັກຖ່າຍຮູບ ຊາວຢູເຄຣນ ທ່ານມາກສ໌ ເລີວີນ ອຸ້ມແມວໂຕນຶ່ງ ຢູ່ໃກ້ກັບເຂດແບ່ງແຍກຂອງຢູເຄຣນ ຈາກຂົງເຂດດອນເນັສ ທີ່ໄດ້ຮັບການໜຸນຫຼັງໂດຍຣັດເຊຍ, ວັນທີ 25 ມັງກອນ 2022.

ການສືບສວນສອບສວນດຳເນີນການໂດຍ ນັກຂ່າວບໍ່ມີພົມແດນ ຫຼື RSF ທີ່ໄດ້ສະຫລຸບໂດຍເນັ້ນໃຫ້ເຫັນເຖິງທ່ານມາກສ໌ ເລີວີນ ນັກຖ່າຍຮູບຊາວຢູເຄຣນ ແລະເປັນນັກຖ່າຍທຳສາລະຄະດີ ພ້ອມກັບທະຫານຄົນນຶ່ງຜູ້ທີ່ໄປກັບທ່ານເພື່ອຮັກສາຄວາມປອດໄພ ທັງສອງໄດ້ຖືກສັງຫານໂດຍທະຫານຣັດເຊຍ ຢູ່ໃກ້ໆກັບນະຄອນຫຼວງກີຢິບ ໃນເດືອນມີນາ ຂະນະທີ່ພວກເຂົາຊອກຫາຊິ້ນສ່ວນອຸປະ ກອນຂອງເຄື່ອງຖ່າຍຮູບ ທີ່ພວກເຂົາໄດ້ເຮັດສູນຫາຍໄປນັ້ນ.

ອົງການຂ່າວ RSF ທີ່ມີຫ້ອງການຕັ້ງຢູ່ໃນນະຄອນປາຣີ ໄດ້ກ່າວໃນບົດລາຍງານວ່າ ການສືບສວນສອບສວນທີ່ຕົນໄດ້ດຳເນີນການຈາກວັນທີ 24 ພຶດສະ ພາ ຫາ ວັນທີ 3 ມິຖຸນາ ພ້ອມດ້ວຍຂໍ້ມູນ ແລະຫຼັກຖານທີ່ໄດ້ມານັ້ນ ຊີ້ໃຫ້ເຫັນວ່າ ທ່ານເລີວີນ ແລະທ່ານໂອເລັກຊີ ເຊີຣນີຊອຟ (Oleksiy Chernyshov) ໄດ້ຖືກສັງຫານໂດຍພວກທະຫານຣັດເຊຍ ຢູ່ໃນບໍລິເວນປ່າຂອງຄຸ້ມບ້ານ ໂມຊຈຸນ ຢູ່ໃກ້ກັບນະຄອນຫຼວງກີຢິບ ເມື່ອວັນທີ 13 ມີນາ, “ເປັນໄປໄດ້ວ່າ ພາຍຫຼັງຈາກທີ່ໄດ້ຖືກສອບປາກຄຳ ແລະແມ່ນກະທັງຖືກທໍລະມານ.”

ການສືບສວນດັ່ງກ່າວ ໄດ້ດຳເນີນການໂດຍ ທ່ານອາຣນາວດ໌ ຟຣອກເກີ (Arnaud Froger) ຫົວໜ້າພະແນກສືບສວນຂອງອົງການຂ່າວ RSF ແລະທ່ານພາດທຣິກ ໂຊແວລ (Patrick Chauvel) ທີ່ເປັນນັກຂ່າວແລະນັກຖ່າຍຮູບຊາວຝຣັ່ງ ຜູ້ທີ່ໄດ້ເຮັດວຽກກັບທ່ານເລີວີນ ໃນຢູເຄຣນ ໄດ້ສະຫລຸບວ່າ ທ່ານເລີວີນ ແລະທ່ານເຊີຣນີຊອຟ ໄດ້ຖືກຈັບໂຕໄດ້ໂດຍພວກທະຫານຣັດເຊຍ ໃນຂະນະທີ່ພວກເຂົາ ພະຍາຍາມຊອກຫາບ່ອນທີ່ເຮືອບິນໂດຣນ ທີ່ທ່ານເລີວີນ ໄດ້ນຳໃຊ້ສຳລັບການລາຍງານຂອງທ່ານ ກ່ຽວກັບການບຸກລຸກຢູເຄຣນທີ່ບໍ່ໄດ້ເກາະຜິດເລີຍ ຊຶ່ງໄດ້ເລີ້ມຂຶ້ນໃນວັນທີ 24 ກຸມພາ.

ອົງການຂ່າວ RSF ໄດ້ກ່າວວ່າ ຈາກການລວບລວມຫຼັກຖານ ພ້ອມທັງລູກປືນຫຼາຍລູກ ເອກະສານທີ່ລະບຸໂຕ ສິ່ງຂອງຕ່າງໆທີ່ມີຮ່ອງຮອຍຂອງພັນທຸກຳ ຫຼື DNA ໄດ້ຢັ້ງຢືນໃຫ້ຮູ້ວ່າ ມີພວກທະຫານຣັດເຊຍ ຢູ່ທີ່ແຫ່ງເກີດເຫດ ໂດຍມີຊາກລົດຍີ່ຫໍ້ Ford Maverick ຂອງທ່ານເລີວີນ ທີ່ຖືກເຜົາໄໝ້ ແລະສິ່ງຂອງອື່ນໆ ທີ່ອຳນວຍໃຫ້ສະຫລຸບໄດ້ວ່າ ທ່ານເລີວີນ ແລະຜູ້ອາລັກຂາຂອງທ່ານ ໄດ້ຖືກສັງຫານ.

ທ່ານຄຣິສໂຕເຟີ ເດີລົວຣ໌ (Christopher Deloire) ເລຂາທິການໃຫຍ່ຂອງອົງການຂ່າວ RSF ໄດ້ກ່າວໃນຖະແຫລງການວ່າ “ການວິເຄາະພາບຖ່າຍຕ່າງໆຂອງສະຖານທີ່ອາຊະຍາກຳ ການສັງເກດເບິ່ງຈຸດນັ້ນແລ້ວ ແລະວັດຖຸຕ່າງໆຂອງຫຼັກຖານທີ່ເກັບກູ້ມາໄດ້ນັ້ນ ຊີ້ໄປຫາການສັງຫານຢ່າງຈະແຈ້ງ ທີ່ອາດຈະມີການສອບປາກຄຳ ຫຼືແມ່ນກະທັງການທໍລະມານ ເກີດຂຶ້ນກ່ອນໜ້ານັ້ນ.”

ທ່ານເດີລົວຣ໌ ໄດ້ກ່າວຕື່ມວ່າ “ໃນສະພາບການຂອງສົງຄາມທີ່ມີການໂຄສະນາຊວນເຊື່ອ ແລະການກວດກາໂດຍວັງເຄຣລິນຢ່າງຫຼວງຫຼາຍນັ້ນ ທ່ານມາກສ໌ ເລີວີນ ແລະເພື່ອນຂອງທ່ານ ໄດ້ຊົດໃຊ້ດ້ວຍຊີວິດຂອງພວກເຂົາສຳລັບການຕໍ່ສູ້ເພື່ອຂໍ້ມູນທີ່ເຊື່ອຖືໄດ້. ພວກເຮົາຕ້ອງຕອບແທນພວກເຂົາດ້ວຍຄວາມຈິງ. ແລະພວກເຮົາຈະຕໍ່ສູ້ເພື່ອລະບຸໂຕ ແລະຊອກຫາພວກຄົນຜູ້ທີ່ໄດ້ສັງຫານພວກເຂົາເຈົ້າ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG