ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພິທີອະພິເສກສົມລົດ ຂອງເຈົ້າຊາຍອັງກິດ


ເຈົ້າຊາຍ William ແລະພະຊາຍາ ທອດພະເນດ ການບິນຜ່ານ ຂອງເຮືອບິນກອງທັບອາກາດ ຈາກລະບຽງ ລຸນຫຼັງພິທີອະພິເສກສົມລົດ (29 ເມສາ 2011)
ເຈົ້າຊາຍ William ແລະພະຊາຍາ ທອດພະເນດ ການບິນຜ່ານ ຂອງເຮືອບິນກອງທັບອາກາດ ຈາກລະບຽງ ລຸນຫຼັງພິທີອະພິເສກສົມລົດ (29 ເມສາ 2011)

ຄູ່ອະພິເສກສົມລົດໃໝ່ ເຈົ້າຊາຍ William ແລະເຈົ້າສາວ
ຂອງພະອົງ ນາງ Catherine ຊຶ່ງເວລານີ້ໄດ້ເປັນ Duke
ແລະ Duchess ແຫ່ງ Cambridge ນັ້ນ ໄດ້ອອກຈາກ
ໂບດ Westminster ໄປແລ້ວ ຊຶ່ງພາໃຫ້ມີສຽງຮ້ອງເຊຍ
ແລະຊົມເຊີຍຈາກຝູງຊົນທີ່ພາກັນໄປເບິ່ງ.

ຄູ່ອະພິເສກສົມລົດໃໝ່ ໄດ້ພາກັນນັ່ງລົດມ້າ ເປີດຫຼັງຄາໄປ
ຍັງພະລາດຊະວັງບັກກິ່ງແຮມເພື່ອສະເຫວີຍພະກາຍາຫານ
ທ່ຽງທີ່ພະຣາຊີນີເອລີຊາແບັດ ເປັນເຈົ້າພາບຈັດຖວາຍ. ກົງ
ກັນຂ້າມ ກັບທີ່ພວກນັກພະຍາກອນອາກາດ ໄດ້ທຳນາຍ
ໄວ້ທ້ອງຟ້າແມ່ນແຈ່ມໃສແລະມີແດດກ້າ.

ເຈົ້າຊາຍ William ແລະນາງ Catherine ໄດ້ກ່າວຄຳ
ປະຕິຍານອະພິເສກສົມລົດໃນພິທີຕື່ນເຕັ້ນປະທັບໃຈ ແບບ
ບໍ່ເຄີຍເຫັນມາກ່ອນ ໃນປະເທດອັງກິດ ນັບແຕ່ພິທີອະພິ
ເສກສົມລົດຂອງພະລາດຊະພະບິດາ ແລະມານດາຂອງ
ເຈົ້າຊາຍ William ຄື ເຈົ້າຊາຍ Charles ແລະມື້ລາງເຈົ້າຍິງ Diana.

ປາກົດວ່າຄູ່ອະພິເສກສົມລົດໃໝ່ໄດ້ພາກັນຢືນດ້ວຍຄວາມສະຫງົບງຽບ ແລະມີຄວາມກັງ
ວົນເລັກນ້ອຍຂະນະທີ່ເຈົ້າຊາຍ William ແລະນາງ Catherine ກ່າວວ່າ “I will” ຫຼື
ຂ້າພະເຈົ້າຂໍຮັບຕໍ່ໜ້າແຂກຜູ້ມີກຽດ 1,900 ຄົນແລະພວກທີ່ເບິ່ງໂທລະພາບ ອິນເຕີແນັດ
ແລະສື່ມວນຊົນອື່ນໆອີກ 2 ພັນລ້ານຄົນ. ນອກນັ້ນ ຍັງມີປະຊາຊົນອີກຫຼາຍຮ້ອຍພັນຄົນ ຢືນລຽງລາຍຢູ່ຕາມແຄມຖະໜົນຫົນທາງ ແລະສວນສາທະລະນະແຫ່ງຕ່າງໆ ໃນກຸງລອນ
ດອນ ເພື່ອຢາກຖ່າຍວີດີໂອ ເອົາຄູ່ອະພິເສກສົມລົດໃໝ່.

XS
SM
MD
LG