ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສອງສາຍການບິນໃນ ເຂດຕາເວັນອອກກາງ ຍົກເລີກ ການຫ້າມນຳ ແລັບທັອບ ຂຶ້ນເຮືອບິນ


ນັກທ່ອງທ່ຽວຍ່າງຜ່ານປ້າຍຂອງສາຍການບິນ Royal Jordanian ທີ່ສະໜາມບິນສາກົນ JFK ໃນນະຄອນນິວຢອກ, ສະຫະລັດ.
ນັກທ່ອງທ່ຽວຍ່າງຜ່ານປ້າຍຂອງສາຍການບິນ Royal Jordanian ທີ່ສະໜາມບິນສາກົນ JFK ໃນນະຄອນນິວຢອກ, ສະຫະລັດ.

ສາຍການບິນ Royal Jordanian ແລະ ສາຍການບິນ ຄູເຫວດ ໄດ້ກ່າວໃນວັນອາທິດ
ວານນີ້ວ່າ ຜູ້ໂດຍສານຂອງພວກເຂົາເຈົ້າອີກຄັ້ງໜຶ່ງ ສາມາດນຳເອົາຄອມພິວເຕີແລັບ
ທັອບ ແລະ ອຸປະກອນອີເລັກໂທຣນິກອື່ນໆຂຶ້ນໄປເທິງເຮືອບິນ ທີ່ເດີນທາງໂດຍກົງໄປ
ຍັງ ສະຫະລັດ ໄດ້.

ສະຫະລັດ ໄດ້ຕັ້ງຂໍ້ຫ້າມ ໃນເດືອນມີນາທີ່ຜ່ານມາ ສຳລັບຖ້ຽວບິນຈາກສະໜາມບິນ 10
ແຫ່ງໃນເຂດຕາເວັນອອກກາງ, ໂດຍກ່າວວ່າ ພວກເຂົາເຈົ້າຢ້ານພວກກໍ່ການຮ້າຍອາດ
ເຊື່ອງລະເບີດໄວ້ຢູ່ໃນອຸປະກອນຕ່າງໆທີ່ວ່ານັ້ນ.

ກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ໄດ້ກ່າວຕໍ່ສາຍການບິນ ທີ່ໄດ້ຮັບຜົນ
ກະທົບວ່າ ພວກເຂົາເຈົ້າຕ້ອງໄດ້ຍົກລະດັບການກວດກາຄວາມປອດໄພ ສຳລັບຜູ້ໂດຍ
ສານ, ລວມທັງຕິດຕັ້ງເຄື່ອງ X-Ray ທີ່ຄຸນນະພາບສູງ ແລະ ເຄື່ອງກວດ ອັລຕຣາຊາວ
ສຳລັບອຸປະກອນຕ່າງໆທີ່ຄົນຢາກນຳຂຶ້ນຖ້ຽວບິນຂອງພວກເຂົາເຈົ້າ.

ຖະແຫຼງການຂອງສາຍການບິນ Royal Jordanian ໄດ້ກ່າວ ໃນວັນອາທິດວານນີ້ວ່າ
ຕອນນີ້ ທາງສາຍການບິນໄດ້ບັນລຸຄວາມຮຽກຮ້ອງຕ້ອງການ ແລະ ການຫ້າມແມ່ນໄດ້
ຖືກຍົກເລີກແລ້ວ ສຳລັບຖ້ຽວບິນຂອງພວກເຂົາເຈົ້າຈາກນະຄອນຫຼວງ Amman.

ສາຍການບິນ ຄູເຫວດ ໄດ້ກ່າວວ່າ ພວກຜູ້ໂດຍສາຍຂອງເຂົາເຈົ້າສາມາດນຳເອົາ
ເຄື່ອງອີເລັກໂທຣນິກ ຂຶ້ນໄປໃນຫ້ອງຜູ້ໂດຍສານຈາກສະໜາມບິນສາກົນ ຄູເຫວດໄດ້.

ໃນສັບປະດາທີ່ຜ່ານມາ, ສາຍການບິນ ກາຕ້າ ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ໂດຮາ,
ສາຍການບິນ Etihad ໃນນະຄອນຫຼວງ ອາບູດາບີ, ສາຍການບິນ Emirates ຈາກນະ
ຄອນ ດູໄບ ແລະ Turkish Airlines ຈາກນະຄອນຫຼວງ ອິນຕານບູລ ກໍໄດ້ກ່າວວ່າ
ພວກເຂົາ ເຈົ້າໄດ້ບັນລຸຄວາມຮຽກຮ້ອງຕ້ອງການໃໝ່ແລ້ວ.

ການຫ້າມຍັງຄົງຖືກໃຊ້ກັບສາຍການບິນໂດຍກົງສູ່ ສະຫະລັດ ຈາກສະໜາມບິນໃນ
ອີຈິບ, ຊາອຸດີ ອາເຣເບຍ ແລະ ໂມຣັອກໂຄ ຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG