ສະມາຊິກພັກພັກຣີພັບບລິກັນໃນສະພາສູງ ໄດ້ສົນທະນາກັນຢ່າງເປີດເຜີຍກ່ຽວກັບ
ການໄລ່ທ່ານ Roy Moore ທີ່ສະໝັກເລືອກຕັ້ງ ເປັນສະມາຊິກສະພາສູງຂອງລັດ
Alabama ນັ້ນອອກຈາກຕໍາແໜ່ງ ຖ້າຫາກທ່ານຊະນະການເລືອກຕັ້ງພິເສດ ທີ່ຈະມີ
ຂຶ້ນ ໃນເດືອນໜ້ານີ້ ພາຍຫລັງທີ່ມີແມ່ຍິງຄົນນຶ່ງກ່າວຫາຜູ້ທີ່ມີຄວາມຫວັງວ່າຈະໄດ້
ເປັນສະມາຊິກສະພາສູງຂອງພັກຣີພັບບລິກັນທ່ານນີ້ວ່າ ທ່ານໄດ້ທໍາການລວນລາມ
ທາງເພດລາວຕອນທີ່ລາວມີອາຍຸໄດ້ 16 ປີ.
ນາງ Beverly Young Nelson ຮ້ອງໃຫ້ຢູ່ໃນກອງປະຊຸມຖະແຫລງຂ່າວຢູ່ເມືອງ
New York ໃນຂະນະທີ່ນາງໄດ້ກ່າວຫາ ທ່ານ Moore ວ່າໄດ້ລວນລາມລາວຢູ່ໃນ
ລົດຂອງທ່ານໃນຊຸມປີ 1970 ຕອນທີ່ນາງເປັນນັກຮຽນ ແລະເຮັດວຽກຢູ່ໃນຮ້ານອາ
ຫານແຫ່ງນຶ່ງທີ່ທ່ານທ່ານມັກໄປກິນ ຢູ່ໃນເມືອງ Gadsden ລັດ Alabama ນັ້ນ.
ນາງກ່າວຫາວ່າ ທ່ານ Moore ໄດ້ລູບຄຳຕົວຂອງລາວ ແລະຈັບນົມລາວ ແລະກໍຂົ່ມ
ຫົວຂອງລາວລົງໃສ່ຫວ່າງຂາຂອງທ່ານ.
ໃນບົດຄວາມທີ່ຂຽນຢູ່ໃນໜັງສືພິມ Washington Post ທີ່ພິມອອກໃນອາທິດແລ້ວນີ້
ຜູ້ຍິງອີກ 4 ຄົນໄດ້ກ່າວຫາທ່ານ Moore ວ່າໄດ້ກະທໍາບໍ່ດີທາງເພດກັບພວກເຂົາເຈົ້າ
ຕອນທີ່ເຂົາເຈົ້າເປັນໄວລຸ້ນຢູ່ນັ້ນ.
ທ່ານ Moore ໄດ້ປະຕິເສດການກ່າວຫາດັ່ງກ່າວ ໂດຍຖືວ່າມັນ "ເປັນການຊອກຈັບ
ຜິດ" ແລະໃຫ້ຄໍາໝັ້ນສັນຍາວ່າ ຈະ "ດໍາເນີນທາງເລືອກໃນດ້ານກົດໝາຍທຸກຢ່າງ
ເພື່ອຕ້ານກັບການກ່າວອ້າງທີ່ບໍ່ມີມູນຄວາມຈິງເຫລົ່ານີ້."
ໂດຍມີຄວາມຕົກໃຈຕໍ່ການທີ່ຈະມີຄົນທີ່ອາດເປັນຜູ້ລວນລາມທາງເພດມາເຮັດວຽກ
ຢູ່ໃນສະພາສູງນັ້ນ ປະທານຄະນະກໍາມະການດ້ານສະພາສູງຂອງພັກຣີພັບບລິກັນ,
ທ່ານ Cory Gardner ຈາກລັດ Colorado ໄດ້ເຮັດຖະແຫລງການສະບັບນຶ່ງອອກມາ
ໂດຍເອີ້ນທ່ານ Moore ວ່າເປັນຄົນ "ບໍ່ເໝາະສົມ ທີ່ຈະມາເຮັດວຽກຢູ່ໃນສະພາສູງຂອງ ສະຫະລັດ."
ທ່ານ Gardner ກ່າວ່າ "ຖ້າຫາກທ່ານ Moore ບໍ່ຍອມອອກຈາກການແຂ່ງຂັນ ແລະ
ຊະນະການເລືອກຕັ້ງສະພາສູງຄວນລົງຄະແນນສຽງເພື່ອຂັບໄລ່ທ່ານ Moore ອອກ
ເພາະວ່າທ່ານ Moore ບໍ່ມີເງື່ອນໄຂຄົບຖ້ວນຕາມຂໍ້ກໍານົດທາງດ້ານຈັນຍາບັນ ແລະ
ສິນລະທໍາຂອງສະພາສູງຂອງ ສະຫະລັດ."
ພວກສັງກັດພັກຣີພັບບລິກັນຫລາຍຄົນ ໄດ້ສະແດງຄວາມຫວັງວ່າ ບໍ່ຕ້ອງໄດ້ມີການ
ຂັບໄລ່ທ່ານ Moore ອອກ.
ທ່ານ Mitch McConnell ຜູ້ນໍາພັກທີ່ມີສຽງສ່ວນຫລາຍເວົ້າວ່າ "ຂ້າພະເຈົ້າຄິດວ່າ
ທ່ານ Moore ຄວນອອກຈາກການສະໝັກແຂ່ງຂັນ ເພື່ອຫລີກທາງໃຫ້ຄົນອື່ນ,"
ໃນຂະນະທີ່ທ່ານຢູ່ໃນລັດ Kentucky ທີ່ເປັນລັດ ຂອງທ່ານນັ້ນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ