ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫ້າທິມ ແຂ່ງຂັນ ເຕະບານໂລກ ກຳລັງ​ຍາດເອົາ ສອງ​ບ່ອນ ເພື່ອເຂົ້າໄປຫຼຼິ້ນ ໃນຮອບ 2 (ສະໄລດ໌)


ຫ້າ​ທິມກຳລັງ​ແຂ່ງຂັນ​ກັນ​ເພື່ອຍາດເອົາສອງ​ບ່ອນທີ່ຍັງບໍ່
ທັນມີການຕັດສິນຊີ້ຂາດເທື່ອ ໃນ​ການແຂ່ງຂັນ​ເຕະບານ
ໂລກ ຮອບ 16 ​ທີມ ໃນ​ຂະນະ​ທີ່​ສອງ​ກຸ່ມມ້ວນ ທ້າຍ​ການ​
ແຂ່ງຂັນຂອງ​ເຂົາ​ເຈົ້າ ທີ່ບຣາຊິ​ລ ​ໃນ​ວັນ​ອັງຄານ​ມື້​ນີ້.

ຢູ່​ໃນ​ກຸ່ມ​ C ​ໂຄ​ລອມເບຍ ຊຶ່ງໄດ້ເຂົ້າຮອບ 16 ທີມໄປແລ້ວ
ນັ້ນ ຈະສູ້ກັບຍີ່​ປຸ່ນ ໃນ​ຂະນະ​ທີ່ ​ໄອວໍ​ຣີ​ໂຄສຈະໄດ້​ເຂົ້າໄປ
"ຫຼິ້ນໃນຮອບດັ່ງກ່າວຖ້າຫາກຊະນະກຣິສ.

ທັງ​ກຣິສ ​ແລະຍີ່ປຸ່ນ ຕ່າງກໍຕ້ອງ​ການໄຊຊະນະ​ເພື່ອຈະ​ມີ
​ໂອກາດໄດ້ເຂົ້າໄປຫຼິ້ນ ໃນຮອບ 16 ທີມ.

ໃນ​ກຸ່ມ D ອູຣຸ​ໄກວ ຕ້ອງ​ຊະນະອີ​ຕາ​ລີ ຈຶ່ງຈະໄດ້ເຂົ້າໄປຫລິ້ນ ໃນຮອບຕໍ່ໄປ ​ໃນ​ຂະນະ​ທີ່
ອີ​ຕາ​ລີ ຕ້ອງການ​ແຕ່​ພຽງສະເໝີກັນເທົ່ານັ້ນ ​ກໍຈະໄດ້ເປັນທີນຶ່ງໃນ ສາຍແລ້ວ.

ຄອັສຕາ​ຣິກາ ​ໄດ້​ຮັບ​ຄະ​ແນນ​ພຽງພໍ ທີ່​ຈະ​ກ້າວເຂົ້າໄປຫລິ້ນໃນຮອບຕໍ່ໄປ ​ແລະຈະສູ້ກັບ
ທິມອັງກິດ ​ທີ່​ຍັງບໍ່ທັນໄດ້ຊະນະຈັກເທື່ອ.

ບຣາຊິ​ລ ເມັ​ກຊິ​ໂກ ຊີເລ ​ແລະ​ເນ​ເທິ​ແລນ ຕ່າງກໍໄດ້ຮັບການຄ້ຳປະກັນວ່າຈະ ໄດ້ເຂົ້າໄປ
ຫລິ້ນໃນຮອບ 16 ທີມ ຫລັງຈາກໄດ້ຊະນະ​ໃນ​ວັນ​ຈັນວານນີ້.

ບຣາຊິ​ລ ​ໄດ້​ຊະນະ​ກາ​ເມຣຸນ ຢູ່​ທີ່​ນະຄອນ​ຫລວງ Brasilia 4 ປະຕູຕໍ່ 1 ​ໂດຍ ເປັນທີນຶ່ງ
ໃນ​ກຸ່ມ A ຊຶ່ງໄດ້ທັງໝົດ​ເຈັດ​ຄະ​ແນນ. ​ເມັກ​ຊິ​ໂກ ກໍ​ໄດ້​ເຈັດ​ຄະ​ແນນ​ເຊັ່ນດຽວ​ກັນ ຫລັງ
ຈາກໄດ້ຊະນະໂຄຣ​ເອ​ເຊຍ 3 ປະຕູຕໍ່ 1 ທີ່ Recife ​ແຕ່​ວ່າບຣາຊິ​ລ ​ສາມາດເຕະ​ເຂົ້າ
​ປະຕູ​ໄດ້ຫລາຍກວ່າ.

ຢູ່​ໃນ​ກຸ່ມ B ​ເນ​ເທິ​ແລນ ​ໄດ້​ຊະນະ ຊີ​ເລ່ 2 ປະຕູຕໍ່ 0 ຢູ່ທີ່ນະຄອນ Sao Paulo. ທັງ​ສອງ​
ຕ່າງມີສິດເຂົ້າໄປຫລິ້ນໃນຮອບທີສອງ.

ສະ ​ເປ​ນ ຜູ້​ປ້ອງ​ກັນ​ແຊ​ມ ໄດ້ປິດທ້າຍການແຂ່ງຂັນ ໂດຍຊະນະອອສ​ເຕຣ​ເລຍ 3 ປະຕູ ຕໍ່ 0 ໃນ​ວັນ​ຈັນ​ວານ​ນີ້​ທີ່ເມືອງ Curitiba ​ແຕ່​ວ່າ​ທັງ​ສອງ​ທີມກຳລັງ​ມຸ້ງ​ໜ້າ​ກັບ​ບ້ານ.

ໃນ​ຮອບ​ຕໍ່​ໄປ ບຣາຊິ​ລຈະ​ປະ​ເຊີນ​ໜ້າ​ກັບຊີ​ເລ່ ​ແລະ​ເນ​ເທິ​ແລນ ຈະ​ຫລີ້ນ​ກັບ ເມັກ​ຊິໂກ.

Click here to check out our special World Cup site
XS
SM
MD
LG