ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຮອບທີ 1 ຈາກ 3: ທ່ານ ທຣຳ ກັບ ທ່ານ ໄບເດັນ ຈະປະເຊີນໜ້າກັນ ໃນການໂຕ້ວາທີ ຄືນວັນອັງຄານນີ້


ການກະກຽມສຳລັບການໂຕ້ວາທີປະທານາທິບໍດີ ຮອບທຳອິດ ໃນນະຄອນ ຄລີບແລນ, ລັດ ໂອໄຮໂອ.
ການກະກຽມສຳລັບການໂຕ້ວາທີປະທານາທິບໍດີ ຮອບທຳອິດ ໃນນະຄອນ ຄລີບແລນ, ລັດ ໂອໄຮໂອ.

ປະທານາທິບໍດີຈາກພັກຣີພັບບລິກັນ, ທ່ານດໍໂນລ ທຣໍາ ແລະຄູ່ແຂ່ງຂອງທ່ານທີ່ມາຈາກພັກເດໂມແຄຣັດ, ອະດີດຮອງປະທານາທິບໍດີໂຈ ໄບເດັນ, ຈະມີການໂຕ້ວາທີກັນໃນຄືນວັນອັງຄານມື້ນີ້, ຊຶ່ງເປັນເວລາ 5 ອາທິດກ່ອນຈະມີການເລືອກຕັ້ງໃນວັນທີ 3 ພະຈິກ, ຊຶ່ງເປັນການປະເຊີນກັນແບບໜ້າຕໍ່ໜ້າຄັ້ງທຳອິດໃນສາມຄັ້ງ ທີ່ມີແຜນຈະຈັດຂຶ້ນໃນເດືອນໜ້ານີ້.

ງານລະດັບສູງຢູ່ເມືອງຄລີບແລນ (Cleveland), ລັດໂອຮາຍໂອ, ໃນເຂດພາກຕາເວັນຕົກຕອນກາງຂອງປະເທດນັ້ນ ແມ່ນມີຂຶ້ນໃນຂະນະທີ່ທ່ານ ໄບເດັນ ໄດ້ຮັກສາຄະນແນນປະມານ 7 ເປີເຊັນ ລື່ນທ່ານທຣໍາໄດ້ຫລາຍອາທິດແລ້ວ ຢູ່ໃນການສຳຫຼວດແຫ່ງຊາດ, ເຊິ່ງເປັນການຂົ່ມຂູ່ວ່າຈະເຮັດໃຫ້ທ່ານ ທຣໍາ ເປັນປະ ທານາທິບໍດີສະຫະລັດຄົນທີສາມໃນສີ່ທົດສະວັດຜ່ານມາ ທີ່ຈະສູນເສຍການເລືອກຕັ້ງຄືນໃໝ່ເພື່ອເຂົ້າດໍາລົງຕໍາແໜ່ງອີກສີ່ປີເປັນສະໄໝທີສອງຢູ່ໃນທຳນຽບຂາວ.

ເຖິງຢ່າງໃດກໍ່ຕາມ, ການແຂ່ງຂັນແມ່ນມີຄະແນນສູສີກັນຫລາຍຢູ່ໃນຫລາຍລັດທີ່ມີການສູ້ຢັນກັນທີ່ສຳຄັນ, ເຊິ່ງເພີ້ມຄວາມເປັນໄປໄດ້ວ່າ ທ່ານທຣໍາ ອາດຈະສູນເສຍຄະແນນສຽງນິຍົມອີກຄັ້ງນຶ່ງ-ດັ່ງທີ່ທ່ານເຄີຍເສຍໃຫ້ທ່ານນາງ ຮີວລາຣີ ຄລິນຕັນ ສັງກັດພັກເດໂມແຄຣັດ ໃນປີ 2016 ນັ້ນ ແລະຍັງໄດ້ຮັບຄະແນນສຽງຈາກຜູ້ເທນການເລືອກຕັ້ງໃນລັດທີ່ສຳຄັນທັງໝົດຫລາຍກວ່າອີກເພື່ອໃຫ້ຄວ້າເອົາໄຊຊະນະໄດ້.

ມີການຄາດຄະເນວ່າຊາວ ອາເມຣິກາ 100 ລ້ານຄົນຈະເບິ່ງຜູ້ແຂ່ງຂັນເປັນປະ ທານາທິບໍດີທັງ ສອງທ່ານໂຕ້ວາທີກັນເປັນເວລາ 90 ນາທີ ໃນເຫດການທີ່ຖ່າຍທອດສົດທາງໂທລະພາບ ແລະຖ່າຍທອດສົດທາງອອນລາຍ, ໂດຍຈະປະເຊີນ​ກັບຄຳຖາມຈາກນັກຂ່າວໂທລະພາບ Fox News, ທ່ານ ຄຣິສ ວໍເລສ (Chris Wallace), ໃນຂະນະທີ່ປະຊາຊົນປະມານ 100 ຄົນຈະໄປເບິ່ງການໂຕ້ວາທີນັ້ນດ້ວຍຕົວເອງ. ຜ່ານມາຜູ້ສະຫມັກທັງສອງຄົນນີ້ ຍັງບໍ່ໄດ້ປາກົດໂຕພ້ອມກັນຈັກເທື່ອ ຈົນຮອດດຽວນີ້ຈຶ່ງຈະພໍ້ກັນ.

ທ່ານວໍເລສ (Wallace) ກ່າວວ່າ ທ່ານຈະຕັ້ງຄຳຖາມກ່ຽວກັບ 6 ຫົວຂໍ້ ໃນເວລາ 15 ນາທີ ຄືປະ ຫວັດຂອງຜູ້ສະໝັກ; ການລະບາດຂອງໄວຣັສໂຄໂຣນາທີ່ເຮັດໃຫ້ມີຜູ້ເສຍຊີວິດ 204,000 ຄົນໃນໃນສະຫະລັດຊຶ່ງເປັນປະເທດນໍາໜ້າໂລກຢູ່ນີ້; ການແຕ່ງຕັ້ງຂອງທ່ານ ທຣໍາ ເອົາບຸກຄົນທີ່ມີຫົວອະ ນຸລັກນິຍົມ, ທ່ານນາງ ເອມມີ ຄອນນີ ບາເຣດ (Amy Coney Barrett) ໃຫ້ໄປກໍາຕໍາແໜ່ງໃນສານສູງສຸດ; ເສດຖະກິດຂອງສະຫະລັດທີ່ຖືກກະທົບໂດຍການລະບາດຢ່າງໜັກຂອງພະຍາດ; ຄວາມປອດໄພຂອງການເລືອກຕັ້ງ; ແລະເລື້ອງ "ເຊື້ອຊາດ ແລະຄວາມຮຸນແຮງ" ໃນຕົວເມືອງຕ່າງໆຂອງສະຫະລັດ.

ຫົວຂໍ້ນຶ່ງທີ່ຫາກໍ່ອອກມາຫລ້າສຸດ ກໍ່ຍັງແນ່ໃຈວ່າຈະເປັນຈຸດເພັ່ງເລັງຂອງການໂຕ້ວາທີນີ້ລາຍງານ ຂອງໜັງສືພິມ New York Times ອອກມາໃນວັນອາທິດຜ່ານມາວ່າ ທ່ານ ທຣໍາ, ເສດຖີເງິນຕື້ໄດ້ຈ່າຍພາສີລາຍໄດ້ ໃຫ້ລັດຖະບານກາງ ພຽງແຕ່ 750 ໂດລາໃນປີ 2016 ເຊິ່ງເປັນປີທີ່ທ່ານລົງສະ ໝັກເອົາຕຳແໜ່ງປະທານາທິບໍດີ ແລະໃນປີ 2017 ເຊິ່ງເປັນປີທຳອິດຂອງທ່ານໃນການດໍາລົງຕໍາແໜ່ງນັ້ນ. ບົດລາຍງານໄດ້ຢ່າງລະອຽດກ່ຽວກັບວິທີທີ່ທ່ານ ທຣໍາ, ເຊິ່ງເປັນຜູ້ມັກຈະເວົ້າໂອ້ອວດວ່າມີຄວາມເກັ່ງໃນການເຮັດທຸລະກິດຂອງທ່ານ, ຂຽນວ່າຕົນຂາດທຶນຫຼາຍຮ້ອຍລ້ານໂດລາໃນການເຮັດທຸລະກິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG