ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ອີຣ່ານ ປະກາດທີ່ຈະຕອບໂຕ້ຢ່າງແຮງ ຖ້າຫາກການເກືອດຫ້າມ ການຂາຍອາວຸດ ຍັງຖືກແກ່ຍາວ


ປະທານາທິບໍດີອີຣ່ານ ທ່ານຮາບບານ ຣູຮານີ
ປະທານາທິບໍດີອີຣ່ານ ທ່ານຮາບບານ ຣູຮານີ

ປະທານາທິບໍດີອີຣ່ານ ທ່ານຮາສຊານ ຣູຮານີ ໄດ້ຂົ່ມຂູ່ທີ່ຈະ “ຕອບໂຕ້ຢ່າງແຮງ” ຖ້າຫາກສະຫະລັດ ຍັງສືບຕໍ່ດຳເນີນຄວາມພະຍາຍາມເພື່ອໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດຍັງແກ່ຍາວການເກືອດຫ້າມບໍ່ໃຫ້ຂາຍອາວຸດແກ່ເຕຫະຣ່ານ ທີ່ກຳນົດຈະໝົດອາຍຸລົງໃນທ້າຍປີນີ້.

ຂໍ້ຕົກລົງທາງດ້ານນິວເຄລຍທີ່ສຳຄັນສະບັບປີ 2015 ລະຫວ່າງອີຣ່ານແລະຫົກປະເທດ ມະຫາອຳນາດຂອງໂລກ ບັງຄັບໃຫ້ອີຣ່ານຫຼຸດຜ່ອນໂຄງການນິວ ເຄລຍຂອງຕົນເພື່ອເປັນການແລກປ່ຽນ ກັບການຍົກເລີກການລົງໂທດຂອງ ສາກົນ ພ້ອມທັງການຫ້າມ
ຂາຍອາວຸດຂອງສະຫະປະຊາຊາດ ທີ່ຈະໝົດອາຍຸ ລົງ ໃນເດືອນຕຸລາຈະມາເຖິງນີ້.

ແຕ່ວ່າປະທານາທິບໍດີດໍໂນລ ທຣໍາ ໃນປີ 2018 ໄດ້ຖອນສະຫະລັດອອກຈາກ ຂໍ້ຕົກລົງທີ່ໄດ້ເຊັນກັນ ພາຍໃຕ້ປະທານາທິບໍດີຄົນກ່ອນ ທ່ານບາຣັກ ໂອບາມາ ໂດຍຮ້ອງວ່າ ເປັນຂໍ້ຕົກລົງທີ່ຂີ້ຮ້າຍ ແລະເລີ້ມທຳການລົງໂທດຢ່າງໜັກຄືນອີກ ທີ່ເຮັດໃຫ້ເສດຖະກິດຂອງອີຣ່ານເປັນອຳມະພາດ.

ເວລານີ້ ວໍຊິງຕັນກ່າວວ່າ ຕົນຍັງຕ້ອງການຢາກໃຫ້ຕໍ່ອາຍຸການຫ້າມຂາຍອາວຸດ ໃຫ້ເຕຫະຣ່ານອອກໄປຕື່ມອີກ.

ໃນເດືອນເມສາທີ່ຜ່ານມາ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມ ພຽວ ໄດ້ປະກາດທີ່ຈະໃຊ້ທຸກວິທີທາງທີ່ມີຢູ່ເພື່ອຕໍ່ການເກືອດຫ້າມອອກໄປກາຍ ເດືອນຕຸລາ ແລະກ່າວວ່າ ທ່ານໄດ້ມີ “ຄວາມຫວັງ”

ທີ່ສະພາຄວາມໝັ້ນຄົງສະ ຫະປະຊາຊາດ ຈະຕໍ່ອາຍຸການເກືອດຫ້າມດັ່ງກ່າວອອກໄປ
ອີກ ກ່ອນທີ່ມັນຈະ ໝົດອາຍຸ. ເຖິງຢ່າງໃດກໍດີິ ບັນດາສະມາຊິກສະພາຄວາມໝັ້ນຄົງ
ເຊັ່ນ ຈີນ ແລະຣັດເຊຍ ຊຶ່ງຫວັງວ່າຈະໄດ້ຮັບສັນຍາທີ່ສຳຄັນ ໃນການຊື້ອາວຸດໃໝ່ກັບ
ອີຣ່ານ ພ້ອມໆກັນ ກັບຝຣັ່ງ ເຢຍຣະມັນ ແລະອັງກິດ ທີ່ຍັງເປັນສ່ວນນຶ່ງ ຂອງຂໍ້ຕົກລົງ
ສະບັບປີ 2015 ນັ້ນ ແນ່ນອນ ຈະບໍ່ເຫັນພ້ອມກັ ບການຕໍ່ອາຍຸ ໃນການເກືອດຫ້າມ
ດັ່ງ ກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG