ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ທ່ານ Kerry ຮຽກຮ້ອງໃຫ້ ອີຣ່ານຕັດສິນໃຈ ກ່ຽວກັບ ເລື້ອງນີວເຄລຍ ນັ້ນເສຍ


ທ່ານ John Kerry ກ່າວກ່ຽວກັບ ການເຈລະຈາເລື້ອງ ໂຄງການນີວເຄລຍຂອງອີຣ່ານ ທີ່ເມືອງ Lausanne, Switzerland ວັນທີ 21 ມີນາ 2015.

ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຂອງ​ສະຫະລັດ​ແລະ​ສະ
ຫະພາບ​ຢູ​ໂຣບ ທີ່​ກຳລັງ​ພະຍາຍາມ​ດຳ​ເນີນ​ງານ​ເພື່ອ​ໃຫ້​ບັນລຸ
​ຂໍ້​ຕົກລົງ​ນີວ​ເຄລຍກັບ​ອີຣ່ານ ກ່າວ​ວ່າ ພວກ​ຕົນ​ກຳລັງ​ຢູ່​ໃນ​ຂັ້ນ​
ທີ່​ສຳຄັນ​ທີ່​ສຸດ​ໃນ​ການເຈລະຈາ ​ແລະເວລາ​ນີ້ ໄດ້​ທຳ​ຄວາມ​
ຄືບ​ໜ້າ​ຫຼາ​ຍ​ສົມຄວນ.

ພວກ​ລັດຖະມົນຕີ​ຕ່າງປະ​ເທດ​ຈາກ​ອັງກິດ ຝຣັ່ງ ​ແລະ​ເຢຍຣະມັນ
​ກັບທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະ​ລັດ ​ໄດ້​ພົບ
​ປະກັນ​ທີ່​ລອນ​ດອນ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ລະຫວ່າງ​ການ​ຢຸດ​ພັກ​
ຊົ່ວຄາວ​ໃນ​ການ​ເຈລະຈາ​ກັນ. ພວກທ່ານ​ກ່າວ​ວ່າ ເຖິງ​ແມ່ນໄດ້​
ບັນລຸ​ຄວາມ​ຄືບ​ໜ້າຫຼາຍສົມຄວນ​ໃນ​ດ້ານສຳຄັນໆ ​ແຕ່​ກໍ​ຍັງ​ມີເລື້ອ​ງ
ສຳຄັນ​ອື່ນໆ​ອີກ​ຢູ່ ທີ່​ຍັງ​ບໍ່​ສາມາດ​ຕົກລົງ​ກັນ​ໄດ້.

ພວກ​ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ອີຣ່ານ ​ເຮັດ​ໃນ​ອັນທີ່​ພວກທ່ານເອີ້ນວ່າ ການ​ຕັດສິນ​ໃຈ​ທີ່​ຫຍຸ້ງ
ຍາກ ​ແລະ​ເວົ້າ​ວ່າ ພວກທ່ານ​ບໍ່​ສາມາດຈະ​ລົງ​ນາມໃນ​ຂໍ້​ຕົກລົງ ທີ່​ “ບໍ່ຄົບ​ຖ້ວນ​ຮອບດ້ານ ບໍ່ຍືນຍົງ​ ແລະ​ພິສູດ​ບໍ່ໄດ້.”

ກ່ອນ​ການເຈລະຈາ​ກັນ​ນັ້ນ ທ່ານ Kerry ກ່າວ​ວ່າ “ການ​ຕັດສິນ​ໃຈ​ຂັ້ນ ພື້ນຖານທີ່​ສຳຄັນ
ຈະ​ຕ້ອງ​ໄດ້​ມີ​ຂຶ້ນ​ໃນເວລານີ້”
​ແລະທ່ານ​ກ່າວ​ຕໍ່​ໄປ​ວ່າການ​ຕັດສິນ​ໃຈ​ເຫຼົ່າ​ນັ້ນ ຈະ​ບໍ່​ງ່າຍຂຶ້ນ ​
ໃນ​ຂະນະ​ທີ່​ເວລາ​ຜ່ານໄປ.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກ່າວ​ຢູ່​ໃນ​ການ​ໃຫ້​ສຳພາດ ​ທີ່​ພິມ​ລົງ​ໃນ​ໜັງສືພິມ
Huffington Post ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ບັນຫາ​ກໍ​ແມ່ນ​ວ່າ ອີຣ່ານກຽມ​ພ້ອມຫຼືຍັງ​ທີ່​ຈະ
​ສະ​ແດໃຫ້​ໂລກ​ເຫັນ​ວ່າ ຕົນ​ບໍ່​ໄດ້​ພັດທະນາອາວຸດ​ນີວ​ເຄລຍ.

ການເຈລະຈາ​ກັນ ​ກຳນົດ​ຈະດຳ​ເນີນ​ຕໍ່​ໄປໃນ​ສັບປະດາ​ໜ້າ ​ທີ່​ເມືອງ Lausanne ສະ​ວິດ​ເຊີ​ແລນ ​ໂດຍ​ຈະ​ມີ​ນັກ​ການ​ທູດ​ຈາກ​ຈີນ ​ແລະຣັດ​ເຊຍ​ ເຂົ້າ​ຮ່ວມ​ນຳ​ ຊຶ່ງ​ສອງ​ປະ​ເທດ​ນີ້ ​ເປັນ​ອີກ​ສອງ​ສະມາຊິກ​ຂອງ​ກຸ່ມ ​ທີ່​ເອີ້ນ​ວ່າ P5 ບວກ​ 1 ທີ່​ທຳການ​ເຈລະຈາ​ເລື້ອງ​ນິວ​ເຄລຍ​ກັບ​ອີຣ່ານ.

Obama Wants to Reset US Relations With Iran
please wait

No media source currently available

0:00 0:02:49 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG