ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Rouhani ວ່າ ຈົ່ງປະຕິບັດຕໍ່ອີຣ່ານ ດ້ວຍຄວາມເຄົາລົບ ແທນທີ່ຈະແມ່ນ ດ້ວຍການຂົ່ມຂູ່ ແລະລົງໂທດ


ປະທານາທິບໍດີອີຣ່ານ ທ່ານ Hassan Rouhani
ປະທານາທິບໍດີອີຣ່ານ ທ່ານ Hassan Rouhani

ປະທານາທິບໍດີອີຣ່ານ ທ່ານ Hassan Rouhani ໄດ້ກ່າວເຖິງ
ຄວາມເປັນໄປໄດ້ທີ່ອາດຈະມີການຕົກລົງກັນໃນການເຈລະຈາ
ຂອງອີຣ່ານ ກັບບັນດາປະເທດ ມະຫາອຳນາດ ຂອງໂລກກ່ຽວ
ກັບຄວາມສາມາດ ໃນເລື້ອງນິວເຄລຍຂອງອີຣ່ານ. ໃນຂະນະ
ທີ່ຮັບຮູ້ວ່າຍັງມີຄວາມເຫັນແຕກຕ່າງກັນຢູ່ນັ້ນ ທ່ານ Rouhani
ກໍເວົ້າວ່າ ບໍ່ມີສິ່ງໃດທີ່ບໍ່ສາມາດແກ້ໄຂໄດ້.

ອົງການຂ່າວ IRNA ຂອງທາງການອີຣ່ານ ໄດ້ອ້າງຄຳເວົ້າຂອງ
ທ່ານ Rouhani ທີ່ກ່າວວ່າ “ການມີຄວາມເຫັນຮ່ວມກັນໄດ້ມີຂຶ້ນ
ຢູ່ໃນບາງຂົງເຂດ ທີ່ມີຄວາມເຫັນແຕກຕ່າງກັນ ມາກ່ອນ” ນຶ່ງມື້
ຫລັງຈາກການເຈລະຈາໃນດ້ານນິວເຄລຍລະຫວ່າງອີຣ່ານແລະ ບັນດາປະເທດມະຫາອຳນາດຂອງໂລກ ຮວມທັງສະຫະລັດໄດ້ຢຸດລົງຢ່າງກະທັນຫັນເພື່ອ ອຳນວຍໃຫ້ຄະນະຜູ້ແທນຂອງອີຣ່ານ ໄດ້ກັບຄືນບ້ານລຸນຫລັງທີ່ມານດາຂອງປະທານາທິ ບໍດີໄດ້ເສຍຊີວິດ.

ກ່ອນໜ້ານັ້ນ ໃນວັນເສົາມື້ນີ້ ທ່ານ Rouhani ກໍກ່າວຢູ່ໃນຄຳປາໄສ ທາງໂທລະພາບ ທີ່ມີ ການບັນທຶກພາບໄວ້ລ່ວງໜ້າເນື່ອງໃນໂອກາດວັນ Nowruz ຫຼືວັນຂຶ້ນປີໃໝ່ຂອງຊາວເປີ ເຊຍວ່າ ມະຫາອຳນາດຕ່າງປະເທດ ໄດ້ຮຽນຮູ້ວ່າ ຊ່ອງທາງທີ່ດີທີ່ສຸດເພື່ອຮັບມືກັບອີຣ່ານ ກໍຄື ດຳເນີນການດ້ວຍ “ຄວາມເຄົາລົບ” ແທນທີ່ຈະແມ່ນ “ດ້ວຍການຂົ່ມຂູ່ ແລະການລົງ ໂທດ.”

ທ່ານ Rouhani ເວົ້າວ່າ “ບັນດາປະເທດຕ່າງໆແລະມະຫາອຳນາດໃຫຍ່ຂອງໂລກສຳນຶກ ໄດ້ວ່າ ການຂົ່ມຂູ່ ແລະການລົງໂທດ ແມ່ນບໍ່ໄດ້ຜົນ ແລະວິທີການທີ່ຖືກຕ້ອງ ກໍຄືການສະ ແດງອອກຊຶ່ງຄວາມເຂົ້າໃຈ ການຍອມຮັບຮ່ວມກັນແລະການສະແດງຄວາມເຄົາລົບຕໍ່ປະ ເທດອີຣ່ານ. ພວກເຮົາໄດ້ສ້າງຄວາມໝັ້ນຄົງ ໃຫ້ແກ່ສິດທິໃນດ້ານນິວເຄລຍຂອງປະເທດ
ນີ້. ພວກເຮົາໄດ້ທັບມ້າງ ອົງການລົງໂທດຕ່າງໆ ແລະປະເທດນີ້ ຈະປະສົບກັບຄວາມສຳ
ເລັດ ໃນການບັນລຸເປົ້າໝາຍອັນສູງສົ່ງຂອງຕົນ.”

ພັກຝ່າຍຕ່າງໆໄດ້ພົບປະກັນທີ່ເມືອງ Lausanne ໃນປະເທດ Switzerland.

ລາຍງານຂ່າວທີ່ບໍ່ມີການຢືນຢັນແຈ້ງວ່າ ການເຈລະຈາຈະເລີ້ມຄືນອີກໃນມື້ວັນພຸດຈະມານີ້.

US Iran
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG