ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Rouhani ຕຽມສາບານຕົວ ເຂົ້າເປັນ ປະທານາທິບໍດີ ອີຣ່ານ


ທ່ານ Hassan Rouhani ປະທານາທິບໍດີຄົນໃໝ່ ຂອງອີຣ່ານ
ທ່ານ Hassan Rouhani ປະທານາທິບໍດີຄົນໃໝ່ ຂອງອີຣ່ານ
ປະທານາ​ທິບໍດີ ຄົນ​ໃໝ່​ຂອງ​ອິຣ່ານ ທ່ານ Hassan Rouhani ນັກບວດ​ມຸສລິ​ມທີ່ ນິ ຍົມ​ ແນວທາງ​ປານ​ກາງ ມີ​ກໍານົດ​ຈະ​ສາບານ​ຕົວ​ເຂົ້າຮັບ​ຕໍາ​ແໜ່​ງ ຕໍ່ໜ້າ​ສະພາ​ແຫ່ງ​ຊາດ​ໃນ​ວັນ​ອາທິດ​ມື້​ນີ້ ມື້​ນຶ່ງຫຼັງຈາກ​ທ່ານ​ໄດ້​ຖືກ​ຮັບຮອງ ​ແລະ​ຢັ້ງຢືນ ເພື່ອ​ໃຫ້​ເຂົ້າຮັບ​ໜ້າ​ທີ່​ໃໝ່​ຂອງ​ທ່ານ ​ໂດຍ​ຜູ້​ນໍາ​ສູງ​ສຸດ​ຂອງ​ອິ ຣ່ານ Ayatollah Ali Khamenei.

​ໃນ​ຕອນແລງ​ວັນເສົາ​ວາ​ນນີ້ ທ່ານ Rouhani ​ໄດ້​ພົບ​ປະ​ກັບ​ທ່ານ ກິມ ຢົງ​ ນາມ ນັກ​ການ​ເມືອງ​ເກົາຫຼີ​ເໜືອ ຊຶ່ງ​ເປັນ​ການ​ພົບ​ປະ​ເທື່ອ​ທໍາ​ອິດ​ຂອງ ປະທານາທິບໍດີ​ຄົນໃໝ່ ອິຣ່ານ ກັບ​ເຈົ້າໜ້າ​ທີ່​ຕ່າງປະ​ເທດ.

ສື່​ມວນ​ຊົນ​ອິຣ່ານລາຍ​ງານ​ວ່າ ປະທາ​ນາ​ທິບໍດີ Rouhani ​ໄດ້​ແຕ່ງ​ຕັ້ງ ​ໃຫ້ທ່ານ Mohammad Nahavandian ​ເປັນ​ຫົວໜ້າ​ທີ່​ປຶກສາ​ຂອງ​ທ່ານ. ທ່ານ Nahavandia ຈົບ​ປະຣິນຍາ​ເອກ​ດ້ານ​ເສດຖະກິດ​ຈາກ​ມະຫາວິທະ​ຍາ​ໄລ George Washington ​ທີ່​ຕັ້ງຢູ່​ໃນ​ນະຫຼວງຂອງ​ສະຫະລັດ.

ທ່ານ Rouhani ​ເປັນ​ປະທານາທິບໍດີ​ຄົນທີ​ເຈັດຂອງ​ອິຣ່ານ ທີ່​ໄດ້​ສືບ​ຕໍາ ​ແໜ່​ງ​ແທນ​ທ່ານ Mahmoud Ahmadinejad ​ໃນ​ຖານະ​ເປັນ​ເຈົ້າໜ້າ​ທີ່ ທີ່​ໄດ້​ຖືກ​ຮັບເລືອກ​ສູງ​ສຸດ​ຂອງ​ປະ​ເທດ.

ທ່ານ Rouhani ​ຊຶ່ງໄດ້​ຮັບ​ການ​ເຝິກອົບ​ລົມ​ເປັນ​ທະນາຍຄວາມ ນອກ​ເໜືອຈາກ​ການ​ສຶກສາ​ດ້ານ​ສາສະໜາ​ທີ່​ທ່ານ​ໄດ້​ເລີ່​ມຕົ້ນ​ ເວລາ​ເປັນ​ໄວ​ລຸ້ນນັ້ນ ເຄີຍດໍາລົງ​ຕໍາ​ແໜ່​ງ ອາວຸ​ໂສ​ທາງ​ການ​ເມືອງ​ຕ່າງໆໃນ​ອິຣ່ານມາ​ໄດ້ຫຼາຍສິບ​ປີ ​ໂຮມທັງ​ເປັນ​ຜູ້​ນໍາພາ​ຄະນະ​ເຈລະຈາ​ເລຶ່ອງນີວ​ເຄຼຍຂອງ​ປະ​ເທດ​ມາ​ໄດ້ 15 ປີກ​ວ່າ ຄື​ຈາກ​ປີ 1989 ຫາ ປີ 2005.
XS
SM
MD
LG