ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານຣູຮານີ ກ່າວວ່າ ສະຫະລັດ ຕ້ອງຍົກເລີກ ມາດຕະການລົງໂທດທັງໝົດ ກ່ອນຈະມີ ການເຈລະຈາ


ພາບປະກອບ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ (ຊ້າຍ) ແລະ ປະທານານາທິບໍດີ ອີຣ່ານ ທ່ານຮາຊານ ຣູຮານີ.
ພາບປະກອບ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ (ຊ້າຍ) ແລະ ປະທານານາທິບໍດີ ອີຣ່ານ ທ່ານຮາຊານ ຣູຮານີ.

ປະທານາທິບໍດີ ອີຣ່ານ ທ່ານຮາຊານ ຣູຮານີ ໄດ້ກ່າວວ່າ ຖ້າຫາກ ປະທານາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ ຕ້ອງການຢາກຈັດການເຈລະຈາ ທ່ານທຣຳ ຕ້ອງ “ເອົາ
ບາດກ້າວກ່ອນໝູ່” ແລະ ຍົກເລີກມາດຕະການລົງໂທດ ທັງໝົດ ທີ່ໄດ້ວາງອອກຕໍ່ອີຣ່ານ.

ທ່ານຣູຮານີ ໄດ້ກ່າວວ່າ ອີຣ່ານ ໄດ້ສະແດງເຈຕະນາຂອງຕົນຢ່າງຈະແຈ້ງ ແລ້ວວ່າ ຕົນ
ບໍ່ປາດຖະໜາທີ່ຈະສ້າງອາວຸດນິວເຄລຍ ແລະໄດ້ເອີ້ນ ມາດຕະການລົງໂທດນັ້ນວ່າ
“ຜິດກົດໝາຍ ບໍ່ມີເຫດຜົນ ແລະບໍ່ຍຸຕິທຳ.”

ທ່ານທຣຳ ໄດ້ກ່າວ ໃນວັນຈັນວານນີ້ວ່າ “ມີໂອກາດດີແທ້ໆ” ທີ່ທ່ານຈະພົບປະກັບທ່ານ
ຣູຮານີ ໃນສອງສາມສັບປະດາຈະມາເຖິງນີ້ ເພື່ອພະຍາຍາມ ເຈລະຈາຂໍ້ຕົກລົງໃໝ່ ເພື່ອ
ຈຳກັດໂຄງການນິວເຄລຍຂອງອີຣານ ໃນການ ສັບປ່ຽນຂໍ້ຕົກລົງສາກົນ ທີ່ທ່ານທຣຳ
ໄດ້ຖອນໂຕອອກ ເມື່ອປີກາຍນີ້.

ໃນຖະແຫລງການ ຢູ່ມື້ສຸດທ້າຍຂອງກອງປະຊຸມສຸດຍອດ G7 ຂອງບັນດາຜູ້ນຳລະດັບ
ສູງຂອງໂລກ ໃນຝຣັ່ງນັ້ນ ທ່ານທຣຳ ໄດ້ກ່າວວ່າ “ຂ້າພະເຈົ້າ ຄຶດວ່າ ອີຣ່ານ ຕ້ອງການ
ຢາກຈະພົບປະ.”

ຜູ້ນຳຂອງສະຫະລັດ ໄດ້ກ່າວວ່າ ມາດຕະການລົງໂທດດ້ານເສດຖະກິດ ທີ່ທ່ານໄດ້
ວາງຄືນໃໝ່ ຕໍ່ອີຣ່ານເມື່ອປີກາຍນີ້ “ແມ່ນສ້າງຄວາມເສຍຫາຍ ແກ່ພວກເຂົາເຈົ້າຢ່າງ
ແນ່ນອນ” ໃນຂະນະທີ່ ທ່ານທຣຳ ຫາທາງທີ່ຈະ ຈຳກັດການສົ່ງອອກນ້ຳມັນ ໄປຕ່າງ
ປະເທດຂອງອີຣ່ານ.

ແຕ່ທ່ານທຣຳ ໄດ້ມີເງື່ອນໄຂສະເໜີໄວ້​ລ່ວງ​ໜ້າວ່າ ການພົບປະໃດໆ ກໍ​ຕາມ ກັບທ່ານ
ຣູຮານີ ອີຣ່ານຈະບໍ່ສ້າງຄວາມເຄັ່ງຕຶງຢູ່ຕ່າງປະເທດ ຕື່ມອີກ ດ້ວຍ ການເຄື່ີອນໄຫວ
ທາງດ້ານທະຫານ ແລະການໂຈມຕີິຕ່າງໆ ເປັນຕົ້ນ. ທ່ານໄດ້ກ່າວວ່າ ຂໍ້ຕົກລົງໃໝ່
ຈະມີການຫ້າມບໍ່ໃຫ້ອີຣ່ານ ມີອາວຸດນິວເຄລຍ ແລະບໍ່ໃຫ້ທົດລອງລູກສອນໄຟຂີປະ
ນາວຸດ ແລະມີໄລຍະເວລາທີ່ຍາວກວ່າ 10 ປີ ທີ່ບັງຄັບໄວ້ ໃນຂໍ້ຕົກລົງປີ 2015.

ທ່ານທຣຳ ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າ ມີຄວາມຮູ້ສຶກດີ ກ່ຽວກັບ ອີຣ່ານ.....ເປັນຄົນ
ດີແທ້ໆເລີຍ.” ແຕ່ທ່ານໄດ້ກ່າວວ່າ ມັນໄວເກີນໄປທີ່ ຈະພົບປະ ໃນທ້າຍສັບປະດານີ້
ກັບລັດຖະມົນຕີການຕ່າງປະເທດຂອງອີຣ່ານ ທ່ານໂມຮຳມັດ ຈາວາດ ຊາຣີຟ ຜູ້ທີ່ໄດ້
ເດີນທາງມາຢ້ຽມຢາມ ໂດຍບໍ່ໄດ້ແຈ້ງໃຫ້ຊາບ ທີ່ກອງປະຊຸມສຸດຍອດ G7 ໃນເມືອງ
ແຄມຝັ່ງມະຫາສະໝຸດແອັດແລນຕິກ ບີອາຣິສ ຕາມການເຊື້ອເຊີນຂອງປະທານາທິບໍດີ
ຝຣັ່ງ ທ່ານເອັມແມນູແອລ ມາກຣົງ.

ຜູ້ນຳຂອງຝຣັ່ງ ໄດ້ພະຍາຍາມທີ່ຈະໄກ່ເກ່ຍໃຫ້ມີການເຈລະຈາສັນຕິພາບ ລະຫວ່າງ
ສະຫະລັດ ກັບອີຣ່ານ. ທ່ານມາກຣົງ ໄດ້ກ່າວຕໍ່ກອງ ປະຊຸມຖະແຫລງຂ່າວ ຮ່ວມກັບ
ທ່ານທຣຳ ວ່າ ທ່ານໄດ້ໂອ້ລົມກັບທ່ານຣູຮານີ ແລະວ່າ ຜູ້ນຳຂອງອີຣ່ານ ເຕັມໃຈທີ່ຈະ
ພົບປະກັບທ່ານທຣຳ.

ທ່ານມາກຣົງ ໄດ້ກ່າວອີກວ່າ ທ່ານໄດ້ຂໍ້ສະຫຼຸບດ້ວຍ “ຄວາມລະມັດລະວັງ ຢ່າງຍິ່ງ”
ວ່າ ວໍຊິງຕັນ ແລະເຕຫະຣ່ານ ສາມາດບັນລຸຂໍ້ຕົກລົງກັນໄດ້ ຖ້າທ່ານທຣຳ ແລະທ່ານ
ຣູຮານີ ພົບປະກັນ.

ທ່ານມາກຣົງ ໄດ້ກ່າວຕື່ມວ່າ ຝຣັ່ງ “ຈະມີບົດບາດ” ໃນການເຈລະຈາ ລະຫວ່າງ
ສະຫະລັດ ກັບອີຣ່ານ ຖ້າຫາກການເຈລະຈາຈະເກີດຂຶ້ນ ພ້ອມດ້ວຍ ບັນດາປະເທດ
ທີ່ລົງນາມໃນຂໍ້ຕົກລົງປີ 2015 ທີ່ທ່ານທຣຳ ໄດ້ຖອນໂຕອອກໄປນັ້ນ ຊຶ່ງມີປະເທດ
ອັງກິດ ເຢຍຣະມັນ ສະຫະພາບຢູໂຣບ ຈີນ ແລະຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG