ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ອີຣ່ານ ກ່າວວ່າ ສະຫະລັດ ຈະ 'ເສຍໃຈ' ຖ້າຖອນໂຕ ອອກຈາກ ສັນຍານິວເຄລຍ


ປະທານາທິບໍດີອີຣ່ານ ທ່ານ ຮາສຊານ ຣູຮານີ ເຂົ້າຮ່ວມ
ກອງປະຊຸມ ກັບ ບັນດາຜູ້ນຳ ມຸສລິມ ແລະ ບັນດາປັນຍາຊົນ ໃນນະຄອນ ໄຮເດີຣາບາດ ຂອງອິນເດຍ, ວັນທີ 15 ກຸມພາ 2018.
ປະທານາທິບໍດີອີຣ່ານ ທ່ານ ຮາສຊານ ຣູຮານີ ເຂົ້າຮ່ວມ ກອງປະຊຸມ ກັບ ບັນດາຜູ້ນຳ ມຸສລິມ ແລະ ບັນດາປັນຍາຊົນ ໃນນະຄອນ ໄຮເດີຣາບາດ ຂອງອິນເດຍ, ວັນທີ 15 ກຸມພາ 2018.

ປະທານາທິບໍດີອີຣ່ານ ໄດ້ເວົ້າໃນວັນອາທິດມື້ນີ້ວ່າ ຖ້າ ສະຫະຣັດຖອນອອກຈາກການ
ຕົກລົງ ນິວເຄຼຍ ລະຫວ່າງ ອີຣານ ກັບພວກມະຫາອຳນາດໂລກທັງຫຼາຍ ວໍຊິງຕັນ ກໍຈະ
ມີຄວາມເສຍໃຈ ໃນການຕັດສີນໃຈດັ່ງກ່າວ.

ທ່ານ ຮາສຊານ ຣູຮານີ ໄດ້ເວົ້າ ຢູ່ໃນຄຳຖະແຫຼງ ທາງໂທລະພາບວ່າ “ຖ້າ ສະຫະລັດ
ຖອນອອກຈາກຂໍ້ຕົກລົງ ນິວເຄຼຍດັ່ງກ່າວ ອີກບໍ່ດົນພວກທ່ານ ກໍຈະເຫັນວ່າ ພວກ
ເຂົາເຈົ້າຈະເສຍໃຈ ຢ່າງທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດ.”

ທ່ານ ຣູດີ ຈູລີອານີ ທະນາຍຄວາມຂອງປະທານາທິບໍດີ ດໍໂນລ ທຣຳ ທຳທ່າວ່າ ຈະຈີກເຈ້ຍແຜ່ນນຶ່ງ ໃນຂະນະທີ່ ທ່ານກ່າວ ກ່ຽວກັບສັນຍາ ນິວເຄລຍ ກັບອີຣ່ານ ຢູ່ທີ່ ກອງປະຊຸມ ວ່າດ້ວຍ ເສລີພາບ ເພື່ອສິດທິມະນຸດ ແລະ ປະຊາທິປະໄຕ ໃນອີຣ່ານ ຢູ່ທີ່ ໂຮງແຮມ Grand Hyatt, ວັນທີ 5 ພຶດສະພາ 2018, ໃນນະຄອນຫຼວງ ວໍຊິງຕັນ.
ທ່ານ ຣູດີ ຈູລີອານີ ທະນາຍຄວາມຂອງປະທານາທິບໍດີ ດໍໂນລ ທຣຳ ທຳທ່າວ່າ ຈະຈີກເຈ້ຍແຜ່ນນຶ່ງ ໃນຂະນະທີ່ ທ່ານກ່າວ ກ່ຽວກັບສັນຍາ ນິວເຄລຍ ກັບອີຣ່ານ ຢູ່ທີ່ ກອງປະຊຸມ ວ່າດ້ວຍ ເສລີພາບ ເພື່ອສິດທິມະນຸດ ແລະ ປະຊາທິປະໄຕ ໃນອີຣ່ານ ຢູ່ທີ່ ໂຮງແຮມ Grand Hyatt, ວັນທີ 5 ພຶດສະພາ 2018, ໃນນະຄອນຫຼວງ ວໍຊິງຕັນ.


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເວົ້າໄປແລ້ວວ່າ ທ່ານຈະຕັດສິນໃຈ
ພາຍໃນວັນທີ 12 ເດືອນພຶສພານີ້ ວ່າ ວໍຊິງຕັນຈະຍັງຄົງປະຕິບັດຕາມຂໍ້ຕົກລົງນິວເຄຼຍ
ນັ້ນຫຼືບໍ່.

ທ່ານເຄີຍໄດ້ເວົ້າວ່າ ທ່ານຈະຖອນໂຕອອກຈາກສັນຍາດັ່ງກ່າວ ຖ້າຫາກວ່າ ຈະບໍ່ມີການ
ດັດແປງແກ້ໄຂໃດໆ ອັນມີລວມທັງ ຂໍ້ສະເໜີວ່າ ໃຫ້ມີກຳນົດຂອບເຂດຈຳກັດ ສຳລັບ
ໂຄງການລູກສອນໄຟຂີປະນາວຸດຂອງ ອີຣ່ານ ຊຶ່ງອີຣ່ານ ເວົ້າຢູ່ສະເໝີວ່າ ເປັນການຢັບ
ຢັ້ງປ້ອງກັນນັ້ນ.

ສ່ວນ ລັດຖະມົນຕີການຕ່າງປະເທດ ອີຣ່ານ ກໍໄດ້ເວົ້າ ໃນວັນພະຫັດແລ້ວນີ້ວ່າ ທ່ານຈະ
ບໍ່ທຳການເຈລະຈາໃດໆຄືນໃໝ່ ໃນຂໍ້ຕົກລົງນິວເຄຼຍປີ 2015 ກັບພວກມະຫາອຳນາດ
ໂລກ ທັງຫຼາຍ.

ທ່ານ ຣັດຖະມົນຕີຕ່າງປະເທດ Mohammad Javad Zarif ໄດ້ກ່າວຜ່ານທາງ ຢູທູບ
ວ່າ “ພວກເຮົາ ຈະບໍ່ລະຖິ້ມແຫຼ່ງປ້ອງກັນຄວາມປອດໄພຂອງພວກເຮົາ ແລະກໍຈະບໍ່
ທຳການເຈລະຈາຄືນໃໝ່ ຫຼືທຳການເພີ່ມເຕີມໃດໆ ໃສ່ຂໍ້ຕົກລົງທີ່ພວກເຮົາມີຢູ່ແລ້ວ
ດ້ວຍຄວາມນັບຖື ທີ່ມີໄວ້ເປັນຢ່າງດີແລ້ວນັ້ນ.”

Iran US
please wait
Embed

No media source currently available

0:00 0:01:18 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG