ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Rouhani ແລະ ພັນທະມິດ ຊະນະຄະແນນ ສຽງສ່ວນ ຫຼາຍໃນການ ເລືອກຕັ້ງຂອງ ອີຣ່ານ


ປະທານສະພາຜູ້ຊ່ຽວຊານຂອງ ອີຣ່ານ ທ່ານ Ayatollah Mohammad Yazdi ກ່າວໃນລະຫວ່າງກອງປະຊຸມປະຈຳ
ສອງປີໃນນະຄອນຫຼວງ ເທຫະຣານ. 1 ກັນຍາ, 2015.
ປະທານສະພາຜູ້ຊ່ຽວຊານຂອງ ອີຣ່ານ ທ່ານ Ayatollah Mohammad Yazdi ກ່າວໃນລະຫວ່າງກອງປະຊຸມປະຈຳ ສອງປີໃນນະຄອນຫຼວງ ເທຫະຣານ. 1 ກັນຍາ, 2015.

ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ແລະ ບັນດາ ພັນທະມິດຂອງທ່ານໄດ້ຮັບໄຊຊະນະ 15 ບ່ອນນັ່ງຈາກ 16 ບ່ອນ ໃນການເລືອກຕັ້ງຂອງນະຄອນຫຼວງ ເທຫະຣານ ສຳລັບຊະມາຊິກ ສະພາ ຜູ້ຊ່ຽວຊານແຫ່ງຊາດ 88​ ທ່ານຂອງປະເທດ.

ຜົນຂອງການເລືອກຕັ້ງທີ່ໄດ້ຖືກປະກາດໃນວັນຈັນມື້ນີ້ໄດ້ເປັນຂ່າວ ຮ້າຍ ຕໍ່ບັນດາຜູ້ອະນຸລັກນິຍົມຈັດ, ລວມທັງຫົວໜ້າສະພາ ທ່ານ Ayatollah Mohammad Yazdi, ເຊິ່ງບໍ່ໄດ້ຖືກເລືອກໃຫ້ດຳລົງ ຕຳແໜ່ງຄືນ.

ບັນດາສະມາຊິກສະພາຈະຮັບໃຊ້ໜ້າທີ່ສະໄໝ 8 ປີກ່ອນທີ່ມື້ໃດ ມື້ໜຶ່ງຈະຖືກເລືອກເອົາເປັນຜູ້ສືບທອດຕຳແໜ່ງແທນຜູ້ນຳສູງສຸດ ທ່ານ Ayatollah Ali Khamenei.

ນອກຈາກສະພາໃຫຽ່ນີ້ແລ້ວ, ບັນດາຜູ້ລົງຄະແນນສຽງຍັງໄດ້ປ່ອນ ບັດເລືອກຕັ້ງສະພາແຫ່ງຊາດ 290 ບ່ອນນັ່ງນຳ. ຜົນຄະແນນສຸດ ທ້າຍແມ່ນຄາດວ່າຈະຖືກປະກາດອອກມາໃນວັນຈັນມື້ນີ້ ຫຼື ວັນອັງ ຄານມື້ອື່ນ, ແຕ່ວ່າ ຄະແນນຢ່າງບໍ່ເປັນທາງການໄດ້ສະແດງໃຫ້ ເຫັນວ່າບັນດານັກປະຕິຮູບ ແລະ ຜູ້ມີແນວຄິດປານກາງໄດ້ຮັບໄຊ ຊະນະທັງໝົດ 30 ບ່ອນນັ່ງໃນສະພາແຫ່ງຊາດໃນນະຄອນຫຼວງ ເທຫະຣານ, ໃນຂະນະທີ່ນັກອະນຸລັກນິຍົມໄດ້ຮັບໄຊຊະນະໃນຂົງ ເຂດຕ່າງໆພາຍນອກຂອງບັນດາຕົວເມືອງໃຫຍ່.

ປະເທດ ອີຣ່ານ ກຳລັງເຕີບໂຕຂຶ້ນມາຈາກຫຼາຍປີຂອງການຖືກວາງມາດຕະການລົງໂທດທາງ ດ້ານເສດຖະກິດສາກົນໃສ່ ຍ້ອນການກ່າວຫາວ່າພວກເຂົາເຈົ້າໄດ້ທຳການພັດທະນາອາວຸດ ນິວເຄລຍ.

ທ່ານ Rouhani ໄດ້ກ່າວໃນວັນເສົາທີ່ຜ່ານມາວ່າ ການເລືອກຕັ້ງໄດ້ເຮັດໃຫ້ລັດຖະບານມີ ຄວາມເຊື່ອຖື ແລະ ມີອຳນາດຂຶ້ນຕື່ມ.

Iran Vote Tally
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG