ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ກູ້ໄພ ປະມານ 1,500 ຄົນ ໄດ້ຄົ້ນຫາຜູ້ລອດຊີວິດ ຈາກດິນເຈື່ອນ ຢູ່ຍີປຸ່ນ


 ເຈົ້າໜ້າທີ່ຕໍາຫລວດດໍາເນີນການກູ້ໄພ ແລະຄົ້ນຫາບໍລິເວນທີ່ເກີດເຫດດິນເຈື່ອນ ຍ້ອນຝົນທີ່ຕົກຢ່າງໜັກ ຢູ່ເຂດ ອິສຸຊານ (Izusan) ໃນເມືອງ ອະຕາມິ (Atami) ປະເທດຍີປຸ່ນ, ທີ 5 ກໍລະກົດ, ປີ 2021. (Kyodo/via Reuters)
ເຈົ້າໜ້າທີ່ຕໍາຫລວດດໍາເນີນການກູ້ໄພ ແລະຄົ້ນຫາບໍລິເວນທີ່ເກີດເຫດດິນເຈື່ອນ ຍ້ອນຝົນທີ່ຕົກຢ່າງໜັກ ຢູ່ເຂດ ອິສຸຊານ (Izusan) ໃນເມືອງ ອະຕາມິ (Atami) ປະເທດຍີປຸ່ນ, ທີ 5 ກໍລະກົດ, ປີ 2021. (Kyodo/via Reuters)

ໃນຕອນເຊົ້າວັນອັງຄານນີ້ ເຈົ້າໜ້າທີ່ກູ້ໄພກໍາລັງຊອກຄົ້ນຫາ 24 ຄົນເຊິ່ງຜູ້ຄົນເຫລົ່ານັ້ນ ເຈົ້າໜ້າທີ່ບໍ່ສາມາດເຂົ້າໄປຊ່ວຍເຫລືອໄດ້ຫລັງຈາກເກີດດິນເຈື່ອນໃນເມືອງອະຕາມິ (Atami) ເມືອງຕາກອາກາດ ຂອງຍີປຸ່ນ, ອີງຕາມຄໍາເວົ້າຂອງທ່ານເຈົ້າເມືອງ.

ທໍາອິດ ມີຈໍານວນ 147 ຄົນຍັງຫາບໍ່ພໍ້. ຫລັງຈາກເຈົ້າໜ້າທີ່ໄດ້ຫລຸດຈໍານວນລາຍຊື່ລົງເຫລືອ 60 ຄົນ ພວກເຂົາຈຶ່ງເປີດເຜີຍໃຫ້ຮູ້, ແລະປະຊາຊົນສ່ວນໃຫຍ່ກໍ່ສະໜອງຕອບໃນທັນທີ. ໃນຂະນະທີ່ເກີດດິນເຈື່ອນ ພວກເຂົາເຈົ້າ ຢູ່ທີ່ອື່ນໆຫລືພວກເຂົາສາມາດຍົກຍ້າຍອອກໄປໄດ້ຢ່າງປອດໄພ, ນັ້ນຄືຄຳເວົ້າຂອງທ່ານເຈົ້າເມືອງ ຊາກາເອະ ຊາອິໂຕ (Sakae Saito) ທີ່ໄດ້ກ່າວໄວ້.

ຢ່າງໃດກໍ່ຕາມ, ມີການພົບຜູ້ເສຍຊີວິດແລ້ວ 4 ຄົນ, ໃນຂະນະທີ່ອີກ 25 ຄົນໄດ້ຮັບການຊ່ວຍຊີວິດ.

ມີເຈົ້າໜ້າທີ່ສຸກເສິນປະມານ 1,500 ຄົນໄດ້ທໍາການຂຸດຄົ້ນໃນມື້ວັນຈັນວານນີ້ ຢູ່ຕາມຊາກເສດຫິນຫັກພັງ ໃນຫມູ່ບ້ານໃຈກາງເມືອງແຄມຝັ່ງທະເລ ເພື່ອຊອກຫາຜູ້ລອດຊີວິດ.

ດິນເຈື່ອນໃນມື້ວັນເສົາ ເກີດຈາກຝົນທີ່ຕົກໜັກຫລາຍມື້ຕິດຕໍ່ກັນ ເຊິ່ງນັກພະຍາ ກອນອາກາດກ່າວວ່າ ມີປະລິມານນໍ້າຝົນຫລາຍກວ່າທີ່ ເມືອງອະຕາມິ ເຄີຍບັນ ທຶກໄວ້ມາໂດຍຕະຫລອດ ໃນເດືອນກໍລະກົດ.

ມີເຮືອນຈໍານວນ 130 ຫຼັງ ແລະບັນດາອາຄານຕ່າງໆໄດ້ຖືກທໍາລາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG