ຕຳຫຼວດໂຮລັງ ໄດ້ຄຸມຕົວຜູ້ຕ້ອງສົງໄສ ໄວ 22 ປີໄວ້ ໃນເຊົ້າວັນພະຫັດມື້ນີ້ ຈາກການ
ພົວພັນ ແລະໃຫ້ຂໍ້ມູນຈາກຕຳຫຼວດສະເປນ ໃນງານສະແດງດົນຕີຄອນເສີດເພງຣ໊ອກ
ທີ່ເມືອງ Rotterdam ນຶ່ງມື້ກ່ອນນັ້ນ ອາດຈະສາມາດເປັນໄປໄດ້.
ຊາຍຜູ້ນີ້ ໄດ້ຖືກຈັບກຸມ ໃນຂະນະທີ່ມີການອອກຄົ້ນຫາໃນແຂວງ Brabant ພາກໃຕ້
ຂອງປະເທດ ບ່ອນທີ່ພວກຕຳຫຼວດອອກຄົ້ນຫາຢູ່ໃນເຮືອນຂອງຜູ້ກ່ຽວນຳ.
ເຈົ້າໜ້າທີ່ຂອງ ເມືອງ Rotterdam ໄດ້ຍົກເລີກງານສະແດງດົນຕີຄອນເສີດ ຂອງວົງ
ຣ໊ອກອາເມຣິກັນ Allah-Las. ຜູ້ບໍລິຫານງານສະແດງດົນຕີຄອນເຊີດ ທ່ານ Rotown
ໄດ້ຂຽນຜ່ານທາງ Twitter ວ່າ ການສະແດງດົນຕີຄອນເສີດ ອະດີດ silo ທີ່ເອີ້ນວ່າ
Maassilo ແມ່ນໄດ້ຖືກຊ່ອຍກູ້ໄພລົບໜີໄປ. ການຕັດສິນໃຈຍົກເລີກງານສະແດງ
ດົນຕີຄອນເສີດ ໄດ້ມີຂຶ້ນໜ້ອຍກວ່ານຶ່ງຊົ່ວໂມງກ່ອນທີ່ຈະເປີດປະຕູໃຫ້ສາທາລະນະ
ເຂົ້າໄປຊົມໄດ້.
ເຈົ້າຄອງກຳແພງເມືອງ Rotterdam ທ່ານ Ahmed Aboutaled ໄດ້ຢູ່ໃນ ກອງປະຊຸມ
ຖະແຫຼງຂ່າວຂອງວັນພຸດວານນີ້ວ່າ ຕຳຫຼວດ ໄດ້ສອບປາກຄຳຄົນຂັບລົດຕູ້ທີ່ເຕັມໄປ
ດ້ວຍຖັງແກ໊ສ ທີ່ພົບເຫັນໃກ້ໆສະຖານທີ່ງານສະແດງດົນຕີຄອນເສີດ ຊຶ່ງລົດຕູ້ທີ່ວ່ານີ້
ໄດ້ລົງທະບຽນໃນປະເທດ Spain.
ແຕ່ຕຳຫຼວດກ່າວວ່າ ໃນວັນພະຫັດມື້ນີ້ວ່າ ຄົນຂັບລົດທີ່ວ່ານີ້ແມ່ນເປັນຄົນສັນຊາດ
ສະເປນແລະເປັນຊ່າງສ້ອມລົດ ທີ່ໄດ້ໃຫ້ຄຳອະທິບາຍເຖິງສາເຫດຂອງການທີ່ມີ
“ພວກຖັງແກ໊ສທັງຫຼາຍນີ້ຢູ່ໃນລົດຕູ້ຂອງລາວ.” ພວກເຂົາເຈົ້າກ່າວວ່າ ເບິ່ງຄືວ່າ
ມັນບໍ່ມີການພົວພັນກັບການຂົ່ມຂູ່ ແຕ່ວ່າ ຊາຍຄົນນີ້ຈະປະເຊີນກັບການສອບປາກຄຳ
ເພີ່ມຕືມອີກໃນວັນພະຫັດມື້ນີ້ຕື່ມ.
ເຈົ້າຄອງກຳແພງເມືອງ Aboutaled ໄດ້ກ່າວວ່າ ຕຳຫຼວດສະເປນ ໄດ້ລາຍງານວ່າ
ການຂົ່ມຂູ່ໂຈມຕີກໍ່ການຮ້າຍນີ້ ມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ວົງດົນຕີຈາກລັດ
California ກຳລັງຈະຂຶ້ນເວທີສະແດງ ແລະວ່າ ຂໍ້ມູນກ່ຽວກັບການໂຈມຕີທີ່ວ່ານີ້
ແມ່ນມີນ້ຳໜັກພໍ ທີ່ຈະຍົກເລີກການສະແດງຄອນເສີດທີ່ວ່ານີ້.